ແຈ້ງການ!!ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງປັບຂຶ້ນລາຄານໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການກ່ຽວກັບການປັບຂຶ້ນລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ແລະ ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກຊະນິດຄື: ນໍາມັນແອັດຊັງພິເສດ ປັບຂຶ້ນ 590 ກີບ/ລິດ, ນໍ້າມັນແອັດຊັງທໍາມະດາ ປັບຂຶ້ນ 710 ກີບ/ລິດ ແລະ ນໍ້າມັນກາຊວນ ປັບຂຶ້ນ 870 ກີບ/ລິດ.

ໂດຍອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0094/ອຄ ລົງວັນທີ 26 ມັງກອນ 2022 ໃຫ້ເລີ່ມມີການປະຕິບັດໃນວັນທີ 28 ມັງກອນ 2022 ເວລາ 06:00 ໃນຂອບເຂດທົ່ວປະເທດເຊິ່ງການປັບຂຶ້ນລາຄານໍ້າມັນເຊື້ອໄຟໃນຄັ້ງນີ້ແມ່ນໄດ້ຫຼຸດຄັງແຮນໍ້າມັນເຊື້ອໄຟທຸກຊະນິດ. ສາມາດເບິ່ງລາຍລະອຽດການປັບຂຶ້ນລາຄານໍ້າມັນໄດ້ຕາມແຈ້ງການລຸ່ມນີ້:

ແຫຼ່ງຂ່າວ: ແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ