ແຈ້ງການ “ການຈັດຕັ້ງສະເຫຼີມສະຫຼອງວັນບຸນປີໃໝ່ລາວປະຈຳ ພ.ສ 2560”

ແຈ້ງການຈາກຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ສະບັບເລກທີ 230/ຫສຍນ.ກລຂ, ນະຄອນຫຼວງວຽງຈັນ, ລົງວັນທີ 21 ມີນາ 2017.

ຮຽນ: ບັນດາທ່ານລັດຖະມົນຕີກະຊວງ, ອົງການຈັດຕັ້ງທຽບເທົ່າກະຊວງ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ         ບັນດາທ່ານເຈົ້າແຂວງທົ່ວປະເທດ.
ເລື່ອງ: ການຈັດຕັ້ງສະເຫຼີມສະຫຼອງວັນບຸນປີໃໝ່ລາວປະຈຳ ພ.ສ 2560

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານລັດຖະມົນຕີ, ຫົວໜ້າອົງການຈັດຕັ້ງທຽບເທົ່າກະຊວງ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານເຈົ້າແຂວງ ຕະຫຼອດຮອດພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດຊາບດັ່ງນີ້:

    1. ການສະເຫຼີມສະຫຼອງວັນບຸນປີໃໝ່ລາວ ປະຈຳປີ ພສ 2560 ເປັນປີທີ່ມີຄວາມໝາຍສຳຄັນ ເຊິ່ງເປັນປີທີ່ທົ່ວພັກທົ່ວປວງຊົນລາວ ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2017 ໃຫ້ປະກົດຜົນເປັນຈິງ.
    2. ໃຫ້ຖືເອົາການສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈຳປີ ພ.ສ 2560 ທີ່ຈະໝູນວຽນມາເຖິງນີ້ເປັນໂອກາດໜຶ່ງທີ່ສຳຄັນ ໃນການສືບຕໍ່ຂະຫຍາຍມູນເຊື້ອ ຮີດຄອງປະເພນີອັນດີງາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງຊາດທີມີມາແຕ່ດົນນານແລ້ວ, ເປັນບຸນໃຫຍ່ປະຈຳຊາດ ທີ່ທົ່ວປວງຊົນລາວທັງຊາດຖືເອົາໂອກາດນີ້ ອວຍໄຊໃຫ້ພອນເຊິ່ງກັນ ແລະ ກັນ, ຈັດຕັ້ງສະເຫຼີມສະຫຼອງດ້ວຍບັນຍາກາດເບີກບານມ່ວນຊື່ນ ຖືກຕ້ອງຕາມຮີດຕອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ຕິດພັນກັບການທ່ອງທ່ຽວ ແລະ ບົນຈິດໃຈປະຢັດມັດທະຍັດ.
    3. ເນື່ອງຈາກປີໃໝ່ລາວປີນີ້ແມ່ນວັນທີ 14,15,16 ເມສາ 2017 (ວັນສຸກ, ວັນເສົາ ແລະ ວັນອາທິດ) ຍ້ອນວ່າວັນທີ 15 ແລະ ວັນທີ 16 ຖືກວັນເສົາ ກັບ ວັນອາທິດ ເຊິ່ງເປັນມື້ພັກວັນລັດຖະການ ສະນັ້ນຈິ່ງຕົກລົງເຫັນດີ ກຳນົດເອົາວັນທີ 13 ແລະ ວັນທີ 17 ເມສາ 2017 (ວັນພະຫັດ ແລະ ວັນຈັນ) ເປັນວັນພັກຊົດເຊີຍ.
    4. ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຊີ້ນຳ ການຜະລິດສະບຽງອາຫານ, ການສະໜອງເຄື່ອງອຸປະໂພກ ແລະ ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ, ລວມທັງການຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນທ້ອງຕະຫຼາດເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ສະບຽງອາຫານໂດຍບໍ່ມີເຫດຜົນ.
    5. ໃຫ້ບັນດາກະຊວງ, ອົງການຈັດຕັ້ງທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດເອົາໃຈໃສ່ຊີ້ນຳໃນການຮັກສາຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍໃຫ້ມີການແບ່ງຄວາມຮັບຜິດຊອບໃນການຕິດຕາມ, ກວດກາເວນຍາມ ແລະ ປະຈຳການຄັກແນ່ເພື່ອປ້ອງກັນສຳນັກງານອົງການຕະຫຼອດໄລຍະຫຼິ້ນບຸນປີໃໝ່ລາວ ແລະ ໃຫ້ສາມາດປະສານງານໄດ້ຢ່າງເປັນປົກກະຕິ.

– ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ການທ່ອງທ່ຽວ ແລະ ທ້ອງຖິ່ນເພື່ອຈັດສັນ ແລະ ອຳນວຍຄວາມສະດວກໃນການສັນຈອນໄປ-ມາໃຫ້ມີຄວາມປອດໄພ ແລະ ໃຫ້ເພີ່ມທະວີການໂຄສະນາ ເພື່ອສ້າງຈິດສຳນຶກໃຫ້ພົນລະເມືອງທົ່ວສັງຄົມເຄົາລົບກົດລະບຽບຈໍລະຈອນ ເພື່ອປ້ອງກັນການເກີດອຸບັດຕິເຫດ.
6. ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ເພີ່ມທະວີການໂຄສະນາ ແລະ ປະຊາສຳພັນ ໃຫ້ປະຊາຊົນທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການສະຫຼອງບຸນປີໃໝ່ປະຈຳຊາດ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຈັດຕັ້ງປະຕິບັດຕາມຈິດໃຈຊີ້ນຳຂ້າງເທິງດ້ວຍ

ລັດຖະມົນຕີ
ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ທ່ານ ປອ ເພັດ ພົມພິພັກ.

 

 

1 COMMENT

  1. ເຫັນດີນຳ,,,,,,ແຕ່ບໍລິສັດຂ້າພະເຈົ້າບໍ່ເປັນໄປຕາມພັກລັດ 8/3 ຍັງບໍໄດ້ພັກ

Comments are closed.