​ແຈ້ງ​ການ ​ເພີ່​ມ​ທະ​ວີຮັກ​ສາ​ຄວາມ​ສະ​ຫງົບ ໃນ​ໄລ​ຍະ​ງານ​ສະ​ເຫຼີມ​ສະຫຼອງ​ບຸນ​ປີ​ໃໝ່​ລາວ​ ພ​ສ 2566 ຢູ່​ເມືອງ​ໂຂງ

0
477

​ກອງບ​ັນ​ຊາ​ການ ປກ​ສ ເມ​ືອງ​ໂຂງ ແຂວງຈຳປາສັກ ໄດ້​ອອກ​ແຈ້ງ​ການ​ເມື່ອ​ບໍ່​ດົນ​ມານີ້ ກ່ຽວ​ກັບ​ການ ​ເພີ່​ມ​ທະ​ວີຮັກ​ສາ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ໃນ​ໄລ​ຍະ​ງານ​ສະ​ເຫຼີມ​ສະຫຼອງ​ບຸນ​ປີ​ໃໝ່​ລາວ​ ພ​ສ 2566 ຢູ່​ເມືອງ​ໂຂງ ໂດຍ​ມີ 14 ຂໍ້​ຫ້າມ ແລະ ມາດ​ຕະ​ການ​ຕ່າງໆ​ຕ່​ໍ​ຜູ້​ລະ​ເມີດ.

​ທ່ານ ພັ​ທ ສົມ​ສະ​ໜຸກ ພະ​ໄຊ​ສົມ​ບັດ ຫົວ​ໜ້າ​ກອງ​ບັນ​ຊາການ ປກ​ສ ເມ​ືອງ​ໂຂງ ໃຫ້​ສຳ​ພາດ​ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ​ວ່າ: ເພື່ອ​ຮັບ​ປະ​ກັນ​ໃຫ້​ມີ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບ​ຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ໃນ​ທົ່ວ​ສັງ​ຄົມ, ພ້ອ​ມ​ທັງ​ເຮັດ​ໃຫ້​ງານ​ສະ​ເຫຼີມ​ສະຫຼອງ​ບຸນ​ປະ​ເພ​ນີ​ສົ່ງ​ທ້າຍ​ປີ​ເກົ່າ ພ​ສ 2565 ແລະ ຕ້ອນ​ຮັບ​ປີ​ໃໝ່​ລາວ ພ​ສ 2566 ໃຫ້​ມີ​ຄວາມ​ສະ​ຫງົບ, ເບີກ​ບານ​ມ່ວນ​ຊື່ນ ແລະ ຖືກ​ຕ້ອງ​ຕາມ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ລາວ​ເຮົາ; ດັ່ງ​ນັ້ນ ກອງ​ບັນ​ຊາ​ການ ປກ​ສ ເມ​ືອງ​ໂຂງ ຈຶ່ງ​ໄດ້​ແຈ້ງ​ການ ແລະ ວາງ​ຂໍ້​ຫ້າມ​ເປັນ​ຕົ້ນ:

  1.  ໃຫ້ບັນດາຫ້ອງການ, ກົມກອງອ້ອມຂ້າງເມຶອງ,ກຳລັງ ປກສ 09 ກຸ່ມ ເເລະ 03 ກຸ່ມບ້ານໃຫຍ່ຕະຫຼອດຮອດອຳນາດການປົກຄອງບ້ານ 114 ບ້ານໃນທົ່ວເມືອງ ໃຫ້ເອົາໃຈໃສ່ເພີ່ມທະວີວຽກງານ ປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕ້ານ ເເລະ ສະກັດກັ້ນເເກ້ໄຂປະການຫຍໍ້ທໍ້ທີ່ເກີດຂື້ນໃນຂອບເຂດ ຄວາມຮັບຜິດຊອບຂອງຕົນໃຫ້ໄດ້ດີ ເເລະ ທັນກັບສະພາບການ.
  2. ຫ້າມປະຊາຊົນລາວຂ້າມໄປຫຼີ້ນປີໃໝ່ ເເລະ ນອນຄ້າງຄືນຢູປະເທດກປູເຈຍໂດຍບໍ່ຖືກຕ້ອງຢ່າງເດັດຂາດ;
  3. ຜູ້ຂັບຂີ່ລົດ, ເຮຶອ-ບັກ ຕ້ອງເຄົາລົບ ເເລະ ປະຕິບັດຕາມກົດລະບຽບຈາລະຈອນທາງບົກ ເເລະ ທາງນໍ້າຢ່າງເດັດຂາດ;
  4. ຫ້າມຜູ້ຂັບຂີ່ລົດດື່ມສີ່ງມືນເມົາ (ເມົາຫ້າມຂັບຂີ່ລົດ) ຢ່າງເດັດຂາດ, ຖ້າຫາກກວດພົບເຫັນເຈົ້າໜ້າທີ່ຕຳຫຼວດທີ່ກ່ຽວຂ້ອງຈະໄດ້ກັກຜູ້ຂັບຂີ່ໄວ້ ເພື່ອສຶກສາອົບຮົບ, ສ່ວງເມົາເເລ້ວຈິ່ງອະນຸຍາດໃຫ້ໄປ ຫຼືໃຫ້ຍາດພີ່ນ້ອງ, ໝູ່ຄູ່ມາຮັບເອົາ ເພື່ອຮັບປະກັນຄວາມປອດໄພ ພ້ອມດຳເນີນຕາມຂັ້ນຕອນຂອງລະບຽບກົດ ໝາຍ;
  5. ຜູ້ຂັບຂີ່ເຮຶອ-ບັກ ເເລະ ຜູ້ໂດຍສານ ຕ້ອງໃສ່ເສື້ອຊູຊີບ ເພື່ອຮັບປະກັນຄວາມປອດໄພໃຫ້ເເກ່ຜູ້ຂັບຂີ່ເຮືອ-ບັກ ເເລະ ຜູ້ໂດຍສານ;
  6. ຫ້າມຂັບຂີ່ຍານພານະເກີນຄວາມໄວທີ່ກົດໝາຍ ເເລະ ປ້າຍສັນຍານຈາລະຈອນກໍານົດໄວ້;
  7. ຜູ້ຂັບຂີ່ລົດໃຫ່ຍ ເເລະ ຜູ້ໂດຍສານ ຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພໃຫ້ເເກ່ຜູ້ຂັບຂີ່ ເເລະ ຜູ້ໂດຍສານ;
  8. ຫ້າມຜູ້ໂດຍສານນັ່ງຂອບກະບະລົດ, ນັ່ງຝາທ້າຍລົດ ເເລະ ຫຼັງຄາລົດ ໃນເວລາລົດກຳລັງສັນຈອນຢ່າງເດັດຂາດ;
  9. ຫ້າມຂີ່ລົດຈັກເປັນພຶງ-ເປັນເເພ ກີດຂວາງການສັນຈອນຕາມເສັ້ນທາງຢ່າງເດັດຂາດ
  10. ຫ້າມໃຊ້ສີ່ງເປີະເປືອນ, ສາດນໍ້າສີ, ນໍ້າເປື້ອນ, ນໍ້າຄັນ, ເເກ່ວງຖົງນໍ້າ, ເເກ່ວງນ້ຳກ້ອນໃສ່ກັນ, ນຸ່ງເຄື່ຶງໂປ້-ເປືອຍ ເຂົ້າວັດ ເເລະສະຖານທີ່ຊຸມຊົນ;
  11. ຫ້າມຕັ້ງຈຸດຕາມເສັ້ນທາງ ເເລະ ຕັນທາງການສັນຈອນຂອງພາຫະນະ, ລັດຫົດນໍ້າຢູ່ຕາມເສັ້ນທາງ 13, ທາງຊອຍໃຫຍ່ເຂົ້າບ້ານ ເເລະ ຈຸດທີ່ເຫັນວ່າມີຄວາມສ່ຽງຕໍ່ການເກີດອຸປະຕິເຫດ;
  12. ຫ້າມຈັດງານຄອນເສີດໃນບ້ານ, ວັດວາອາຮາມ, ສະຖານທີ່ສາາທາລະນະ, ຕາມຫາດ-ເເຄມນ້ຳຕ່າງໆ ທີ່ບໍໄດ້ຮັບອະນຸຍາດ;
  13. ຫ້າມຈູດໝາກກະໂພກ ເເລະ ໃຊ້ສຽງດັງເກີນຂອບເຂດ ໃນການເປີດສຽງດົນຕຣີເນືອງນັນລົບກວນຜູ້ອື່ນ ກາຍເວ​ລາ 22:00 ໂມງ;
  14. ຫ້າມຈັດງານມ່ວນຊື່ນຕ່າງໆ ທີ່ເປັນການຫາລາຍໄດ້ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງໂດຍເດັດຂາດ, ກ່ຽວກັບພາກສ່ວນທີ່ໄດ້ຮັບອະນຸຍາດຈັດງານມ່ວນຊື່ນຕ່າງໆ ກໍ່ຕ້ອງປະຕິບັດໂມງເວລາໂມງເວລາໃຫ້ເຂັ້ມງວດຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ ( 06:00 ໂມງ ​ຫາ17:00 ໂມງ).

​ທຸກ​ການ​ກະ​ທຳ​ທີ່​ເປັນ​ການ​ລະ​ເມີດ​ທີ່​ກ່າວ​ມານັ້ນ ດ້ວຍ​ເຈດ​ຕະ​ນາ ແລະ ບໍ່​ເຈດ​ຕະ​ນາ ລ້ວນ​ແຕ່​ຈະຖືກ​ສຶກ​ສາ​ອົບ​ຮົມ, ກ່າວ​ເຕືອນ, ປັບ​ໃໝ​ຕາມ​ສະ​ຖານ​ກາ​ນ​ລະ​ເມີດ ຫຼື ດຳ​ເນີນ​ຄະ​ດີ​ຕໍ່​ຜູ້​ລະ​ເມີດ​ຕາມ​ລະ​ບຽບ​ການ.