ແຂວງ​ວຽງ​ຈັນ​ ປະ­ກາດ​ລົບ​ລ້າງ​ຊັ້ນ​ປະ­ຖົມ​ບຳ­ລຸງ

34c7531bb8835751da5e7dc8f2ab6bd3

 

ປະ­ຊາ­ກອນ​ໃນ​ເກນ​ອາຍຸ15-40 ປີ​ຂອງ​ແຂວງ​ວຽງ​ຈັນ​ໄດ້​ຈົບ​ຂັ້ນ​ປະ­ຖົມ​ບຳ­ລຸງ 98,72% ຂອງ​ຈຳ­ນວນ​ປະ­ຊາກອນ​ທັງ​ໝົດ,

ຂະ­ນະ​ທີ່ອັດ­ຕາ​ເຂົ້າ​ຮຽນ​ສຸດ­ທິ​ຊັ້ນ​ປະ­ຖົມ​ເພີ່ມ​ຂຶ້ນ 99,27% ແລະ ອັດ​ຕາ­ຄ້າງ​ຫ້ອງ​ຫຼຸດ​ລົງ 2,06% ຊຶ່ງເປັນ​ເງື່ອນ­ໄຂ​ໃນ​ການ

​ປະ­ກາດ​ຈົບ​ຊັ້ນ​ປະຖົມ​ບຳ­ລຸງ​ທົ່ວ​ແຂວງ.

 

ການ​ປະ­ກາດ​ຈົບ​ຊັ້ນ​ປະ­ຖົມ​ບຳ­ລຸງທົ່ວ​ແຂວງ​ມີ​ຂຶ້ນ​ໃນ​ວັນ​ທີ 26 ທັນ­ວາທີ່​ຜ່ານ​ມາ ທີ່​ສະ­ໂມ­ສອນ​ໃຫຍ່​ຂອງແຂວງ​ໂດຍ​ມີ

ທ່ານ ດຣ.ພັນ​ຄຳ ວິ­ພາ​ວັນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີ​ວ່າການ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ, ທ່ານ ຄຳ​ເມິງ

ພົງ​ທະ​ດີ ເຈົ້າ­ແຂວງໆວຽງ​ຈັນ, ມີ​ທ່ານ​ຮອງ​ເຈົ້າ­ແຂວງ​ໄຊ​ຍະບູ​ລີ, ແຂວງ​ບໍ​ລິ​ຄຳ​ໄຊ, ຫຼວງ​ພະ​ບາງ,  ບັນ­ດາ​ພະ­ແນກ­ການ​

ຈາກ​ນະ­ຄອນ­ຫຼວງ​ວຽງ​ຈັນ, ໄຊ​ສົມ­ບູນ, ພ້ອມ​ດ້ວຍ​ບັນ­ດາທ່ານ​ໃນ​ຄະ­ນະ​ປະ­ຈຳ​ພັກ​ແຂວງ​ບັນ­ດາເຈົ້າ­ເມືອງ ແລະ ຜູ້​ບໍ­ລິ

­ຫານ​ງານ​ສຶກ​ສາພາຍ​ໃນ​ແຂວງ​ເຂົ້າ​ຮ່ວມ.

 

ທ່ານ ຄຳ​ເມິງ ພົງ​ທະ​ດີ ມີ​ຄຳ​ເຫັນວ່າ: ປະ­ຈຸ​ບັນ​ແຂວງ​ວຽງ​ຈັນ​ມີ 11 ເມືອງ, ມີ 434 ບ້ານ, ມີ​ພົນ­ລະ­ເມືອງ 433.370 ຄົນ ປະ​

ຊາຊົນ​ສ່ວນ​ໃຫຍ່​ມີ​ອາຊີບ​ກະ­ສິ­ກຳ​ກວມ 80% ສົກ​ຜ່ານ​ມາ​ມີ ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ 4.667 ຕື້​ກີບ; ສຳ­ລັບ​ວຽກ​

ງານ​ສຶກ​ສາ​ຄະ­ນະ​ນຳຂອງ​ແຂວງ​ໄດ້​ເອົາ­ໃຈ­ໃສ່​ຂະ­ຫຍາຍ​ຕາໜ່າງ​ ການ​ສຶກ​ສາ​ລົງ​ສູ່​ເຂດ​ຊົນ­ນະ­ບົດຫ່າງ​ໄກ​ສອກ­ຫຼີກ​ເຮັດ​ໃຫ້

​ອັດ­ຕາ​ ເຂົ້າຮຽນ​ສຸດ­ທິ​ໃນ​ຊັ້ນ​ປະ­ຖົມ​ເພີ່ມ​ຂຶ້ນ 99,27% ອັດ​ຕາ­ຄ້າງ​ຫ້ອງ​ຫຼຸດ​ລົງ 2,06% ອັດ­ຕາ​ເລື່ອນ​ຂັ້ນ-ຈົບ​ຊັ້ນ​ປະຖົມ​

ເພີ່ມ​ຂຶ້ນ 97,01%, ອັດ­ຕາ​ເລື່ອນຂັ້ນ-ຈົບ​ມັດ­ທະ­ຍົມ​ຕົ້ນ 98,72% ປະ­ຊາ ກອນ​ໃນ​ເກນ​ອາ­ຍຸ 15-40 ປີ ຈົບ​ປະຖົມ  98,57%.

 

ດ້ານ ທ່ານ ນາງ ຈັນ​ແພງ ວິ­ພາ​ວັນ ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ແຂວງ​ວຽງຈັນ​ ກ່າວ​ວ່າ: ໃນ​ປີ 1997 ປະ­ຊາ­ກອນ ໃນ​ເກນ​ອາ­ຍຸ

15-40 ປີ ບໍ່​ຈົບ​ຊັ້ນ​ປະຖົມ​ບຳ­ລຸງ​ມີ​ເຖິງ 9.385 ຄົນ, ຍິງ 6.656 ຄົນ ດັ່ງ­ນັ້ນ ຂະ­ແໜງ­ການ​ສຶກ​ສາ​ໄດ້​ສົມ­ທົບ​ກັບ​ອຳ­ນາດ​ການ​

ປົກ­ຄອງ​ຂັ້ນ​ຕ່າງໆ​ຈັດ​ຕັ້ງ ​ບຳ­ລຸງ​ຄືນ​ຕາມ​ແຕ່​ລະ​ບາດ­ກ້າວ​ຄື: ວາງ​ແຜນ, ເກັບ​ກຳ​ຂໍ້​ມູນ ໂຄ­ສະ­ນາ​ອົບ­ຮົມ, ດຳ­ເນີນ​ການ​

ຮຽນ-ການ​ສອນ​ຢ່າງ​ມີ​ຜົນ­ສຳ­ເລັດ ຊຶ່ງ​ບັນ­ດາເມືອງ 11 ຕົວ​ເມືອງ ທົ່ວ​ແຂວງ​ສາ­ມາດ ປະ­ກາດ​ລົບ​ລ້າງ​ແຕ່​ປີ 2000 ເປັນ­

ຕົ້ນມາ, ເມືອງ​ຫຼ້າ​ສຸດ​ແມ່ນ​ປີ 2012 ແລະ ສາ­ມາດ​ປະ­ກາດ​ລົບ​ລ້າງ​ຊັ້ນ​ປະ­ຖົມ​ບຳລຸງ​ທົ່ວ​ແຂວງ​ຢ່າງ​ເປັນ​ທາງ​ການ​ໃນ​ ວັນ​ທີ

26 ທັນ­ວາ 2014.

 

ໃນ​ໂອ­ກາດ​ນີ້ ທ່ານ ດຣ. ພັນ​ຄຳ ວິ­ພາ​ວັນ ໄດ້​ໃຫ້​ກຽດ​ໂອ້​ລົມ ຊຶ່ງ​ທ່ານ​ໄດ້​ຮຽກ­ຮ້ອງ​ມາ​ຍັງ​ຄະ­ນະ​ນຳ​ຂອງ​ແຂວງ, ຜູ້​ບໍ­ລິ­ຫານ​

ງານ​ສຶກ​ສາ ແລະ ກີ­ລາ, ປະຊາ​ຊົນ​ບັນ­ດາ­ເຜົ່າ​ຈົ່ງ​ພ້ອມ​ກັນ​ເສີມ​ຂະຫຍາຍ​ມູນ­ເຊື້ອ​ປະ­ຕິ­ວັດ, ມູນ­ເຊື້ອ​ວີ­ລະຊົນ​ອັນ​ອົງ­ອາດ​

ກ້າ­ຫານ​ໃນ​ເມື່ອ​ກ່ອນເຂົ້າ​ສູ່​ການ​ປົກ​ ປັກ​ຮັກ­ສາ ແລະ ສ້າງ­ສາແຂວງ​ວຽງ​ຈັນ​ໃຫ້​ຈະ­ເລີນ​ເຂັ້ມ­ແຂງ ແລະ ຮັ່ງ­ມີ, ສຳ­ລັບ​ວຽກ

​ງານ​ສຶກ​ສາແມ່ນ​ໃຫ້​ສືບ­ຕໍ່​ຈັດ​ຕັ້ງ​ບຳ­ລຸງ​ຍົກ​ລະ­ດັບໃຫ້​ສູງ​ ຂຶ້ນ,ຈົບ​ຊັ້ນ​ປະ­ຖົມ​ແລ້ວ​ແມ່ນ​ໃຫ້ຍົກ​ລະ­ດັບ​ການ​ຮຽນ​ໃຫ້​ຈົບ​ມໍ

​ຕົ້ນ ແລະ ມ.ປາຍ ຕໍ່​ໄປ.

 

ໃນ​ການ​ປະ­ກາດ​ຄັ້ງ​ນີ້ ທ່ານ​ລັດ​ຖະມົນ­ຕີ​ກະ­ຊວງ​ສຶກ​ສາ ຍັງ​ໄດ້​ມອບ​ໃບ​ຢັ້ງຢືນ​ການ​ຈົບ​ຊັ້ນ​ປະ­ຖົມ​ບຳ­ລຸງ​ໃຫ້​ແກ່ ແຂວງ​ວຽງ

​ຈັນ ໂດຍ​ແມ່ນ​ທ່ານ​ເຈົ້າແຂວງ​ເປັນ​ຜູ້​ຮັບ, ຫຼັງ​ຈາກ​ນັ້ນ ກໍ​ໄດ້​ມີການ​ຕັດ​ແຖບ​ຜ້າ, ຕີ​ຄ້ອງ, ປ່ອຍ​ປູມ​ເປົ້າ ເພື່ອ​ເປັນ​ສັນ­ຍາ

​ລັກ​ແຫ່ງ​ການ​ປະ­ກາດລົບ​ລ້າງ​ຊັ້ນ​ປະ­ຖົມ​ບຳ­ລຸງ​ທົ່ວ​ ແຂວງຢ່າງ​ເປັນ​ທາງ​ການ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ