ເສຍຊີວິດນັບຮ້ອຍຈາກເຫດນໍ້າຖ້ວມກະທັນຫັນຢູ່ອິນເດຍ-ເນປານ

ສຳນັກຂ່າວຕ່າງປະເທດລາຍງານ: ເນື່ອງຈາກເກີດຝົນຕົກໜັກຕິດຕໍ່ກັນຫຼາຍວັນໃນຊ່ວງທ້າຍອາທິດຜ່ານມາ ຢູ່ທາງພາກເໜືອຂອງອິນເດຍ ແລະປະເທດເນປານ ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດລວມທັງສອງປະເທດ 100 ກວ່າລາຍ, ສູນຫາຍຫຼາຍສິບຄົນ ຂະນະທີ່ບ້ານເຮືອນຫຼາຍຫຼັງຖືກນໍ້າຖ້ວມ ແລະຖືກດິນເຈື່ອນທັບ.

ໃນວັນທີ 20 ຕຸລາ ມີລາຍງານຍອດຜູ້ເສຍຊີວິດໃນລັດອຸດຕຣາຂັນ, ພາກເໜືອຂອງອິນເດຍ ລວມທັງໝົດ 52 ສົບ ຂະນະທີ່ສະຖານະການຝົນໃນເນປານຍັງບໍ່ມີທ່າທີວ່າຈະເບົາລົງ ເຊິ່ງພື້ນທີ່ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຫຼາຍທີ່ສຸດໄດ້ແກ່ ເມືອງປັນທາ ທາງພາກຕາເວັນອອກ, ເມືອງອີລາມ ແລະ ໂດຕິ ພາກຕາເວັນຕົກຂອງເນປານ ມີຜູ້ເສຍຊີວິດປະມານ 50 ຄົນ ແລະອີກຫຼາຍສິບຄົນຍັງຕິດຄ້າງຕາມບ້ານເຮືອນເປັນເວລາ 2 ວັນແລ້ວ ເຊິ່ງທາງທີມງານກູ້ໄພກໍໄດ້ຮີບຮ້ອນເຂົ້າຊ່ວຍເຫຼືອ.

ຂໍສະແດງຄວາມເສຍໃຈກັບເຫດການຄັ້ງນີ້ຕໍ່ຜູ້ປະສົບໄພ ແລະ ເສຍຊີວິດໃນຄັ້ງນີ້.