ເວເນຊູເອລາເດືອດ! ປະທານສະພາປະກາດຂຶ້ນເປັນປະທານາທິບໍດີຮັກສາການໂດຍທີ່ປະທານາທິບໍດີຢັງຢູ່

ຫຼັງພົບກັບວິກິດການທາງເສດຖະກິດຢ່າງໜັກໜ່ວງ ແລະ ຢືດເຢື້ອເປັນເວລາຍາວນານເວເນຊູເອລາ ຫຼ້າສຸດກຳລັງພົບກັບວິກິດທາງການເມືອງຢ່າງໜັກ ເມື່ອວັນທີ 23 ມັງກອນ 2019 ທ່ານ ຮວນ ກຸຍໂດ ຜູ້ນຳພັກຝ່າຍຄ້ານ ແລະ ປະທານສະພາມະຕິບັນຍັດແຫ່ງຊາດ ປະກາດຕົວເປັນປະທານາທິບໍດີຮັກສາການ ແລະ ບອກວ່າຕົວເຂົາມີອຳນາດໃນການບໍລິຫານປະເທດແທນ ປະທານາທິບໍດີ ນິໂຄລັສ ມາດູໂຣ ນີ້ຖືເປັນການທ້າທາຍໂດຍກົງ ຫຼື ການປຸ້ນອຳນາດ ກັບປະທານາທິບໍດີ ມາດູໂຣ ທີ່ຫາກໍ່ສາບານຕົນເຂົ້າຮັບຕຳແຕ່ງຜູ້ນຳປະເທດສະໄໝທີ 2 ເມື່ອ 2 ອາທິດທີ່ຜ່ານມາ, ໃນຂະນະທີ່ຜູ້ປະທ້ວງຫຼາຍພັນຄົນຮຽກຮ້ອງໃຫ້ ປະທານາທິບໍດີ ມາດູໂຣ ລາອອກຈາກຕຳແໜ່ງ.

ບໍ່ພໍເທົ່າໃດຊົ່ວໂມງຕໍ່ມາປະທານາທິບໍດີ ໂດນັລ ທຣໍ້າ ປະກາດສະໜັບສະໜູນທ່ານ ກຸຍໂດ ທັນທີ ຕາມມາດ້ວຍປະເທດເພື່ອນບ້ານ ແລະ ພັນທະມິດຂອງສະຫະລັດເຊັ່ນ ປະເທດບຣາຊິນ, ໂກໂລມບີ, ຊີເລ, ເປຣູ, ເອກວາດໍ, ອາກຊັງຕິນ, ປຣາກວາຍ ແລະ ການາ ດາ, ຢ່າງໃດກໍ່ຕາມຝຣັ່ງໄດ້ຮຽກຮ້ອງໃຫ້ມີການເລືອກຕັ້ງຕາມຂະບວນການປະຊາທິປະໄຕ ສ່ວນອັງກິດລະບຸວ່າການເລືອກຕັ້ງເມື່ອປີທີ່ຜ່ານມາທັງບໍ່ມີຄວາມເປັນທຳ ແລະ ເສລີ ແລະ ເປັນເລື່ອງທີ່ຮັບບໍ່ໄດ້ທີ່ສຸດ ທີ່ເວເນຊູເອລາປະກາດຕັດສຳພັນກັບສະຫະລັດ.

ສະພານິຕິບັນຍັດອ້າງມາດຕາ 233 ແລະ 333 ຂອງລັດຖະທຳມະນູນເຊິ່ງບອກວ່າ ໃນກໍລະນີດັ່ງກ່າວ ໃຫ້ປະທານສະພານິຕິບັນ ຍັດຮັບໜ້າທີ່ເປັນປະທານາທິບໍດີຮັກສາການ, ໃນຂະນະທີ່ທ່ານ ມາດູໂຣ ກໍ່ຢືນຢັນວ່າເຂົາຍັງເປັນປະທານາທິບໍດີຢູ່ ເຂົາປະນາມສະຫະລັດວ່າແຊກແຊງການເມືອງພາຍໃນເພື່ອຂັບໄລ່ເຂົາ ແລະ ປະກາດຂັບໄລ່ທູດສະຫະລັດອອກຈາກເວເນຊູເອລາພາຍໃນ 72 ຊົ່ວໂມງ.

ຈີນເຊິ່ງເປັນຜູ້ລົງທຶນລາຍໃຫຍ່ໃນເວເນຊູເອລາ ລະບຸວ່າ ຕໍ່ຕ້ານການແຊກແຊງທຸກຮູບແບບຈາກພາຍນອກ ສ່ວນຣັດເຊຍກ່າວປະນາມຊາດມະຫາອຳນາດຈາກຕາເວັນຕົກທີ່ສະໜັບສະໜູນທ່ານ ກຸຍໂດວ່າ ເປັນການລະເມີດກົດໝາຍນານາຊາດ ແລະ ເປັນການປູທາງໄປສູ່ການເມືອງນອງເລືອດ. ເມັກຊິກ, ໂບລີວີ, ກູບາ ແລະ ຕວັກກີ ໄດ້ສະແດງຄວາມສະໜັບສະໜູນຕໍ່ປະທານາທິບໍດີ ມາດູໂຣ.

ເຖິງແມ່ນວ່າທ່ານ ກຸຍໂດ ຈະໄດ້ຮັບການສະໜັບສະໜູນຈາກສະຫະລັດ ແລະ ຫຼາຍຊາດໃນອາເມລິກາໃຕ້ ແຕ່ທ່ານ ກຸຍໂດ ຈະບໍ່ໄດ້ມີອຳນາດໃນທາງປະຕິບັດ ເຊິ່ງຝ່າຍກອງທັບເວເນຊູເອລາເປັນຕົວແປທີ່ສຳຄັນທ່າມກາງຄວາມຂັດແຍ້ງໃນຄັ້ງນີ້ ຈົນເຖິງເວລານີ້ ຝ່າຍກອງທັບຍັງສະໜັບສະໜູນ ປະທານາທິບໍດີ ມາດູໂຣຢູ່, ໂດຍໄລຍະຜ່ານມາ ປະທານາທິບໍດີ ມາດູໂຣ ໄດ້ໃຫ້ລາງວັນຄົນໃນກອງ ທັບຫຼາຍຄັ້ງດ້ວຍການຂຶ້ນເງິນເດືອນ ແລະ ໃຫ້ທະຫານລະດັບສູງດຳລົງຕຳແໜ່ງສຳຄັນຫຼາຍຕຳແໜ່ງ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: www.bbc.com