ເລື່ອງ​ລົດ​ທີ່​ຫລາຍໆ​ຄົົນທີ່​ຄິດວ່າ​ຮູ້ແລ້ວ ​ແຕ່​ບໍ່​ເຄີຍ​ຮູ້​ມາ​ກ່ອນ​ຈະ​ມີ​ເລື່ອງ​ໃດ​ແດ່​

http://s1.boxzaracing.com/news/05/ac/
ເລື່ອງ​ກ່ຽວກັບ​ລົດ​ຫລາຍ​ທ່ານ​ອາດຈະ​ຄິດວ່າ​ຮູ້​ດີ​ແລ້ວ​ແຕ່​ກໍ​ຍັງອີກ​ຫລາຍ​ເລື່ອງ​ທີ່​ບໍ່​ເຄີຍ​ຮູ້
          ​ໄປ​ພົບ​ກັບ​ເລື່ອງ​​ກ່ຽວກັບ​ລົດ​ ທີ່​ຜູ້​ໃຊ້​ລົດ​ນັ້ນ​ຄິດວ່າ​ຮູ້​ດີ​ກ່ຽວກັບ​ລົດ​​ວ່າ​ຮູ້​ແທ້ໆ​ແລ້ວ ກັບ​ເລື່ອງ​ພວກ​ນີ້​ອາດຈະ​ບໍ່​ເຄີຍ​ຮູ້​ມາ​ກ່ອນ ແຕ່​ສຳລັບ​ບາງ​ເລື່ອງ​ທີ່​ທາງ​ທີມ​ງານ​ຈະ​ມາ​ບອກໃນ​ມື້​ນີ້ ​ເຮົາ​ໄປ​ເບີ່ງກັນເລີຍ​ກັບ​ຄວາມ​ຮູ້​ກ່ຽວກັບ​ລົດ​ໃນ​ມື້​ນີ້

http://s1.boxzaracing.com/news/05/ac/
ລົດ​ຕ່າງ​ປະກອບ​ໄປ​ດ້ວຍ​ສ່ວນ​ຕ່າງໆ​ຫລວງຫລາຍ ຄວນ​ສຶກ​ສາ​ລາຍ​ລະອຽດ​ຕ່າງໆ​ໃຫ້​ດີ
ສຳລັບ​ຜູ້​ທີ່​ໃຊ້​ລົດ​ນັ້ນ​ໃນ​ແຕ່​ລະ​ມື້​ຕ່າງ​ມີ​ກິດຈະກຳ​ຕ່າງໆ​ຫລວງຫລາຍ ທີ່​ຕ້ອງ​ເຮັດ​ໃນ​ຊີວິດ​ປະຈຳວັນ​ຢ່າງ​ຫລວງຫລາຍ ແຕ່​ຫາ​ຮູ້​ຫລື​ບໍ່​ວ່າ​ກິດຈະກຳ​ຕ່າງໆ​ທີ່​ເຮົາ​ເຮັດ​ກ່ຽວກັບ​ລົດ​ ຕ່າງ​ມີ​ຜົນ​ກັບ​ສິ່ງ​ຕ່າງໆ​ຫລວງຫລາຍ ຢ່າງ​ທີ່​ບໍ່​ເຄີຍ​ຄິດ​ມາ​ກ່ອນ​ໂດຍ​ເລື່ອງ​ທີ່​ເຮົາ​ເຮັດ​ກ່ຽວກັບ​ລົດ​ແລ້ວ​ມີ​ຜົນ​ກະທົບ​ນັ້ນ​ມີ​ດັ່ງ​ນີ້

  1. ການ​ລ້າງ​ລົດ​

ເລື່ອງ​ຂອງການ​ລ້າງ​ລົດ​ນັ້ນ​ຫລາຍ​ຄົນ​ບໍ່​ເຄີຍ​ຮູ້​ມາ​ກ່ອນ​ວ່າ​ການ​ລ້າງ​ໂດຍ​ໃຊ້​ຟອງ​ນ້ຳ ແລະ​ ຖັງ​ນ້ຳ​ຈະ​ເຮັດໃຫ້​ເຮົາ​ໃຊ້​ນ້ຳ​ພຽງ 15 ລິດ ແຕ່​ຖ້າ​ຫາກ​ເຮົາ​ລ້າງ​ດ້ວຍ​ສາຍ​ຢາງ​ຈະ​ເຮັດໃຫ້​ສູນ​ເສຍ​ນ້ຳ​ເຖິງ 150 ລິດ

  1. ການ​ປ່ຽນ​ນ້ຳ​ມັນ​ເຄື່ອງ

ທຸກ​ເທື່ອ​ທີ່​ເຮັດການ​ປ່ຽນ​ນ້ຳ​ມັນ​ເຄື່ອງ ຕ້ອງ​ທຳການ​ປ່ຽນ​ໄສ້​ກັ່ນຕອງ​ໄປ​ດ້ວຍ​ຢ່າ​ງສະ​ໝ່ຳ​ສະເໝີ ເມື່ອ​ເຖິງ​ໄລ​ຍະ​ທາງ​ຕາມ​ທີ່​ກຳນົດ ຫາກ​ບໍ່​ທຳການ​ປ່ຽນ​ໄສ້​ກັ້ນຕອງ ປ່ຽນ​ແຕ່​ນ້ຳ​ມັນ​ເຄື່ອງ​ຢ່າງ​ດຽວ ກໍ​ບໍ່​ໄດ້​ຊ່ວຍ​ຖະ​ໜອມ​ເຄື່ອງ​ຈັກ​ປານໃດ

  1. ໄສ້​ກັ່ນຕອງ​ອາ​ກາດ

ໄສ້ກັ່ນຕອງອາ​ກາດຫາກ​ເກີດ​ສິ່ງເປິະເປື້ອນ​ຫລາຍ​ໆ ຈະ​ເປັນ​ສາ​ເຫດ​ໃຫ້​​ອາ​ກາດໄຫລວຽນ​ໜ້ອຍ ເຮັດໃຫ້​ມີ​ຜົນ​ຕໍ່​ການ​ເຜົາ​ໄໝ້​ຂອງ​ເຄື່ອງ​ຈັກ ແລະ ເລື່ອງ​ຂອງ​ຄວາມ​ປະ​ຫຍັດ​ນ້ຳ​ມັນ​

  1. ການ​ຮັກສາ​ລົດ​ຊ່ວຍ​ຫລຸດ​ມົນລະ​ພິດ

ຫາກ​ມີການ​ຮັກສາ​ລົດທີ່​ດີ ຈະ​ເຮັດໃຫ້​ສາມາດ​ແລ່ນ​ເພີ່ມ​ໄດ້​ຂຶ້ນ​ອີກ 10 % ຂອງ​ຈຳນວນ​ກິໂລແມັດ ​ຊຶ່ງ​ເຮັດໃຫ້​ເຮົາ​ສາມາດຫ​ລຸດ​ຄ່າ​ນ້ຳມັນໄດ້​ເຖິງ 10 % ຍິ່ງຫລຸດ​ການ​ໃຊ້​ນ້ຳມັນໄດ້​ຫລາຍ​ເທົ່າໃດ​ກໍ​ຍິ່ງ​ຫລຸດ​ມົນລະ​ພິດ​ທາງ​ອາ​ກາດ​ຫລາຍ​ເທົ່າ​ນັ້ນ

  1. ຢາງ​ລົດ​​ກໍ​ຊ່ວຍ​ປະ​ຫຍັດ​ນ້ຳ​ມັນ​ໄດ້​ເຊັ່ນ​ກັນ

ໃນ​ເລື່ອງ​ຂອງຢາງ​ລົດ​ຫາກ​ມີ​ການ​ເຕີມ​ລົມ ຢາງ​ລົດ​​ໃຫ້​ຢູ່ໃນ​ລະ​ດັບ​ທີ່​ພໍ​ເໝາະ​ແລະ​ຂັບ​ຕາມ​ຄວາມ​ໄວ​ທີ່​ກຳໜົດ​ພຽງ​ເທົ່າ​ນີ້​ກໍ​ຈະ​ສາມາດ​ຊ່ວຍ​ໃຫ້​ປະ​ຫຍັດ​ນ້ຳມັນໄດ້​ດ້ວຍ​ເຊັ່ນ​ກັນ

  1. ປ້ອງ​ກັນ​ບໍ່​ໃຫ້​ນ້ຳ​ມັນ​ເຄື່ອງ​ໄຫລ

ການ​ໄຫລ​ອອກ​ຂອງນ້ຳ​ມັນ​ເຄື່ອງ ຖື​ເປັນ​ອີກ1ເລື່ອງ​ທີ່​ຄວນ​ກວດ​ສອບ ເພາະ​ນ້ຳ​ມັນ​ເຄື່ອງ​ຖື​ວ່າ​ເປັນ​ອີກ​ສິ່ງ​ທີ່​ມີ​ຜົນ​ຕໍ່​ອາ​ກາດ​ຂອງ​ເຮົາ​ເພາະ​ເຊັ່ນ​ນັ້ນ​ຄວນ ປ້ອງ​ກັນ​ບໍ່​ໃຫ້​ນ້ຳ​ມັນ​ເຄື່ອງ​ນັ້ນ​ຮົ່ວ​ໄຫລ

  1. ປ່ຽນ​ນ້ຳ​ມັນ​ເຄື່ອງ​ຕາມ​ໄລ​ຍະ​ເວລາ

ເມື່ອ​ເຖິງ​ໄລຍະ​ເວລາ​ຕາມ​ທີ່​ກຳໜົດ ຫລັງ​ຈາກ​ທີ່​ໄດ້​ມີ​ການ​ໃຊ້​ລົດ​ຄົບ​ຕາມ​ໄລ​ຍະ​ເວລາປ່ຽນ​ຖ່າຍ​ນ້ຳ​ມັນ​ເຄື່ອງເພາະ​ຈະ​ເຮັດໃຫ້​ເຄື່ອງ​ຈັກ​ຢູ່ໃນ​ສະພາບ​ທີ່​ສົມບູນ

  1. ເພີ່ມ​ອອກ​ຊິ​ເຈນ​ໃນ​ນ້ຳ​ມັນ​ຊ່ວຍ​ໄດ້

ການ​ເພີ່ມ​ອອກ​ຊິ​ເຈນ​ໃນ​ນ້ຳ​ມັນ​ນັ້ນ​ຈະ​ຊ່ວຍ​ໃນ​ເລື່ອງ​ຂອງ​ການຫ​ລຸດ​ມົນລະ​ພິດ ໂດຍ​ສະເພາະ​​ການ​ເກີດ​ສານຜິດ

http://s1.boxzaracing.com/news/05/ac/
ບາງ​ເລື່ອງ​ອາດຈະ​ເບິ່ງ​ບໍ່​ສຳຄັນ​ແຕ່​ກໍ​ມີ​ຜົນ​ຕໍ່​ລົດ​ເຊັ່ນ​ກັນ​ຄວນ​ປຶກ​ສາ​ຈາກ​ຜູ້​ຮູ້​ເທົ່າ​ນັ້ນ