ແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່ ແລະ ອີກຫຼາຍຕຳແໜ່ງ

0
743

ວັນທີ 29 ທັນວາ 2022 ໄດ້ແຕ່ງຕັ້ງເອົາທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີຢ່າງເປັນທາງການ.

ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງເປັນມື້ສຸດທ້າຍຂອງກອງປະຊຸມດັ່ງກ່າວ. ທ່ານ ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ໄດ້ຜ່ານໜັງສືສະເໜີຂອງ ທ່ານ ພັນຄຳ ວິພາວັນ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອຂໍພັກຜ່ອນຮັບອຸດໜູນບຳນານ.

ໂອກາດດຽວກັນ, ທ່ານ ພັນຄຳ ວິພາວັນ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ກ່າວເຖິງຜົນງານ ໃນການປະຕິບັດໜ້າທີ່ ແລະ ຜົນສໍາເລັດທີ່ຍາດມາໄດ້ ຕະຫຼອດທີ່ທ່ານດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ. ມາຮອດປັດຈຸບັນ, ທ່ານ ພັນຄຳ ວິພາວັນ ມີອາຍຸກະສຽນ 72 ປີ; ແຕ່ດ້ວຍສຸຂະພາບບໍ່ເອື້ອຍອໍານວຍ ຈຶ່ງຂໍພັກຜ່ອນຮັບອຸດໜູນບຳນານ ຕາມລະບຽບຫຼັກການ.

ໂອກາດດຽວກັນ, ສະພາແຫ່ງຊາດ ກໍ່ໄດ້ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ຂຶ້ນເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ຄົນໃໝ່) ໂດຍໄດ້ຮັບຄວາມເຫັນດີຈາກສະມາຊິກສະພາແຫ່ງຊາດ ດ້ວຍສຽງສ່ວນຫຼາຍ.

ຂໍ້ມູນ: TARGET Magazine