ແຜ່ນດິນໄຫວຂະຫນາດ 6.0 ນອກແຄມຝັ່ງຍີ່ປຸ່ນ ບໍ່ມີເຕືອນໄພສຶນາມິ

0
1599

ສຳນັກຂ່າວຣອຍເຕີລາຍງານເມື່ອວັນທີ 1 ເມສາ ກົມສຳຫຼວດທໍລະນີວິທະຍາແຫ່ງສະຫະລັດອາເມລິກາ (ຢູເອສຈີເອສ) ລະບຸວ່າ ເກີດແຜ່ນດິນໄຫວຂະໜາດແມັກນິຈູດ 6.0 ບໍລິເວນຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ ຫ່າງອອກໄປຈາເມືອງຊິນກຸ ປະມານ 56 ກິໂລແມັດ.

ແຜ່ນດິນໄຫວຄັ້ງນີ້ມີຄວາມເລິກປະມານ 10 ກິໂລແມັດ ເກີດຂຶ້ນກ່ອນເວລາທ່ຽງຕາມເວລາທ້ອງຖິ່ນ ແລະສາມາດຮັບຮູ້ໄດ້ທົ່ວພື້ນທີ່ແຂງວາກາຢາມະ.

ແນວໃດກໍ່ຕາມ ສຳນັກອຸຕິນິຍົມວິທະຍາຍີ່ປຸ່ນເຜີຍ ບໍ່ມີການເຕືອນໄພສຶນາມິ ເຖິງວ່າຈະພົບເຫັນການປ່ຽນແປງລະດັບນໍ້າທະເລຮອບແຄມຝັ່ງ ລວມເຖິງຄາດວ່າຈະບໍ່ມີຄວາມເສຍຫາຍນຳ.

ທັງນີ້ ແຜ່ນດິນໄຫວຖືເປັນເຫດການທີ່ເກີດຂຶ້ນເລື້ອຍທົ່ວທັງຍີ່ປຸ່ນ ໂດຍໃນປີທີ່ຜ່ານມາ ມີການເກີດແຜ່ນດິນໄຫວຫຼາຍກວ່າ 750 ຄັ້ງ.