ແຈ້ງເຕືອນກະຊວງການຕ່າງປະເທດ ເລື່ອງເຂັ້ມງວດຕໍ່ຜູ້ທີ່ຈະເດີນທາງໄປເຮັດວຽກຢູ່ໄທ

1398332275-1397609989-o
(ພາບປະກອບຂ່າວ)

 

ກົມ​ກົງ​ສູນກະຊວງ​ການ​ຕ່າງປະເທດ ​ຂໍ​ຖື​ເປັນ​ກຽດ​ແຈ້ງ​ມາ​ຍັງທ່ານ ​ທີ່​ມີ​ຈຸດປະສົງ​ຈະ​ເດີນທາງ

​ໄປ​ປະກອບ​ທຸລະ​ກິດ ແລະ ອອກແຮງ​ງານ​ໃນ​ປະເທດ​ໄທຊາບ​ວ່າ: ໂດຍ​ອີງ​ຕາມ​ແຈ້ງ​ການ​ຂອງ

​ສະຖານ​ເອກ​ອັກຄະລາຊະທູດແຫ່ງ​ຣາ​ຊະ​ອານາຈັກ​ໄທ ສະບັບ​ເລກ​ທີ 29001/707 ລົງ​ວັນ​ທີ 23

ກໍລະກົດ 2014 ຄື: ນັບ​ແຕ່​ວັນ​ທີ 12 ສິງຫາ 2014 ເປັນຕົ້ນ​ໄປ ທາງ​ການ​ໄທຈະ​ເພີ່ມ​ມາດ​ຕະການ​

ກວດກາ​ເຂັ້ມ​ງວດ​ຕໍ່​ຊາວ​ຕ່າງປະເທດ ​ທີ່​ລັກລອບ​ເຂົ້າ​ໄປ​ເຮັດ​ວຽກ​ຢູ່​ປະເທດໄທ.

 

ສະນັ້ນ ເພື່ອ​ໃຫ້ການ​ເດີນທາງ​ເຂົ້າ​ໄປ​ເຮັດ​ວຽກ​ຢູ່​ປະເທດ​ໄທຂອງ​ທ່ານ ​ຖືກຕ້ອງ​ຕາມ​ລະບຽບ

ຂໍ​ໃຫ້​ຜູ້​ເດີນທາງ​ກວດກາ​ເອກະສານ​ຂອງ​ຕົນ​ໃຫ້​ຄົບ​ຖ້ວນ ໜັງສືຜ່ານ​ແດນ​ຕ້ອງ​ມີ​ອາຍຸ​ນຳ​ໃຊ້​ບໍ່

​ໃຫ້ຫຼຸດ 6 ເດືອນ ​ມີ​ວິຊາ​ອະນຸຍາດ​ໃຫ້ເຮັດ​ວຽກ​ໄດ້ ສຳລັບ​ຜູ້​ທີ່​ເຄີຍ​ເຂົ້າໄທ​ໂດຍ​ຍົກເວັ້ນ​ວີ​ຊາ ແລະ

ຢູ່ເກີນ​ກຳນົດ 30 ວັນ​ມາ​ແລ້ວ ທາງ​ການ​ໄທ​ຈະ​ບໍ່​ອະນຸຍາດ​ໃຫ້ເຂົ້າ​ໄທ​ແບບ​ນັກ​ທ່ອງ​ທ່ຽວ​ເປັນຄັ້ງ​

ທີ 2 ແຕ່​ຈະ​ໃຫ້​ໄປ​ຂໍ​ວີ​ຊາ (VISA) ເຂົ້າ​ໄທ ເພື່ອ​ໃຫ້​ລະບຸຖືກຕ້ອງ​ກັບ​ຈຸດປະສົງ​ຂອງ​ຕົນ ​ໃນການ​

ເຂົ້າ​ໄປ​ຍັງ​ປະເທດ​ໄທ ສຳລັບ​ປະຊາຊົນ​ຜູ້​ທີ່​ໄປ​ທ່ອງ​ທ່ຽວຢ້ຽມຢາມ​ປົກກະຕິ​ນັ້ນ ແມ່ນ​ຍັງສືບຕໍ່​ປະ

ຕິບັດ​ຕາມ​ສັນຍາ​ຍົກເວັ້ນວີ​ຊາສະບັບ​ລົງ​ວັນ​ທີ 28 ຕຸລາ 2004 ຄື: ສາມາດ​ເຂົ້າ​ໄທ​ໂດຍ​ບໍ່ມີ​ວີ​ຊາ

ແລະ ສາມາດ​ຢູ່​ໄດ້​ບໍ່​ເກີນ 30 ວັນ.

 

ດັ່ງນັ້ນ ກົມ​ກົງ​ສູນ ກະຊວງການ​ຕ່າງປະເທດ ຈຶ່ງ​ຂໍ​ແຈ້ງ​ມາຍັງ​ບັນດາ​ທ່ານ​ເພື່ອ​ຊາບ.

 

ທີ່ ນະຄອນຫຼວງ​ວຽງ​ຈັນ

ວັນ​ທີ 24 ກໍລະກົດ 2014

(ກົມ​ກົງ​ສູນກະຊວງ​ການ​ຕ່າງປະເທດ)

 

ແຫຼ່ງຂ່າວ: Vientiane Mai Online