ແຜ່ນດິນໄຫວ 7.0 ຢູ່ວານູອາຕູ ມີແຈ້ງເຕືອນຄື້ນຍັກສຶນາມິ ກ່ອນຍົກເລີກ 2 ຊົ່ວໂມງຕໍ່ມາ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ເມສານີ້ວ່າ ສຳນັກສຳຫລວດທໍລະນີວິທະຍາ ແຫ່ງ ສະຫະລັດອາເມຣິກາ ໄດ້ເປີດເຜີຍວ່າ ເມື່ອເວລາປະມານ 19:33 ໂມງ ຂອງວັນພະຫັດທີ 28 ເມສາ 2016 ຕາມເວລາໃນທ້ອງຖິ່ນ ຫລື ປະມານເວລາ 02:33 ໂມງ ຂອງວັນສຸກທີ 29 ເມສານີ້ ຕາມເວລາໃນປະເທດລາວ ໄດ້ເກີດແຜ່ນດິນໄຫວ ລະດັບ 7.0 ຣິກເຕີ ທີ່ເນາະນໍຊຸບ ປະເທດວານູອາຕູ ໂດຍມີຈຸດສູນກາງຂອງແຜ່ນດິນໄຫວ ເລິກລົງໄປ 27.2 ກິໂລແມັດ.

ດ້ານສູນເຕືອນໄພສຶນາມິ ໄດ້ອອກປະກາດວ່າ ແຜ່ນດິນໄຫວດັ່ງກ່າວນີ້ ອາດກໍ່ໃຫ້ເກີດຄື້ນຍັກ ຫລື ຄື້ນສຶນາມິ ຄວາມສູງປະມານ 3 ແມັດ ບໍລິເວນຊາຍຝັ່ງປະເທດວານູອາຕູ, ແນວໃດກໍຕາມ ອີກ 2 ຊົ່ວໂມງຕໍ່ມາ ຄຳແຈ້ງເຕືອນດັ່ງກ່າວໄດ້ຖືກຍົກເລີກ ແລະ ຍັງບໍ່ທັນມີລາຍງານ ກ່ຽວກັບຄວາມເສຍຫາຍໃດໆເທື່ອ.

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!