ແຕ່ງຕັ້ງຜູ້ວ່າການອຳນວຍການ ລັດວິສາຫະກິດ ໄຟຟ້າລາວຄົນໃໝ່

ກະຊວງການເງິນ ໄດ້ອອກຂໍ້ຕົກລົງເລກທີ 1439/ກງ ລົງວັນທີ 8 ມິຖຸນາ 2020 ວ່າດ້ວຍການແຕ່ງຕັ້ງຜູ້ວ່າການອຳນວຍການ ລັດວິສາຫະກິດ ໄຟຟ້າລາວ ໂດຍແຕ່ງຕັ້ງທ່ານ ຈັນທະບູນ ສຸກອາລຸນ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ວ່າການອຳນວຍການ ລັດວິສາຫະກິດ ໄຟຟ້າລາວ.