ແຂວງວຽງຈັນຈັບພະນັກງານລັດ ລັກຂາຍຊັບສິນຂອງລັດ 57 ຄົນ

10672360_1447785698871513_1606036613282847540_n
ຂ່າວສານປະເທດລາວແຈ້ງວ່າ ເຈົ້າຫນ້າທີ່ກວດກາແຂວງວຽງຈັນໄດ້ເປີດເຜີຍໃນວັນທີ 4 ມິຖູນາ 2015 ວ່າ: ໃນປີ 2014 ທີ່ຜ່ານມານີ້ ລົງກວດກາ ແລະ ສົມທົບກັບພາກ ສ່ວນກ່ຽວຂ້ອງໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໂດຍສະເພາະເຈົ້າໜ້າທີ່ກ່ຽວຂ້ອງສາມາດກວດເຫັນ ແລະ ໄດ້ຕັດສິນຕໍ່ຜູ້ກະທຳຜິດຈຳນວນ 57 ຄົນໃນຂໍ້ຫາຊື້-ຂາຍຊັບຂອງລັດຜິດກົດຫມາຍ ຢູ່ເມືອງໂພນໂຮງ ແລະ ການຊື້-ຂາຍດິນທີ່ບໍ່ຖືກຕ້ອງຢູ່ເມືອງຫີນເຫີບ ແລະ ເກັບກູ້ເງິນຄືນໄດ້ແລ້ວເກືອບ 700 ລ້ານກີບໃນຈຳນວນມູນຄ່າການຊື້ຂາຍດິນ 1.733 ລ້ານກວ່າກີບ.
ທ່ານ ບຸນເພັງ ສາຍນໍລະດີ ຄະນະປະຈຳພັກແຂວງ, ປະທານກວດກາພັກທັງເປັນຫົວຫນ້າພະແນກກວດກາລັດແຂວງວຽງຈັນໄດ້ລາຍງານຕໍ່ກອງປະຊຸມກວດກາປະຈຳປີ 2014 ວ່າ: ໃນ ປີ 2014 ທີ່ຜ່ານມານັ້ນ ເຈົ້າຫນ້າທີ່ກວດກາແຂວງວຽງຈັນໄດ້ເອົາໃຈໃສ່ຕິດຕາມ ແລະ ກວດກາການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຕໍ່ຜູ້ກຳຜິດ 57 ຄົນໃນຂໍ້ຫາຊື້-ຂາຍຊັບຂອງລັດຢູ່ເມືອງໂພນໂຮງ ແລະ ຕິດຕາມກວດກາການຕັດສິນຂອງສານຕໍ່ຜູ້ກະທຳຜິດທີ່ພົວພັນກັບການຊື້-ຂາຍດິນຢູ່ເມືອງຫີນເຫີບ(ດິນບໍ່ຖືກຕ້ອງ) ຈຳນວນ 5.228,9 ເຮັກຕາ ເຊິ່ງມີເງິນທີ່ໄດ້ຈາກການຊື້ຂາຍດັ່ງກ່າວ 1.733 ລ້ານກວ່າກີບ ກັບ 55.000 ໂດລາ; ໃນນີ້ເຈົ້າຫນ້າທີ່ເກັບກູ້ຄືນໄດ້ແລ້ວ 689 ລ້ານກີບ ກັບ 2.500ໂດລາຍັງເກັບກູ້ບໍ່ທັນໄດ້ 1.044 ລ້ານກວ່າກີບ ກັບ 33.000 ໂດລາ, ຄຽງຄູ່ກັນນີ້ໄດ້ຈັດຕັ້ງການແຈ້ງຊັບສິນ ແລະລາຍຮັບຂອງພະນັກງງານລັດຖະກອນທົ່ວແຂວງ ເຊິ່ງມີພະນັກງານມາແຈ້ງຊັບສິນທັງຫມົດ10.583ສະຫາຍ ຍິງ1.156 ສະຫາຍ ໃນນີ້ເປັນພະນັກງານຂັ້ນສູນກາງຄຸ້ມຄອງ1.92 8ສະຫາຍ,ຍິງ 618ສະຫາຍ.
ທ່ານ ບຸນເພັງ ສາຍນໍລະດີ ກ່າວອີກວ່າ ຄະນະກວດກາສະເພາະລົດນຳເຂົ້າບໍ່ຖືກຕ້ອງ ແລະ ລົດປ້າຍສີຟ້າທີ່ບໍ່ທັນໄດ້ເສຍພາສີເຊິ່ງໄດ້ລົງກວດ4ເມືອງຄື: ເມືອງຫີນເຫີບພົບລົດໃຫຍ່ 17 ຄັນທີ່ນຳເຂົ້າບໍ່ຖືກຕ້ອງໃນນີ້ໃສ່ປ້າຍສີຟ້າ 3 ຄັນໃນຈຳນວນ 17 ຄັນທີ່ບໍ່ຖືກຕ້ອງຢູ່ຂົງເຂດ ປ.ກ.ສ 15 ຄັນ, ພົບລົດຈັກ 18 ຄັນ, ປະຊາຊົນຄອບຄອບ 3 ຄັນ, ສ່ວນທີ່ເຫລືອແມ່ນພະນັກງານຢູ່ເມືອງເຟືອງພົບ 10 ຄັນ, ໃນນີ້ຢູ່ ປກສ ເມືອງ 6 ຄັນພົບລົດຈັກ 52 ຄັນ ເປັນພະນັກງານລັດ 80%, ຢູ່ເມືອງຫມື່ນພົບລົດໃຫຍ່ 7ຄັນໃນນີ້ ຢູ່ປກສ 4 ຄັນພົບລົດຈັກ 117 ຄັນເປັນພະນັກງານລັດ 50% ແລະ ເມືອງຊະນະຄາມພົບລົດໃຫຍ່ 20 ຄັນໃນນີ້ ຢູ່ປກສ 18 ຄັນ, ລົດຈັກ 657 ຄັນເປັນພະນັກງານຄອບຄອງ 20%, ສ່ວນທີ່ເຫລືອແມ່ນປະຊາຊົນ.

ຂອບໃຈຂ່າວ: ສີຫລວງລາດ
ສຳນັກຂ່າວສານປະເທດລາວ

 

11 COMMENTS

  1. ກວດພົບແລ້ວຄວນໃຊ້ມາດຕະການຢ່າງໃດຕໍ່ຜູ້ກະທຳຜິດຕໍ່ລະບຽບກົດໝາຍບ້ານເມືອງ..ສົມຄວນຕັດອິສສາລະພາບລະຄົນພວກນີ້…ເຮັດວຽກບໍ່ໂປ່ງໃສ…ຄໍລັບຊັນຕົວຈິງ.

  2. ໃຫ້ຂັ້ນລັຖະບານເປັນແບບຢ່າງຂັ້ນລຸ່ມກະເອົາແບບນຳ,ດີກະເອົາບໍ່ດີກະເອົາ,ເພາະສູນກາງປຽບເໝືອນແວ່ນແຍງໃຫ້ແກ່ຂັ້ນລຸ່ມດັ່ງບູຮານລາວເຄີຍເວົ້າວ່າ:ເຮືອນເພເທິງຫຼົບແປງຍາກ ຄົນເປັນຂີ້ກາກປົວດີ ແລະ ເຫຼັກຂົດເອົາໄວ້ເຮັດຂໍເຫຼັກງໍເອົາໄວ້ເຮັດກຽ່ວ,ຄົນຂົດລຽ້ວເອົາໄວ້ບໍ່ດີ

  3. ປະກົດການຍໍ່ທໍ້ແມ່ນກຸ່ມພະນັກງານລັດເປັນຄົນສ້າງມັນຂຶ້ນມາຖ້າຍັງລະເວັ້ນການປະຕິບັດວິໃນຕໍ່ຜູ້ກະທຳຜິດກໍ່ຖືວ່າອຳນາດຂອງຜູ້ກະທຳຜິດສູງກວ່າອຳນາດລັດ ແລະ ກົດໝາຍຖ້າຍັງເປັນແບບນີ້ຕໍ່ໄປການພັດທະນາກໍ່ຍິ່ງຊັກຊ້າບໍ່ໄປເຖິງຈຸດໝາຍທີ່ວາງໄວ້

  4. ຢູ່ແຂວງອັດຕະປືຫົວໜ້າການເງີນແຂວງ ມີແຈ້ງການຂອງກວດກາສູນກາງ ແລະ ຫ້ອງການສໍານັກງານນາຍຍົກວ່າຜູ້ກຽ່ວມີພຶດຕິກໍາຍັກຍອກຊຸກເຊື່ອງເງິນ
    ງົບປະມານ ແລະ ເອື້ອອາໍນວຍນາຍທຶນຕ່າງຊາດຕັດໄມ້ຜິດກົດໝາຍ ຮອດປັດຈຸບັນບໍ່ເຫັນມີຫຍັງເກິດຂື້ນກັບຜູ້ກຽ່ວ

  5. ຢູ່ແຂວງອັດຕະປືຫົວໜ້າການເງີນແຂວງ ມີແຈ້ງການຂອງກວດກາສູນກາງ ແລະ ຫ້ອງການສໍານັກງານນາຍຍົກວ່າຜູ້ກຽ່ວມີພຶດຕິກໍາຍັກຍອກຊຸກເຊື່ອງເງິນ
    ງົບປະມານ ແລະ ເອື້ອອາໍນວຍນາຍທຶນຕ່າງຊາດຕັດໄມ້ຜິດກົດໝາຍ ຮອດປັດຈຸບັນບໍ່ເຫັນມີຫຍັງເກິດຂື້ນກັບຜູ້ກຽ່ວ

  6. ຄືບໍ່ມີຮູບກັບລາຍຊື່ຜູ້ກະທຳຜີດແດ່ ຜູ້ເຮັດຜີດ ແມ່ໃຜຊັນຕຳແຫນງທີກະບໍ່ບອກໃຫ້ຮູ້ແດ່

  7. ດີຫລາຍ:ສຳນັກຂ່າວລາຍຊົມເຊີຍ…👏👏👏
    ພັດທະນາສາຣະໝາຮູ້ຫຼື່ຂ່າວຕ່າງໆໄປເລື່ອຍໆເດີ ພະນັກງານທີ່ເກັງຫລາຍ…
    #ຮູ້ສືກພູມໃຈຫລາຍໆ.

  8. ເປັນຂ່າວ ທີບໍ່ອາດຈະເຊື່ອຖືໃດ້ ເພາະຜູ້ ທີ່ນຳ ມາເຜີຍແຜ່ ຕໍ່ມວນ ຊົນ ມີເຈດຕະນາ ປົກປິດ ສີ່ງໃດ ສີ່ງ ນີ່ງ ໂດຍ ບໍ່ ມີ ການ ເປີດເຜີຍ ທີ່ມາ ຂອງແຫຼ່ງ ຂາ່ວ ແລະ ຜູ້ຂຽນ. ຂໍ້ມູນ ສຳນວນ ຂ່າວ ກໍ ບໍ່ສາມາດ ຍ້ັງຍືນໃດ້ ວ່າ ຂາ່ວ ດັ່ງ ກາ່ວເກີດຂື້ນ ຈີງ ແທ້ບໍ? ຢູ່ໃສ? ເມື່ອໃດ? ເກີດ ຂື້ນ ກັບຜູ້ໃດ? ຮ້າຍແຮງໄປ ກ່ວານັ້ນ ຂ່າວນີ້ ຍັງປົກປ້ອງ ຜູ້ກະຜິດ ໂດຍ ບໍ່ ລົງຊື່ ໃຫ້ ປະຊາຊົນ ໃນທອ້ງຖີ່ນ ໂດຍສະເພາະ ຮັບຮູ້ເລີຍ. ຫຼີ ທາງ ຄະນະຜູ້ ກວດກາ ມີເຈດຕະນາ ຊ້ອນເຊື່ອງ ບຸກຄົນ ທີ່ ໂກງກີນ ເລືອດ ຂອງປະຊາຊົນ ເຫົຼານີ້ ເພື່ອຈະເກັບໃວ້ ໄປ ເປັນເຄືອ່ງ ມື ໃນການ ສໍ້ກົງ ສາ້ງຮ້່ງ ຄູນມີ ແກ່່ຄະນະ ຕໍ່ໄປ. ຂາ່ວນີ້ ບໍ່ແຕກຕ່າງ ຫຍັງ ກັບ ຂ່າວ ຕາມ ທອ້ງຕະລາດ ຫຼື ມາຈາກ ຂອກແຄ ແຈຮົ້ວ ເທົ່ານັ້ນ. ແຕ່ເມື່ອ ຂ່າວນີ້ໃດ້ອອກ ສູ່ສາຍຕາ ມວນ ຊົນແລ້ວ ກໍ ສະແດງວ່າ ໃດ້ ຮັບ ການອະນຸຍາດ ແລະກວດກາ ຢາ່ງເປັນທາງການແລ້ວ. ຈະດວ້ຍ ຈຸດປະສົງໃດ ກໍຕາມ ການ ນຳ ສະຂ່າວ ກໍຄວນ ຈະມີ ການຍັ້ງຢືນເຖີງ ທີ່ມາ .. ຖາ້ ບໍ່ດັງນັ້ນ ກໍເປັນ ຂາ່ວ ເພື່ອ ຫຼອກລວງ ປະຊາຊົນ ເທົານ້ັນເອງ.

  9. lat .ຂໍສະແດງຄວາມຄິດເຫັນຕໍບັນຫາຄວາມບໍ່ເປັນເຈົ້ນການໃນການພັດທະນາປະເທດຊາດໃນໄລຍະນີ້ ເບິ່ງລວມແລ້ວການພັດທະນາມີຢູ່ແຕ່ຍັງບໍ່ທັນທົ່ເຖິງໂດຍສະເພາະເມືອງພູູດອຍ, ການພັດທະນາຊ້າຫຼາຍເນື່ອງມາຈາກການເກັບລາຍຮັບຈາກການລົງທຶນຍັງຕົກເຮ່ຍຫຼາຍໂດຍສະເພາະໃນຂົງເຂດຄົມມະນາຄົມລາຄາການກໍ່ສ້າງທາງແພງຫຼາຍແຕ່ບໍ່ໄດ້ຄຸນນະພາບຂໍໃຫ້ທາງຂະແໜງການທີ່ກ່ຽວຂ້ອງຊ່ວຍຄົ້ນຄ້ວາພິຈາລະນເບິ່ງແດ່

  10. ຂ້ອຍຄົນເມື່ອງໂພນໂຮງຂ່າວດັ່ວກ່າວນີ້ມີຄວາມຈິງແຕ່ບໍ່ໄດ້ປົດພະນັກງານອອກຈັກຄົນເລີຍ

Comments are closed.