ເຫດຜົນດີໆທີ່ຄວນກິນ “ກ້ວຍນໍ້າ” ຕອນເຊົ້າ

0
3779

ກ້ວຍເປັນໝາກໄມ້ ທີ່ອຸດົມດ້ວຍຄຸນປະໂຫຍດ ທີ່ສົມບູນແບບທີ່ສຸດຊະນິດໜຶ່ງ ເຊິ່ງກ້ວຍມີວິຕາມິນບີ 1 ແລະບີ 2 ທີ່ຊ່ວຍເລັ່ງເຜົາຜານນໍ້າຕານ ແລະໄຂມັນ ທັງຍັງຊ່ວບຟື້ນຟູຮ່າງກາຍຈາກອາການອິດເມື່ອຍ ແລະຍັງມີໂປແຕສຊຽມ ຊ່ວຍໃນການຂັບໂຊດຽມອັນເປັນໂຕການທີ່ເຮັດໃຫ້ຄວາມດັນເລືອດສູງ, ນໍ້າປັດສະວະ ແລະສົ່ງຜົນໃຫ້ຫຼຸດການບວມຂໍ້ຂອງຮ່າງກາຍໄດ້, ແມັກນີຊຽມໃນກ້ວຍ ຍັງຊ່ວຍຄວບຄຸມຄວາມດັນເລືອດ ແລະການເຮັດວຽກຂອງແຄວຊຽມ ໃນຮ່າງກາຍເສັ້ນໃຍທີ່ມີຢູ່ໃນກ້ວຍ ສົ່ງຜົນໃຫ້ລະບົບຂັບຖ່າຍໃນແຕ່ລະມື້ຂອງຮ່າງກາຍເຮົາດີຂຶ້ນ, ກ້ວຍຍັງມີເຊໂຣເທນິນ ທີ່ຊ່ວຍຫຼຸດອາການຫງຸດຫງິດ ແລະເຮັດໃຫ້ນອນຫຼັບສະບາຍ

ການກິນກ້ວຍໃນຕອນເຊົ້າ ຈະເຮັດໃຫ້ສິ່ງເສດເຫຼືອຕ່າງໆ ເລີ່ມຄ່ອຍໆຖືກຂັບອອກມາ ຈົນນໍ້າໜັກຫຼຸດລົງ, ການກິນກ້ວຍຕອນເຊົ້າ ຈະຊ່ວຍຫຼຸດນໍ້າໜັກ, ແຕ່ຄວນກິນຕິດຕໍ່ກັນເປັນເວລາຕໍ່ເນື່ອງ ແລະການກິນກ້ວຍໃນຕອນເຊົ້າ ຈະສະດວກງ່າຍດາຍ ກ້ວຍຍັງມີເອັນໄຊຫຼາຍ ເຮັດໃຫ້ເມືອກກ້ວຍເຄື່ອນທີ່ເຂົ້າສູ່ກະເພາະ ກາຍຍ່ອຍກໍສະດວກ ແລະເຮັດໃຫ້ລຳໄສ້ດູດຊຶມເຂົ້າຮ່າງກາຍໄດ້ງ່າຍ, ການກິນກ້ວຍຕອນເຊົ້າຍັງເຮັດໃຫ້ອາການທ້ອງຜູກຫາຍດີ ແລະເຮັດໃຫ້ອຸດຈະລະທີ່ຕົກຄ້າງໃນຮ່າງກາຍຄ່ອຍໆຫຼຸດລົງ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!