ເຢຍລະມັນໂຫດ ຖະຫຼົ່ມ ບຣາຊິນ 7-1 ເຂົ້າຮອບຊິງຊະນະເລີດ

230072

ການແຂ່ງຂັນບານໂລກຮອບຮອງຊະນະເລີດ ຕອນເຊົ້າໆ ຂອງວັນທີ 9 (ຕາມເວລາໃນບ້ານເຮົາ) ທີ່ຜ່ານມາ ເປັນການພົບກັນຂອງສອງທີມໃຫຍ່ ລະຫວ່າງ ບຣາຊິນ ເຈົ້າພາບລົງສະໜາມພົບກັບ “ອີນຊີເຫຼັກ” ເຢຍລະມັນ. ເກມນີ້ ຂຸນພົນເຊເລເຊາ ທີມຊາດບຣາຊິນ ລົງຫຼິ້ນໃນລະບົບ 4-3-3 ສ່ວນລາຍຊື່ 11 ຕົວຈິງປະກອບໄປດ້ວຍ ຮູລິໂອ ເຊຊາ, ດາວິດ ລຸຍ, ເຟີນັນດິນໂຢ, ມາເຊໂລ, ຮັກ, ເຟຣັກ, ອອສກາ, ດານເຕ້, ຫຼຸຍ ກຸສຕາໂວ, ເບີນາດ ແລະໄມຄອນ.

ສ່ວນອິນຊີເຫຼັກ ເຢຍລະມັນ ລົງຫຼິ້ນໃນລະບົບ 4-2-3-1 ພ້ອມສົ່ງນັກເຕະຫຼັກ 11 ຕົວຈິງລົງສະໜາມ ນຳທີມໂດຍ ມານູເອລ ນອຍເອີ, ເບເນດິກ ໂຮເວເດສ, ມັດ ຮຸມເມີລ, ຊາມີ່ ເຄດິຣ່າ, ບາສຕຽນ ຊະໄວສະໄຕເກີ, ເມຊຸດ ໂອຊິລ, ມິໂຣສລາບ ໂຄລເຊ່, ໂທມັສ ມຸລເລີ, ຟີລິບປິນ ລາມ, ໂທນີ່ ໂຄຣສ ແລະເຢີໂຣມ ຕົວສຳຄັນຂອງເຈົ້າພາບບຣາຊິນ ຂາດ ເນມາ ດາວດັງທີ່ບາດເຈັບຈາກນັດພົບກັບໂຄລັມເບຍ ມີການປັບປ່ຽນຜູ້ຫຼິ້ນ 3 ຄົນ ຂະນະທີ່ຝັ່ງ ເຢຍລະມັນ ບໍ່ມີການປ່ຽນແປງຈາກນັດກ່ອນແຕ່ຢ່າງໃດ.

ພາຍຫຼັງລົງສະໜາມ 5 ນາທີທຳອິດ ຍັງເປັນເຈົ້າພາບເປີດເກມເຂົ້າໃສ່ ຮັກໄດ້ບານແລ່ນທາງປີກໍ້າຍກ່ອນເປີດເຂົ້າມາໜ້າປະຕູ ແຕ່ວ່າ ນອຍ ຜູ້ຮັກສາປະຕູເຢຍລະມັນຮັບໄວ້ໄດ້.

ນາທີທີ່ 10 ມຸນເລີ ຮັບບານໂຍນຂ້າມຟາກມາໃຫ້ ໂອຊິລ ກ່ອນມິດຟິລຈາກອາເຊນອລຈ່າຍບານເຂົ້າກາງມາໃຫ້ເຄດິຣາເນັ້ນໆ ແຕ່ບານໄປຖືກກົ້ນໂຄຣສ ເພື່ອນຮ່ວມທີມທີ່ຢືນບັງເສຍເອງ ຖັດມາກັ້ນໃຈດຽວ ກອງເຊຍແຊມບ້າຈົນຕ້ອງເປັນລົມ ເມື່ອໂທນີ່ ໂຄຣສໂຍນບານຂ້າມຟາກມາທີ່ເສົາ ຫຼຸດໄປເຖິງ ໂທມັສ ມຸນເລີ ທີ່ແລ່ນເຂົ້າມາຟາດແບບໂລ່ງໆ ບານບິນໜີມືເຊຊາເຂົ້າປະຕູໃຫ້ເຢຍລະມັນຂຶ້ນນຳຢ່າງໄວ 1-0.

230071

ບຣາຊິນພະຍາຍາມເລັ່ງເອົາຄືນສວນກັບບ້ານແຕ່ກໍຖືກຜູ້ຫຼິ້ນເຢຍລະມັນຕັດບານໄດ້ໝົດ ເຖິງນາທີທີ່ 16 ເບີນາດໄດ້ບານທະລຸຊ່ອງມາທາງຂວາ ແຕ່ກໍຖືກສະກັດບານເສຍໂອກາດໄປອີກ ເຖິງນາທີ 18 ມາເຊໂລກະຊາກພາບບານຫຼຸດເຂົ້າມາໃນເຂດຂອງເຢຍລະມັນ ແຕ່ຟີລິບ ລາມ ແລ່ນສອດເຂົ້າມາສະໄລ້ສະກັດບານອອກເສັ້ນຫຼັງໄປຫວຸດຫວິດມາເຊໂລ ບຸກຂຶ້ນມາຈະເອົາຈຸດໂທດ ແຕ່ບົວເຕັງ ແລ່ນເຂົ້າມາຖຽງເກີດອາລົມໂຕ້ຖຽງກັນຂຶ້ນທັງສອງຝ່າຍ ກ່ອນບຣາຊິນຈະໄດ້ພຽງແຕ່ເຕະແຈ ແຕ່ວ່າກໍຍັງບໍ່ໄດ້ລຸ້ນຢູ່ດີ.

ເກມຜ່ານໄປເຖິງນາທີທີ່ 23 ກອງເຊຍເມືອງເບຍໄດ້ສົ່ງສຽງລັ່ນອີກຄັ້ງໜຶ່ງ ຈາກຈັງຫວະໂທນີ່ ໂຄຣສແທງບານເຂົ້າກາງໃຫ້ມຸນເລີ ກ່ອນຕອກສົ້ນໃຫ້ໂຄລເຊ່ໃນເຂດໂທດເຂົ້າມາຍິງເນັ້ນໆ ແຕ່ບານຕິດມືເຊຊາ ຈັງຫວະທຳອິດ ສະແຫຼບໄປເຂົ້າທາງ ມິໂຣສະລາບ ໂຄລເຊ່ ອີກຄັ້ງໜຶ່ງສຽບຕານ່າງ ເຮັດໃຫ້ເຢຍລະມັນນຳຫ່າງອອກເປັນ 2-0 ແລະເຮັດສະຖິຕິ 16 ປະຕູສູງສຸດໃນບານໂລກຮອບສຸດທ້າຍໄດ້ສຳເລັດ ແຊງໜ້າໂຣນັນໂດ້ຂອງບຣາຊິນ.

ຖັດມາອີກພຽງນາທີດຽວ ແນວຮັບບຣາຊິນເກືອບເລະ ເມື່ອມຸນເລີ ໄດ້ບານຫຼຸດມາເຖິງໂທນີ່ ໂຄຣສ ນອກຂອບກ່ອນຍິງດ້ວຍຊ້າຍເຕັມໆ ບານພຸ່ງຕຶງຕານ່າງ ໃຫ້ອິນຊີເຫຼັກນຳຫ່າງອອກໄປອີກ 3-0 ເກມຂອງເຈົ້າພາບຍິ່ງອອກອາການຢ່າງເຫັນໄດ້ຊັດ ເຖິງນາທີ 26 ແຟນບານເຊເລເຊົາເຈົ້າພາບເຖິງກັບນ້ຳຕາຊຶມ ຮ້ອງໄຫ້ທຸກຖ້ວນໜ້າ ເມື່ອໂທນີ່ ໂຄຣສ ຟາດເນັ້ນໆ ສົ່ງບານເຂົ້າໄປໃນຕານ່າງກາຍເປັນປະຕູໃຫ້ເຢຍລະມັນໄຫຼເປັນ 4-0.

230070

ບໍ່ພຽງແຕ່ເທົ່ານັ້ນ ເຖິງນາທີທີ່ 29 ຊາມີ່ ເຄດິຣາ ກົດປະຕູທີ່ຫ້າ ຈາກການຊິ່ງ ກ່ອນ ເມຊຸດ ໂອຊິນ ຈະຈ່າຍໃຫ້ເຄດິຣາຟາດໂລ່ງໆ ໃຫ້ເຢຍລະມັນ ນຳໄປແສນໄປອີກເປັນ 5-0 ໃນໄລຍະບໍ່ເຖິງເຄິ່ງຊົ່ວໂມງ ເຖິງແມ່ນຈະນຳຂາດແຕ່ເຢຍລະມັນຍັງຄົງກະໜ່ຳບຸກເຂົ້າໃສ່ຢ່າງຕໍ່ເນື່ອງ ຫຼຸຍ ກຸສຕາໂວ ເລິ່ມເສຍຈັງຫວະ ຈາກການເຂົ້າສຽບໂຄຣສ ເຮັດໃຫ້ບຣາຊິນເສຍລູກຟຣີຄິກໜ້າເຂດໂທດອີກເທື່ອໜຶ່ງ ແຕ່ວ່າໂອຊິນປັ່ນດ້ວຍຊ້າຍຂ້າມຄານເສຍຂອງໄປ.

ຈົບເຄິ່ງເວລາທຳອິດ ເກືອບບໍ່ໜ້າເຊື່ອວ່າ ເຢຍລະມັນ ຈະນຳຫ່າງເຖິງ 5-0 ປະຕູ ເຄິ່ງຫຼັງບຣາຊິນຕ້ອງປັບເກມກັນຢ່າງໜັກ ສົ່ງເປົາລິນໂຢ່ແທນແຟນັນດິນໂຢ່ ແລະຣາມິເຣສ ແທນ ຮັກ ທີ່ຫຼິ້ນບໍ່ອອກ ຂະນະທີ່ເຢຍລະມັນປ່ຽນເພີ ແມເຕຊັກເກີ ລົງແທນ ມັດຮຸມເມີລ.

ເລິ່ມເຄິ່ງເວລາທີສອງ ເປັນເຈົ້າພາບແຊມບ້າ ທີ່ໂຫມເກມບຸກເຂົ້າໃສ່ ຣາມິເຣສຮັບບານຂ້າມຫົວມາຈາກກອງຫຼັງ ແຕ່ຈັງຫວະສຸດທ້າຍ ແມເຕຊັກເກີ ເຂົ້າມາສະກັດບານອອກໄປໄດ້ທັນ ໄລຍະສິບນາທີຂອງຕົ້ນເຄິ່ງຫຼັງຄ້າຍກັບໄລຍະສິບນາທີຕົ້ນຂອງເຄິ່ງເວລາທຳອິດ ທີ່ບຣາຊິນບຸກໜັກ ແຕ່ຈາກນັ້ນ ເຢຍລະມັນເລິ່ມຕັ້ງຫຼັກໄດ້ ແລະກັບມາສວນກັບເປັນບາດເປັນບາດ.

ເຖິງນາທີ 58 ເຢຍລະມັນປ່ຽນໂຕ ມິໂຣສະລາບ ໂຄລເຊ່ ໄວ 36 ປີ ລົງມາພັກ ແລະສົ່ງ ອັງເດຣ ຊູເລ ລົງໄປແທນ ຈັງຫວະຖັດມາ ເຄດິຣາ ແທງານຫຼຸດຂຶ້ນມາທາງຂວາ ໃຫ້ຊູເລ ລາກມາທາງແຄມເສັ້ນ ແຕ່ຜູ້ຫຼິ້ນບຣາຊິນຊ່ວຍກັນເຄຍພົນອັນຕະລາຍໄປໄດ້ ຈົນເຖິງນາທີ 67 ເຢຍລະມັນຍັງໄດ້ບານບຸກຂຶ້ນມາເລື້ອຍໆ ແຕ່ເຄາະຍັງດີ ເຊຊາຂອງບຣາຊິນຍັງປັດບານພົ້ນອັນຕະລາຍໄປໄດ້ຢ່າງຫວຸດຫວິດ.

ນາທີ 68 ດານເຕ້ ຜູ້ຫຼິ້ນບຣາຊິນຖືກໃບເຫຼືອງເປັນຄົນທຳອິດຂອງເກມ ຖັດມານາທີດຽວ ລາມ ໄດ້ບານຂຶ້ນມາແບບບໍ່ມີໃຜປະກົບ ກ່ອນຈະປາດມາໜ້າະຕູໃຫ້ເພື່ອນ ອັງເດຣ ຊູເລເຂົ້າມາຊັດເຕັມຂໍ້ ມຸນເລີ ເພື່ອນຮ່ວມທີມຈະເຖິງບານສົ່ງບານເຂົ້າຕານ່າງກາເປັນປະຕູທີ 6 ເຮັດໃຫ້ຄວາມຫວັງເອົາຄືນຂອງບຣາຊິນໝົດສິ້ນໄປຈາກການແຂ່ງຂັນ.

ນາທີ 70 ບຣາຊິນປ່ຽນຜູ້ຫຼິ້ນສົ່ງ ວິນລຽນ ລົງແທນ ເຟຣັດ ແຕ່ສະຖານະການຂອງເຈົ້າພາບຍັງບໍ່ດີຂຶ້ນເຖິງນາທີທີ່ 76 ເຢຍລະມັນປ່ຽນ ຈູລຽນ ດຣັກເລີ ລົງແທນ ຊາມີ ເຄດິຣາ ຈັງຫວະຖັດມາລຸຍ ເລິ່ມຫົວເສຍ ຈັງຫວະຢັນບານກັບມຸນເລີ ຖິງກັບມີປາກສຽງມີສຽງກັນ ແຕ່ຍັງດີວ່າບໍ່ມີໃຜໄດ້ໃບເຫຼື ແຕ່ວ່າເຖິງນາທີ 79 ເຢຍລະມັນໂຍບານຍາວເຂົ້າມາເກືອບເຖິງເສັ້ນຫຼັງ ກ່ອນ ໂທມັສ ມຸນເລີ ບຽດຍາດບານກັບ ດານເຕ້ກ່ອນ ຈະດີດບານກັບມາໃຫ້ຊູເລ່ຈັບບານດ້ວຍຂວາກ່ອນຍິງດ້ວຍຊ້າຍ ບານພຸ່ງງັດສຽບໃຕ້ຄານເຂົ້າປະຕູເປັນອີກ ກາຍເປັນຄະແນນໃຫ້ເຢຍລະມັນນຳຫ່າງອອກໄປແສນໂຍດເປັນ 7-0.

ຈົນກະທັ່ງທ້າຍເກມນາທີ 89 ເຢຍລະມັນເກືອບໜີຫ່າງເປັນປະຕູທີ 8 ຈາກການຫຼຸດເຂົ້າຍິງໂລ່ງຂອງໂອຊິລແຕ່ບານດາດເສົາສອງໄປໜ້ອຍດຽວ ຈັງຫວະສວນກັບໄວ ອອສກ້າລາກບານຫຼຸດດ່ຽວຂຶ້ນມາແດ່ ກ່ອນລັອກໜຶ່ງຈັງຫວະແລ້ວສັບໄປຍິງເຕັມຂໍ້ເປັນປະຕູໄຂ່ແຕກໃຫ້ຂຸນພົນເຊເລເຊົາ.

ຈົບເກມ ເຢຍລະມັນ ຖະຫຼົ່ມບຣາຊິນ ໄປຢ່າງທ່ວມທົ້ນເຖິງ 7-1 ກາຍເປັນຄະແນນສູງສຸດໃນທົວນາເມັ້ນນີ້ແລະຍັງເປັນການເສຍປະຕູຊະນິດມູ່ນທະລາຍຂອງເຈົ້າພາບບຣາຊິນ ລະດັບທີ່ເຮັດໃຫ້ແຟນບານຕ້ອງເປັນລົມ ຂະນະທີ່ຜູ້ຫຼິ້ນເຢຍລະມັນຍ່າງໄປຕົບຫຼັງລູບຫົວນັກເຕະບຣາຊິນເພື່ອໃຫ້ກຳລັງໃຈ ໂດຍສະເພາະດານເຕ້ ທີ່ເປັນເພື່ອນຮ່ວມທີມບາເຢີນມິວນິກດ້ວຍກັນ ທັງນີ້ ເຢຍລະມັນເຂົ້າໄປຮອບຊິງຊະນະເລີດກັບທີມລະຫວ່າງຮອນແລນຫຼືອາເຈນຕິນາ ໃນວັນອາທິດທີ່ 13 ກໍລະກົດ ສ່ວນບຣາຊິນຖ້າຫຼິ້ນນັດຊິງທີ 3 ໃນວັນເສົາວັນທີ 12 ກໍລະກົດ ທີ່ຈະມາເຖິງນີ້.