ເຮືອບິນຂະໜາດນ້ອຍຕົກໃນຮອນດູຣັສ ເສຍຊີວິດ 5 ລາຍ

ຊາວການາດາ 4 ຄົນ ແລະ ນັກບິນອາເມຣິກາ 1 ຄົນ ເສຍຊີວິດຫຼັງເກີດອຸບັດເຫດເຮືອບິນນ້ອຍຕົກໃນທະເລນອກແຄມຝັ່ງເກາະດອນຣົວຕັນໃນຮອນດູຣັສຂະນະເດີນທາງທ່ອງທ່ຽວພັກຜ່ອນ.

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດຮອນດູຣັສເມື່ອວັນທີ 19 ພຶດສະພາຜ່ານມາວ່າ ພົບເຮືອບິນຂະໜາດນ້ອຍລຳໜ່ຶງປະສົບອຸບັດເຫດຕົກໃນທະເລນອກແຄມຝັ່ງເກາະດອນຣົວຕັນ ຊຶ່ງຈຸດທີ່ພົກຊາກເຮືອບິນຢູ່ໃກ້ກັບເມືອງດິກຊັນ ໂຄຟ ພາຍຫຼັງທີ່ເຮືອບິນລຳດັ່ງກ່າວບິນຂຶ້ນຈາກສະໜາມບິນເທິງເກາະດອນຣົວຕັນໄດ້ພຽງບໍ່ເທົ່າໃດນາທີເທົ່ານັ້ນ.

ເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 5 ລາຍ ໂດຍເຈົ້າໜ້າທີ່ກູ້ໄພພົບສົບຜູ້ເສຍຊີວິດຊຶ່ງເປັນຊາວການາດາ 4 ລາຍ ນັກນັກບິນຊາວອາເມຣິກາ 1 ລາຍ ສ່ວນສາເຫດຂອງເຫດການດັ່ງກ່າວ ແລະ ຂ້ໍມູນຂອງອຸບັດເຫດໃນຄັ້ງນີ້ຍັງບໍ່ສາມາດພິສູດ ແລະ ລະບຸໄດ້ເທື່ອ ເບື້ອງຕົ້ນຮູ້ພຽງວ່າເຮືອບິນລຳດັ່ງກ່າວມີຈຸດໝາຍປາຍທາງໄປຍັງເມືອງທຣູຈິນໂຢຊຶ່ງຢູ່ຫ່າງຈາກຈຸດເກີດເຫດໄປ 77 ກີໂລແມັດ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP