ແຈ໊ກ ໝ່າ ເຈົ້າຂອງກຸ່ມບໍລິສັດອາລີບາບາຂອງຈີນ ເຂົ້າຊື້ກິດຈະການໜັງສືພິມຂອງຮົງກົງ 266 ລ້ານໂດລາ!

EyWwB5WU57MYnKOuYBsjNxefsfmMO1i5VvxZcqK9KoQBv22AKvEuNk

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ທັນວານີ້ວ່າ ກຸ່ມບໍລິສັດອາລີບາບາ ຊຶ່ງເປັນບໍລິສັດຍັກໃຫຍ່ ດ້ານການຄ້າທາງອິນເຕີເນັດ ຂອງມະຫາເສດຖີຊາວຈີນ ແຈ໊ກ ໝ່າ ໄດ້ເຂົ້າຊື້ຮຸ້ນ ແລະ ຄວບຄຸມກິດຈະການ ໜັງສືພິມເຊົ້າໄຊນາ ມໍນິງ ໂພສຕ໌ (SCMP) ໃນເຂດບໍລິຫານພິເສດຮົ່ງກົງ ປະເທດຈີນ ໃນລາຄາ 266 ລ້ານໂດລາ ຊຶ່ງນອກຈາກການຊື້ກິດຈະການໜັງສືພິມແລ້ວ ອາລີບາບາ ຍັງຈະໄດ້ຮັບສິດ ເປັນເຈົ້າຂອງສື່ສິງພິມ, ເວັບໄຊ ແລະ ວາລະສານ ໃນເຄືອຂ່າຍຂອງ SCMP ອີກດ້ວຍ.