ເຮືອບັນທຸກນໍ້າມັນ AMPAR 8 BANGKOK ເກີດຖັງນ້ຳມັນລະເບີດ

0
1165

ໃນວັນທີ 27 ມີນາ 2022 ຜ່ານມາ ໄດ້ເກີດເຫດການເຮືອບັນທຸກນໍ້າມັນ ຊື່ AMPAR 8 BANGKOK ເກີດຖັງນ້ຳມັນລະເບີດຂຶ້ນ. ຢູ່​ກາງ​ແມ່​ນ້ຳເຈົ້າພະຍາ ໃກ້ບໍລິເວນທ່າເຮືອແຖວປ້ອມພະຈຸລະສະພານ 2  ເຮັດໃຫ້ມີຄວັນ​ສີ​ດຳ​ອັນ​ໜາ​ແໜ້ນ​ໄດ້​ລະ​ເບີດ​ອອກ​ມາ​ຈາກ​ລຳເຮືອ.

ສໍາລັບເຮືອລຳດັ່ງກ່າວ ເບື້ອງຕົ້ນ​ເຈົ້າ​ໜ້າ​ທີ່​ໄດ້ລະບຸວ່າ:​ ເຮືອລຳດັ່ງກ່າວບັນທຸກນ້ຳມັນດິບ 3 ລ້ານລິດ ມາຈາກເກາະສີຊັງ, ເມືອງ້ກາະສີຊັງ, ແຂວງຊົນບູຣີ, ເມື່ອມາຮອດຈຸດເກີດເຫດກໍໄດ້ເກີດລະເບີດ. ໂດຍ​ບໍ່ຍັງບໍ່ຮູ້ສາເຫດວ່າເກີດຂື້ນຍ້ອນຫຍັງ  ໃນຂະນະນີ້ຍັງຢູ່ໃນຂັ້ນຕອນຂອງການດັບໄຟ ແລະ ສືບສວນສາເຫດ.

ຕໍ່ມາເວລາ 15:04 ໂມງ ໜ່ວຍກູ້ໄພມູນນິທິອອກກວດສອບເຫດລົດບັນທຸກນ້ຳມັນລະເບີດ. ພົບເຫັນສົບຜູ້ໜຶ່ງ ລອຍຢູ່ກາງແມ່ນ້าເຈົ້າພະຍາ ໂດຍ​ນຳ​ເອົາ​ສົບ​ກັບ​ຄືນ​ສູ່​ຝັ່ງແລ້ວ

ຕໍ່ມາເວລາ 16:45 ໂມງ ກົມປ້ອງກັນ ແລະ ແກ້ໄຂໄພພິບັດສະມຸດປາການ ລາຍ​ງານ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ການ​ລະ​ເບີດ​ຂອງ​ເຮືອບັນ​ທຸກ​ນ້ຳ​ມັນ ລະເບິດ ສາມາດຄວບຄຸມໄຟໄດ້ແລະ ເຊິ່ງມີ 4 ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ ​ເສຍ​ຊີວິດ​ 1 ຄົນ.