ແຈ້ງການ ຫ້າມແຜ່ບຸນຊະຊາຍ

images
ຮູບປະກອບ ບໍ່ກ່ຽວກັບຂ່າວ

ອົງການພຸດທະສາດສະໜາສຳພັນລາວ (ອພສ) ສູນກາງ ໄດ້ອອກແຈ້ງການ ເຖິງ ອພສ ນະຄອນຫຼວງ ແລະອພສ ແຂວງ ທົ່ວປະເທດ ເລື່ອງ: ສະກັດກັ້ນການແຜ່ບຸນຊະຊາຍ

ເນື່ອງຈາກໃນໄລຍະທີ່ຜ່ານມາ ສະພາບການແຜ່ບຸນຂອງບາງວັດ ຫຼືບາງຄະນະຈັດຕັ້ງ ມີລັກສະນະຊະຊາຍບໍ່ເປັນລະບຽບ ເຊັ່ນ: ການເລາະແຜ່ຊອງ, ແຜ່ຕົ້ນ, ເອົາກອງອັດຖະ, ຄ້ອງ, ກອງ, ພະພຸດທະຮູບ, ເທວະຮູບ, ຍອດຊໍ່ຟ້າ, ສາສະນະວັດຖຸອື່ນໆ ໃສ່ລົດແລ້ວໃຊ້ເຄື່ອງຈະຈາຍສຽງ ໂຄສະນາແຜ່ປັດໄຈຕາມຕົວເມືອງ ຊຸມຊົນ ບ້ານ ເຮືອນ ຕະຫຼາດ ຮ້ານຄ້າ … ນຳປະຊາຊົນທັງພາຍໃນ ແລະຕ່າງປະເທດ ເຊິ່ງເຫັນວ່າເປັນພາບພົດເສື່ອມເສຍ ໃຫ້ແກ່ພະສົງລາວ, ອົງການພຸດທະສາດສະໜາສຳພັນລາວ ແລະຊາວພຸດລາວບັນດາເຜົ່າ.

ດັ່ງນັ້ນ, ອພສ ສູນກາງ ຈຶ່ງໄດ້ອອກແຈ້ງການ ເຖິງປະທານ ອພສ ແຂວງ, ນະຄອນຫຼວງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ອພສ ເມືອງ, ເຈົ້າອະທິການວັດ, ອຳນາດການປົກຄອງບ້ານ, ຈົ່ງພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເພື່ອສະກັດກັ້ນບໍ່ໃຫ້ມີປາກົດການດັ່ງກ່າວ ຂ້າງເທີງອີກຢ່າງເຂັດຂາດ ເພື່ອຮັກສາໄວ້ເຊິ່ງຄຸນຄ່າຄວາມເລື່ອມໃສ ສັດທາຂອງຊາວພຸດທະສາດສະໜາ ແລະຮີດຄອງປະເພນີອັນດີງາມ ຂອງຊາດລາວສືບຕໍ່ໄປ.

ອພສ ສູນກາງ