ແນະນຳອາຊີບຫາລາຍໄດ້ເສີມ ທີ່ບໍ່ຕ້ອງລົງທຶນແຕ່ລາຍໄດ້ດີ

ທ່ານເປັນຜູ້ໜຶ່ງບໍ ທີ່ມີວຽກປະຈຳທີ່ໝັ້ນຄົງ ແຕ່ວ່ານັບແຕ່ມື້ເລິ່ມເຮັດວຽກ ຈົນມາຮອດມື້ນີ້ ຊີວິດການເປັນຢູ່ກໍຍັງບໍ່ໄດ້ພັດທະນາໄປຮອດໃສ ຊໍ້າບໍ່ພໍເມື່ອມີຄອບຄົວ ມີລູກມີເຕົ້າ ຕ້ອງມີຄວາມຮັບຜິດຊອບຫຼາຍຂຶ້ນ ແຕ່ວ່າລາຍຮັບກໍຍັງອາໄສເງິນເດືອນຄືເກົ່າ ເຊິ່ງຖ້າທຽບກັບການເພິ່ມຂຶ້ນຂອງຄ່າຄອງຊີບແລ້ວ ເຫັນວ່າເປັນຄວາມຫຍຸ້ງຍາກພໍສົມຄວນ, ເລື່ອງລົດ ເລື່ອງເຮືອນຍັງບໍ່ກ່າວເຖິງ. ແຕ່ວ່າກໍບໍ່ກ້າທີ່ຈະລາອອກຈາກວຽກເກົ່າ ແລ້ວໄປຫາເຮັດວຽກໃໝ່ ເພາະຢ້ານຈະຫາວຽກໃໝ່ບໍ່ໄດ້ ຫຼືຢ້ານວຽກໃໝ່ບໍ່ດີທໍ່ກັບວຽກເກົ່າ.

ມື້ນີ້, ລາວໂພສມີອາຊີບເສີມທີ່ບໍ່ຕ້ອງລົງທຶນ ຫຼື ລົງທຶນໜ້ອຍໆ ມານຳສະເໜີ ເພື່ອເປັນທາງອອກໃຫ້ແກ່ຜູ້ເປັນມະນຸດເງິນເດືອນ ຫຼືເປັນນັກຮຽນ-ນັກສຶກສາທີ່ສົນໃຈຫາລາຍໄດ້ເສີມມາບອກ ດັ່ງນີ້:

  1. ອາຊີບຂາຍເຄື່ອງອອນລາຍ
    ໃນຂະນະທີ່ລະບົບອິນເຕີເນັດເທິງມືຖືໄດ້ກາຍເປັນສ່ວນໜຶ່ງຂອງຊີວິດທ່ານໄປແລ້ວ ເປັນຫຍັງທ່ານບໍ່ຫັນເອົາສິ່ງທີ່ທ່ານມັກແລະຍອມຈ່າຍເງິນໃຫ້ມັນທຸກມື້ ມາເປັນແຫຼ່ງຫາລາຍໄດ້ມາລ້ຽງໂຕເອງແລະຈຸນເຈືອຄອບຄົວ? ມັນມີລາຍໄດ້ດີ ຖ້າເຮັດຖືກວິທີກໍອາດຈະກາຍເປັນເສດຖີລະດັບໂລກໄດ້ ເພາະມີມາໃຫ້ເຫັນເປັນຫຼັກຖານແລ້ວ ໂດຍສະເພາະແມ່ນ ແຈັກມ່າ ເຈົ້າພໍ່ຂາຍເຄື່ອງອອນລາຍຂອງເມືອງຈີນ.
    ທ່ານສາມາດເປັນຕົວແທນຂາຍເຄື່ອງທາງອອນລາຍໄດ້ຫຼາຍຢ່າງ ເຊັ່ນ: ເປັນຕົວແທນຂາຍເຄື່ອງນຸ່ງ, ຂາຍເຄື່ອງແມ່ຍິງແລະເດັກນ້ອຍ, ຂາຍເຄື່ອງສຳອາງ, ຂາຍເຄື່ອງໃຊ້ໄຟຟ້າ ຫຼື ຂາຍອາຫານເສີມຫຼືຢາສະໝຸນໄພກໍໄດ້… ເບື້ອງຕົ້ນທ່ານບໍ່ຈຳເປັນຕ້ອງລົງທຶນກໍໄດ້ ພຽງແຕ່ທ່ານຮູ້ແຫຼ່ງສິນຄ້າ, ຮູ້ລາຄາສົ່ງ ແລະລາຄາຍ່ອຍ ແລ້ວເອົາຮູບງາມໆຂອງສິນຄ້າລົງປະກາດຂາຍຢູ່ໜ້າເຟສບຸກຂອງເຮົາ ໝັ່ນແຊໄປຫາກຸ່ມນັ້ນກຸ່ມນີ້ທີ່ເປັນກຸ່ມຂາຍເຄື່ອງແບບສາທາລະນະ ເມື່ອມີລູກຄ້າຖາມມາແລ້ວກໍແລ່ນໄປຊື້ແລະໄປສົ່ງໃຫ້ລູກຄ້າ.
    ປັດຈຸບັນມີ ຢາສະໝຸນໄພຊະນິດໜຶ່ງທີ່ດີ ມີຄຸນນະພາບ ມີ ອຢ ເຂົາກຳລັງຮັບຕົວແທນຢູ່ ໂດຍທີ່ບໍ່ຕ້ອງລົງທຶນ ພຽງແຕ່ເອົາຮູບໄປປະກາດຂາຍ ຖ້າມີຄົນສັ່ງຈັ່ງຄ່ອຍແລ່ນໄປຮັບເອົາເຄື່ອງດັ່ງກ່າວໄປຂາຍ. ຖ້າສົນໃຈ ກໍລອງສອບຖາມເບິ່ງທີ່: https://www.facebook.com/Osothonline/ ຫຼື ຢາກຈະເປັນຕົວແທນຂາຍສີ້ນໄໝຫຼາບ ກໍຕິດຕໍ່ໄປທີ່: https://www.facebook.com/Aphonlaosilk/ ຢູ່ນີ້ສາມາດເອົາຮູບໄປປະກາດຂາຍກ່ອນໂລດ ຖ້າລູກຄ້າສັ່ງຊື້ ຈັ່ງຄ່ອຍຕິດຕໍ່ຊື້ຈາກເຈົ້າຂອງຮ້ານໄດ້ (ຂໍບອກວ່າບໍ່ມີຄວາມສ່ຽງ ມີແຕ່ໄດ້ກັບໄດ້).
  2. ຮັບຈ້າງເປັນຄູສອນເພິ່ມ
    ສົມມຸດວ່າທ່ານມີອາຊີບເປັນຄູສອນຢູ່ແລ້ວຍິ່ງດີ ຫຼືເປັນຫຍັງກໍໄດ້ທີ່ມີຄວາມຮູ້ໃນດ້ານໃດດ້ານໜຶ່ງ ເຊັ່ນ ວິຊາເລກ, ພາສາຕ່າງປະເທດ, ວັດຖຸ, ເຄມີ… ທ່ານກໍສາມາດເອົາເຮືອນຂອງທ່ານເປັນຫ້ອງຮຽນ ຫຼືຈະໄປສອນຢູ່ເຮືອນນັກຮຽນກໍໄດ້. ຫຼືຮັບສອນພາສາລາວໃຫ້ຄົນຕ່າງປະເທດກໍໄດ້ ສອນມື້ລະ 1-2 ຊົ່ວໂມງ ແຕ່ວ່າລາຍໄດ້ດີພໍສົມຄວນ ອັນນີ້ຜູ້ຂຽນເຄີຍເຮັດມາແລ້ວ.
  3. ຮັບຈ້າງຂຽນບົດຄວາມອອນລາຍ
    ຖ້າທ່ານເປັນຄົນມັກອ່ານແລະມັກຂຽນຢູ່ແລ້ວ ມັນເປັນເລື່ອງບໍ່ຍາກປານໃດ ທີ່ຈະຂຽນບົດຄວາມໃຫ້ແກ່ບັນດາເວັບໄຊຕ່າງໆ ປັດຈຸບັນຢູ່ລາວເຮົາກໍມີຫຼາຍເວັບໄຊ ທີ່ຕ້ອງການຂໍ້ມູນມາປ້ອນຢູ່, ຖ້າຫາກທ່ານມີເວລາແລະພອນສະຫວັນ ທາງດ້ານການຂຽນກໍຢ່າຖິ້ມເວລາແລະພອນສະຫວັນນັ້ນໄປຊື່ໆ ທ່ານສາມາດຂຽນສົ່ງໃຫ້ບັນດາເວັບໄຊນັ້ນ ເຊິ່ງບໍ່ຈຳເປັນຕ້ອງເປັນບົດຍາວໆດອກ ພຽງປະມານ ເຄິ່ງໜ້າ-ສອງໜ້າ ເຈ້ຍ ກໍໄດ້ແລ້ວ ລາຄາກໍຈະຢູ່ປະມານ 10,000 – 15,000 ຕໍ່ບົດ (ແພງກວ່າຢູ່ປະເທດເພື່ອນບ້ານ) ຖ້າຂຽນໄດ້ມື້ລະ 1 ຫຼື 2 ບົດ ກໍສາມາດເປັນຄ່າອາຫານທ່ຽງໄດ້ສະບາຍ. ຫຼືຖ້າເປັນບົດຄວາມທີ່ດີ ມີຄຸນນະພາບ ໄດ້ລົງພື້ນທີ່ເກັບກຳຂໍ້ມູນ ມີຮູບປະກອບຄັກແນ່ ອາດຈະໄດ້ບົດລະ 100,000 ຫຼື ຫຼາຍແສນກໍໄດ້.
  4. ເປັນພະນັກງານເສີບອາຫານ
    ວຽກນີ້ກໍເປັນວຽກທີ່ງ່າຍດາຍຫຼາຍ ແລະມີຄົນນິຍົມເຮັດຢ່າງຫຼວງຫຼາຍ ໂດຍສະເພາະແມ່ນນັກຮຽນ-ນັກສຶກສາ ທີ່ເອົາເວລາຊ່ວງຫົວຄໍ່າທີ່ວ່າງຈາກການຮຽນ ໄປເປັນພະນັກງານເສີບອາຫານຢູ່ຕາມຮ້ານອາຫານ ເຊິ່ງກໍເປັນວຽກທີ່ດີຫຼາຍ, ບາງບໍລິສັດໃຫຍ່ໆ ເຊັ່ນ ເບຍລາວ, ໄທເກີເບຍ ເຂົາເຈົ້າມີຮອດລົດໄປຮັບຢູ່ຫໍພັກໄປສົ່ງບ່ອນເຮັດວຽກ ແລະຮັບຈາກບ່ອນເຮັດວຽກໄປສົ່ງຢູ່ຫໍພັກ ເວລາເຮັດວຽກກໍບໍ່ເກີນ 10:00 ໂມງກາງຄືນ (ໄດ້ທັງເງິນທິບ ໄດ້ທັງເງິນເດືອນ ສຸດຍອດໄປເລີຍ), ຫຼືຈະສະໝັກເປັນພະນັກງານຂາຍເຄື່ອງອື່ນໆ ກໍຍັງໄດ້ ຕາມເງື່ອນໄຂໃຜມັນ.
  5. ຮັບຈ້າງພິມບົດ ຫຼືແຕ່ງເພງ
    ນັກສຶກສາບາງຄົນ ຈະບໍ່ເກັ່ງເລື່ອງພິມພໍເທົ່າໃດ ເວລາເຮັດບົດລາຍງານຫຼືບົດຈົບຊັ້ນ ກໍມັກຈະຂຽນໃສ່ເຈ້ຍແລ້ວໄປຈ້າງຄົນອື່ນພິມໃສ່ຄອມພິວເຕີໃຫ້. ຫຼືຖ້າມີພອນສະຫວັນທາງດ້ານການແຕ່ງເພງ, ແຕ່ງເລື່ອງສັ້ນ, ເລື່ອງຍາວ ຫຼືແຕ່ງກາບກອນ ທ່ານກໍສາມາດແຕ່ງແລ້ວຂາຍໃຫ້ຄ້າຍເພງ, ຂາຍໃຫ້ນັກຮ້ອງ, ແຕ່ງສົ່ງອອກໜັງສືພິມ… ທ່ານກໍຈະມີລາຍຮັບເປັນຢ່າງດີເຊັ່ນກັນ.
  6. ໄປເປັນໝໍນວດ
    ປັດຈຸບັນມີຮ້ານນວດແຜນບູຮານເກີດຂຶ້ນທົ່ວບ້ານທົ່ວເມືອງ ແຕ່ກໍຕ້ອງເລືອກໃຫ້ດີ ເພາະບາງບ່ອນອາດຈະຕ້ອງເປືອງໂຕ ຫຼືມີເລື່ອງປະເວນີແອບແຝງ. ແຕ່ຖ້າເປັນຮ້ານນວດແຜນບູຮານສີຂາວ(ບໍ່ແອບແຝງເລື່ອງຄ້າປະເວນີ) ກໍຖືວ່າເປັນອາຊີບທີ່ດີແລະມີລາຍໄດ້ດີພໍສົມຄວນ ໂດຍບໍ່ຕ້ອງລົງທຶນຫຍັງແລະກໍສາມາດເອົາເວລາວ່າງໄປເຮັດໄດ້ເຊັ່ນກັນ ພຽງແຕ່ຕ້ອງຮຽນຮູ້ວິທີນວດ ແລະເລືອກຮ້ານນວດທີ່ດີ ເຊັ່ນ ຮ້ານນວດຕາມໂຮງອອກກຳລັງກາຍໃຫຍ່ໆ, ຕາມຮ້ານນວດໃຫຍ່ໆ ລູກຄ້າທີ່ມານວດສ່ວນຫຼາຍແມ່ນເປັນຄົນມີເງິນຫຼາຍ ທ່ານຈະໄດ້ຮັບຄ່າຈ້າງຈາກເຈົ້າຂອງຮ້ານນວດຍັງບໍ່ພໍ ແຕ່ໄດ້ຮັບເງິນທິບຈາກແຂກຫຼາຍກວ່າອີກ ຂໍບອກວ່າໄດ້ເງິນເປັນກອບເປັນກຳອິຫຼີ.
  7. ຮັບແປພາສາຕ່າງປະເທດ
    ອາຊີບນີ້ບໍ່ແມ່ນອາຊີບເສີມທຳມະດາ ແຕ່ວ່າຍັງສາມາດເປັນອາຊີບຫຼັກຫຼືຕັ້ງເປັນບໍລິສັດແປພາສາໄດ້ ເຊິ່ງປັດຈຸບັນນີ້ໄດ້ເກີດມີບໍລິສັດແປພາສາຂຶ້ນຢ່າງຫຼວງຫຼາຍ ລາຍໄດ້ແມ່ນສູງ ແຕ່ຄວາມຮູ້ດ້ານພາສາຕ່າງປະເທດກໍຕ້ອງສູງເຊັ່ນກັນ. ພຽງຂຽນປ້າຍໃສ່ປາກຮ່ອມ ວ່າບໍລິການແປພາສາກໍຈະມີຄົນໄປຫາແລ້ວ. ຍິ່ງຖ້າສາມາດແປສົດໆ ເທິງເວທີໄດ້ ກໍສ້າງລາຍໄດ້ຊົ່ວໂມງລະຫຼາຍແສນກີບໄປເລີຍ.

ຜູ້ຂຽນຄິດວ່າ ຍັງມີອີກຫຼາຍວຽກ ທີ່ສາມາດໃຊ້ເວລາວ່າງ ມາເຮັດເພື່ອຫາລາຍໄດ້ເສີມ ກໍແລ້ວແຕ່ໃຜຄິດອອກວຽກຫຍັງ ແລະເງື່ອນໄຂໃຜລາວ ຈະເໝາະສົມແບບໃດ. ຖ້າຄິດບໍ່ອອກກໍລອງຄິດເບິ່ງ 7 ວຽກທີ່ຜູ້ຂຽນນຳມາສະເໜີນີ້ເບິ່ງ. ແລະທີ່ສຳຄັນທີ່ສຸດ ຖ້າຄິດຈະເຮັດຫຍັງ ໃຫ້ລົງມືເຮັດໂລດ ແລ້ວທ່ານຈະໄດ້ເງິນຢ່າງແນ່ນອນ.

2 COMMENTS

  1. ເເລ້ວຖ້າເຮົາຕ້ອງການຮັບຂຽນບົດຄວາມຕ້ອງເລີມຈາກໃດກ່ອນ(ຂໍຄຳເເນະນຳ)

Comments are closed.