ແບບນີ້ກໍໄດ້ຫວາ ປະຊາຊົນຈ່າຍຄ່າໄຟເຍືອງທາງເອງ

ຕອນເຊົ້າວັນທີ 24 ພຶດສະພາ 2017 ນີ້ ສຳນັກຂ່າວລາວໂພສ ໄດ້ຮັບແຈ້ງຈາກປະຊາຊົນ ເມືອງໄຊຍະບູລີ ແຂວງໄຊຍະບູລີວ່າ ພວກຕົນມີຄວາມສົງໄສວ່າ ຢູ່ບ້ານອື່ນເມືອງອື່ນຈະເປັນຄືກັນບໍ ຄືໃນແຕ່ລະເດືອນນອກຈາກຕ້ອງຈ່າຍຄ່າກະແສໄຟຟ້າທີ່ໃຊ້ພາຍໃນເຮືອນແລ້ວ ຍັງຕ້ອງຈ່າຍຄ່າໄຟເຍືອງທາງນຳອີກ 3,000 ກີບຕໍ່ເດືອນ ແລະຄ່ານໍ້າເສຍຄົວເຮືອນນຳອີກ 3,000 ກີບຕໍ່ເດືອນເຊັ່ນກັນ.

ນອກຈາກຄ່າໄຟເຍືອງທາງແລ້ວ ຍັງຕິດຕາມມາດ້ວຍຄ່ານໍ້າເສຍຂອງຄົວເຮືອນອີກ 3,000 ກີບຕໍ່ເຮືອນຕໍ່ເດືອນ

3 COMMENTS

  1. ເມືຶອງຊະນະຄາມກະໄດ່ຈ່າຍຄືກັນ

  2. ຢູ່ເມືອງຫົງສສາກໍ່ເປັນຄືກັນ ເກັບຄ່າໄຟເຍືອງທາງທຸກເດືອນ ແລະຄ່າຂີ້ເຫຍື້ອເຮືອນໜຶ່ງສິບພັນກີບ

  3. ແປກຢູ່ວ່າຖ້າການຈັດຕັ້ງຈະມີການເກັບແບບນີ້ກະຄວນທຳການສຳຫລວດຄວາມຄິດເຫັນຂອງເຂົາເຈົ້າ ຫລືຢ່າງນ້ອຍກໍເອີ້ນປະຊຸມຊີ້ແຈງກ່ອນ ອັນຈັບຈູດແບບນີ້ມັນເຂົ້າຂ່າຍຂູດຮີດບັງຄັບປະຊາຊົນ ດີບໍ່ດີຈັກເງິນມັນຊິໄປຕົກຢູ່ໃສ ແບບນີ້ມັນບໍ່ສົມຄວນ

Comments are closed.