ເສຍຊີວິດແລ້ວຢ່າງໜ້ອຍ 12 ລາຍ ເຫດແຜ່ນດິນໄຫວໃນມົນທົນເສສວນຂອງ ສປ ຈີນ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ມິຖຸນາວ່າ ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຂະໜາດ 6,0 ຣິກເຕີໃນມົນທົນເສສວນຂອງ ສປ ຈີນ ສົ່ງຜົນໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 12 ລາຍ ຂະນະທີ່ຜູ້ທີ່ໄດ້ຮັບບາດເຈັບມີຈຳນວນ 134 ຄົນ.

ຂະນະທີ່ໜ່ວຍງານປົກຄອງທ້ອງຖິ່ນຂອງມົນທົນເສສວນໄດ້ລະບຸວ່າ ຜູ້ທີ່ຕ້ອງອົບພະຍົບຈາກບ້ານເຮືອນທີ່ພັງຖະຫຼົ່ມຈຳນວນກວ່າ 4.000 ຄົນຫຼັງເກີດເຫດແຜ່ນດິນໄຫວທີ່ມີຈຸດສູນ ກາງຢູ່ທີ່ເມືອງອີ໋ປິນ ສ່ວນສຳນັກຂ່າວຊີຊີທີວີຂອງຈີນໄດ້ເຜີຍແຜ່ພາບເຈົ້າ ໜ້າທີ່ກູ້ໄພກຳລັງໃຫ້ຄວາມຊ່ວຍເຫຼືອຜູ້ລອດຊີວິດຈາກຊາກອາຄານພັງຖະຫຼົ່ມ ພ້ອມນີ້ ກໍມີລາຍງານວ່າເກີດຮອຍແຕກລ້າວຢູ່ຕາມໂຄງສ້າງຂອງທາງຍົກລະດັບເຊື່ອມຕໍ່ເມືອງ ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ປິດການສັນຈອນບາງເຂດ.

ສ່ວນສຳນັກຂ່າວຊິນຮົວໄດ້ລາຍງານວ່າ ເກີດເຫດໂຮມແຮມທີ່ຕັ້ງຢູ່ໃກ້ກັບຈຸດສູນກາງແຜ່ນດິນໄຫວຖະຫຼົ່ມ ແຕ່ຍັງບໍ່ມີລາຍງານວ່າມີຜູ້ເສຍຊີວິດຈັກຄົນ? ນອກຈາກນີ້ ທາງການກໍໄດ້ສົ່ງເຈົ້າໜ້າທີ່ດັບເພີງພ້ອມອຸປະກອນຈຳນວນ 500 ຄົນລົງພື້ນທີ່ເກີດເຫດ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: matichon