ເລີ່ມການໂຄງການກໍ່ສ້າງສະຖານີລົດໄຟທີ່ນະຄອນຫຼວງວຽງຈັນ

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໂຄງການກໍ່ສ້າງ ສະຖານີນະຄອນຫຼວງວຽງຈັນ (ສະຖານີລົດໄຟລາວ-ຈີນ) ໄດ້ເລີ່ມລົງມືກໍ່ສ້າງແລ້ວ ຢູ່ບ້ານ ໄຊ ເມືອງ ໄຊທານີ ນະຄອນຫລວງວຽງຈັນ, ຄາດວ່າການກໍ່ສ້າງຈະໃຫ້ສຳເລັດ 100% ໃນທ້າຍປີ 2021. ງານເປີດໂຄງການກໍ່ສ້າງດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 3 ກໍລະກົດ 2020.

ໂອກາດດັ່ງກ່າວ, ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງສະຖານີ ນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດ 150 ເຮັກຕາ, ສະເພາະອາຄານສະຖານີ ມີ 14.500 ກວ່າຕາແມັດ, ສາມາດຮອງຮັບຜູ້ສານໄດ້ 2.500 ຄົນ, ເປັນສະຖານີໃຫຍ່ແຫ່ງໜຶ່ງ ຂອງໂຄງການທາງລົດໄຟລາວ-ຈີນ ແລະ ມີການເຊື່ອມຕໍ່ກັບສະຖານີຂົນສົ່ງສິນຄ້າ ທີ່ຈະກໍ່ສ້າງຂຶ້ນຢູ່ທາງລົດໄຟທ່ານາແລ້ງ ແລະ ໃນແຜນຕໍ່ໜ້າຍັງຈະສ້າງສະຖານີກັບເສັ້ນທາງລົດໄຟອື່ນໆຕື່ມອີກ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດທ້າຍເດືອນພຶດສະພາ 2020 ການກໍ່ສ້າງປະຕິບັດສໍາເລັດ 89,43% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ, ໃນນັ້ນ ຊີເຈາະອຸໂມງທັງໝົດ 75 ອຸໂມງ, ໃນນີ້ ເຈາະທະລຸແລ້ວ 65 ອຸໂມງ, ລົງມືກໍ່ສ້າງຂົວ 164 ແຫ່ງ, ໃນຈໍານວນທັງໝົດ 164 ແຫ່ງ, ໃນນີ້ສ້າງເສົາຂົວສໍາເລັດ 1.959 ເສົາ, ສໍາເລັດການວາງຂາງຂົວ 746 ຊ່ວງເສົາ. ສໍາລັບວຽກງານການວາງລາງລົດໄຟ ແມ່ນເລີ່ມແຕ່ບ້ານ ຫ້ວຍນໍ້າເຢັນ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ແຂວງ ຫຼວງພະບາງ ສໍາເລັດແລ້ວ 49,7 ກິໂລແມັດ ຂອງຄວາມຍາວທັງໝົດ 409 ກິໂລແມັດ.

 

ຮຽບຮຽງຂ່າວ: ພຸດສະດີ