ແຂ່ງກິນຮ໋ອດດັອກ ເກີດຕິດຕໍຈົນເສຍຊີວິດ!

 

EyWwB5WU57MYnKOuFZjlIiAgseVr5sX0KAYq4XLPTBMK5Gn8K0TQR8
(ພາບປະກອບ)

 

ເກີດເຫດສະຫຼົດໃຈ ໃນລະຫວ່າງການແຂ່ງຂັນກິນຮ໋ອດດັອກປະຈຳປີ ຂອງເທດສະການສຸດຮິດໃນອາເມລິກາ

ເຊິ່ງຫຼາຍແຫ່ງນິຍົມຈັດຂຶ້ນ ໃນການສະຫຼອງວັນຊາດ 4 ກໍລະກົດ ໃນຊ່ວງທ້າຍອາທິດຜ່ານມານີ້, ເມື່ອ ທ້າວ

ວໍເຕີ້ ອີເລິ້ນເທນ ອາຍຸ 47 ປີ ໜຶ່ງໃນຜູ້ແຂ່ງຂັນ ເສຍຊີວິດທີ່ໂຮງໝໍໃນເມືອງ ຄັສເຕີ ລັດເຊົ້າດາໂກຕາ ສະຫະ

ລັດອາເມລິກາ ເມື່ອວັນທີ 9 ກໍລະກົດ ເນື່ອງຈາກຂາດອາກາດຫາຍໃຈ ຫຼັງກິນຮ໋ອດດັອກຢ່າງຟ້າວຟັ່ງຈົນຕິດ

ຄໍ ແລະ ເກີດອາການຈຸກ ເຊິ່ງໜ່ວຍກູ້ຊີບ ໄດ້ໃຊ້ວິທີປະຕິບັດການຊ່ວຍເຫຼືອຟື້ນຄືນຊີບ ໃນຊ່ວງທີ່ ອີເກິ້ນເທນ

ຢຸດຫາຍໃນໄປຊົ່ວຂະນະ ແລ້ວພະຍາຍາມທີ່ຈະເອົາຮ໋ອດດັອກ ທີ່ຕິດຢູ່ໃນຄໍອອກ ແຕ່ກໍບໍ່ເປັນຜົນ ໂດຍທ່ານ

ຣິກ ວິເລີ ເຈົ້າເມືອງເມືອງຄັສເຕີ ເປີດເຜີຍວ່າ ທຸກຢ່າງເກີດຂຶ້ນວ່ອງໄວຫຼາຍພາຍໃນເວລາບໍ່ພໍເທົ່າໃດນາທີ.

 

ດ້ານສະມາຄົມການຄ້າເມືອງຄັສເຕີ ຜູ້ສະໜັບສະໜູນການຈັດງານດັ່ງກ່າວ ຕ້ອງໄດ້ຍົກເລີກການແຂ່ງຂັນ

ກິນພາຍ ເຊິ່ງໄດ້ກຳນົດໄວ້ໃນວັນສຸກທີ 11 ກໍລະກົດນີ້ທັນທີ, ໂດຍ ທ່ານ ເດບ ເຣສເລີ ປະທານຝ່າຍບໍລິຫານ

ຂອງສະມາຄົມດັ່ງກ່າວ ເຜີຍວ່າ ຮູ້ສຶກເສຍໃຈກັບເລື່ອງເສົ້າໃນຄັ້ງນີ້.