ເລົາເຣນ ຮັບບາຣ໌ດ! ນັກກີລາຂ້າມເພດຄົນທຳອິດໃນປະຫວັດສາດໂອລິມປິກ

ສຳນັກຂ່າວ NBC ລາຍງານວ່າ: ນາງ ເລົາເຣນ ຮັບບາຣ໌ດ ນັກກີລາຍົກນໍ້າໜັກຍິງຊາວນິວຊີແລນ, ອາຍຸ 43 ປີ ຈະເປັນນັກກີລາຂ້າມເພດຄົນທຳອິດທີ່ເຂົ້າແຂ່ງຂັນກີລາໂອລິມປິກ 2020 ທີ່ຈັດຂຶ້ນໃນອາທິດນີ້ ທີ່ກຸງໂຕກຽວ, ຍີ່ປຸ່ນ. ຖືເປັນຄັ້ງປະຫວັດສາດ ໃນ 125 ປີ ຂອງການແຂ່ງຂັນກີລາໂອລິມປິກ.

ທ່ານ ໂທມັສ ບັດ, ປະທານຄະນະກຳມະການໂອລິມປິກສາກົນ (IOC) ກ່າວວ່າ: ເລົາເຣນ ຮັບບາຣ໌ດ ມີຄຸນສົມບັດພຽງພໍທີ່ຈະເຂົ້າຮ່ວມແຂ່ງຂັນກີລາໂອລິມປິກທີ່ກຸງໂຕກຽວ ເຖິງແມ່ນຈະມີການວິພາກວິຈານເລື່ອງຄວາມເປັນທຳຂອງນັກກີລາຂ້າມເພດທີ່ແຂ່ງຂັນກັບແມ່ຍິງທີ່ເປັນເພດດຽວກັນ.

ປະທານ IOC ກ່າວຕື່ມວ່າ: ກົດລະບຽບໃນການກຳນົດຄຸມສົມບັດຂອງນັກກີລາໄດ້ຮັບການຈັດຕັ້ງຂຶ້ນໂດຍສະຫະພັນກີລາຍົກນໍ້າໜັກສາກົນ ເຊິ່ງກົດເຫຼົ່ານີ້ມີຜົນບັງຄັບໃຊ້ ແລະ ບໍ່ມີໃຜສາມາດປ່ຽນກົດໃນຊ່ວງການດຳເນີນການແຂ່ງຂັນໄດ້. ນອກຈາກນັ້ນ, ກົດລະບຽບດັ່ງກ່າວຍັງຈະມີການເລືອກເຟັ້ນການມີສ່ວນຮ່ວມຂອງນັກກີລາຂ້າມເພດໃນອະນາຄົດນຳອີກ.

ພາຍໃຕ້ຄູ່ມື IOC ສະບັບປັບປຸງປີ 2015, ລະດັບຮໍໂມນເທສໂທສເຕີໂຣນຂອງນັກກີລາຍິງຂ້າມເພດຕ້ອງຕໍ່າກວ່າ 10 ນາໂນໂມນຕໍ່ເລືອດ 1 ລິດ ທີ່ໃຊ້ເວລາເກັບຕົວຝຶກຊ້ອມຢ່າງໜ້ອຍ 12 ເດືອນກ່ອນລົງແຂ່ງຂັນຄັ້ງທຳອິດ ແຕ່ກໍຍັງບໍ່ມີຫຼັກຖານທາງວິທະຍາສາດທີ່ອ້າງອີງຢ່າງຊັດເຈນວ່າ ຮໍໂມນເທສໂທສເຕີໂຣນຊ່ວຍເພີ່ມສະມັດຕະພາບໃຫ້ແກ່ນັກກີລາຍິງຂ້າມເພດໄດ້.