ແຈ້ງເຕືອນ ປ່ອຍນໍ້າອອກເຂື່ອນ ລົງສູ່ແມ່ນໍ້າເຊກອງ

0
1570

ໃນລະຫວ່າງວັນທີ 8-11 ສິງຫາ 2022 ລະດັບນ້ຳເຊກອງຈະມີປະລິມານເພີ່ມຈາກລະດັບ ປົກະຕິຢ່າງກະທັນຫັນ, ເນື່ອງຈາກວ່າ ທາງບໍລິສັດ ຫຸ້ນສ່ວນເຂື່ອນໄຟຟ້ານໍ້າຕົກພາກກາງ(ອາເລື້ອຍ) ປະເທດ ສ.ສ. ຫວຽດນາມ ຈະໄດ້ປ່ອຍນ້ໍາອອກຈາກອ່າງເກັບນ້ໍາຂອງເຂື່ອນໄຟຟ້າໃນບໍລິມາດ 100-500 ແມັດກ້ອນຕໍ່ວິນາທີ, ລະດັບນ້ໍາເຊກອງເວລາ: 07:00 ໂມງ ຂອງວັນທີ 8 ສິງຫາ 2022 ແທກໄດ້; 2,14 ແມັດ ແລະ ຄາດຄະເນວ່າ ລະດັບນ້ໍາ-ນ້ໍາເຊກອງຈະມີປະລິມານສູງຂຶ້ນເຖິງ: 5,50-6,50 ແມັດ; (ລະດັບນ້ຳເຂດເຕືອນໄພ: 17,50 ແມັດ; ເຂດອັນຕະລາຍ: 18,50 ແມັດ).

ດັ່ງນັ້ນ, ຈິ່ງຂໍແຈ້ງເຕືອນເຖິງ ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນອ້ອມຂ້າງແຂວງ ແລະ 4 ຕົວເມືອງ, ຕະຫຼອດຮອດພໍ່ຄ້າ-ຊາວຂາຍ, ຫົວຫນ່ວຍທຸລະກິດທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທີ່ຕັ້ງ ຖິ່ນຖານ ຢູ່ ທໍາມາຫາກິນຢູ່ລຽບຕາມແຄມແມ່ນ້ໍາເຊກອງ ແລະ ບັນດາສາຂາ ຈົ່ງມີສະຕິ-ລະມັດລະວັງ ຈາກສະພາບ ການດັ່ງກ່າວທີ່ອາດຈະເກີດຂຶ້ນ, ພ້ອມນີ້ກໍ່ໃຫ້ຕິດຕາມຂ່າວສະພາບອາກາດ ແລະ ນ້ໍາຈາກພະແນກຊັບພະຍາກອນ ທໍາ ມະຊາດ ແລະ ສິ່ງແວດລ້ອມ (ຂະແຫນງຊັບພະຍາກອນນໍ້າ ແລະ ອຸຕຸ ນິຍົມ) ໂດຍອອກຂ່າວທາງວິທະຍຸ ແລະ ໂທລະພາບຂອງແຂວງເປັນປະຈໍາ.