ເມ ມຽດ ໂນ ມິດ​ເອ​ເຊຍ​ປາ​ຊິ​ຟິກ 2014 ຖືກ​ປົດ​ແລ້ວ

a3013

         ກາຍ​ມາ​ເປັນ​ອີກ​ໜຶ່ງ​ປະ​ເດັນ​ຮ້ອນ​ຂອງ​ວົງ​ການ​ນາງ​ງາມ​ລະ​ດັບ​ນານາ​ຊາດ​ເລີຍ​ກໍ່ວ່າໄດ້ ຫລັງ​ມີ​ກະ​ແສ​ຂ່າວ​ອອກ​ມາ​ວ່າ ກອງ​ປະ​ກວດມິດ​ເອ​ເຊຍ​ປ​າຊິ​ຟິກ​ 2014 (Miss Asia Pacific World 2014) ໄດ້​ສັ່ງ​ປົດ​ມຸງ​ກຸດ​ນາງ​ງາ​ມ ມຽນມາ ເມ ມຽດ ໂນ (May Myat Noe) ເຈົ້າ​ຂອງ​ຕຳແໜ່ງ ມິດ​ເອ​ເຊຍ​ປ​າຊິ​ຟິກ 2014 ເປັນ​ທີ່​ຮຽບຮ້ອຍ​ແລ້ວ ຫລັງ​ຈາກສຸດ​ເອືອມລະອາ​ກັບ​ພຶດຕິກຳ​ຂອງ​ນາງ​ງາ​ມ ມຽນ​ມາ​ລາຍ​ນີ້ ໂດຍ​ເມື່ອ​ວັນທີ່ 27 ສິງ​ຫາ 2014 ເພສ “Sash Factor ” ໄດ້​ມີ​ການ​ເປີດ​ເຜີຍ​ຈົດ ໝາຍ​ຂອງ​ຜູ້​ຈັດການ​ປະ​ກວດ​ Miss Asia Pacific World 2014 ຊຶ່ງ​ລະ​ບຸ​ວ່າ ທາງ​ກອງ​ປະ​ກວດ​ໄດ້​ປົນ ເມ ມຽດ ໂນ ມິດ​ເອ​ເຊຍ​ປາ​ຊິ​ຟິກ 2014 ສາວ ງາມ​ອາຍຸ 18 ປີ ລົງ​ຈາກ​ຕຳແໜ່ງ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ຫລັງ​ຈາກສຸດ​ເອືອມລະອາ​ກັບ​ພຶດຕິກຳ​ຂອງ​ນາງ​ທີ່​ທັງ​ຂີ້​ຕົວະ, ບໍ່​ໃຫ້​ກຽດ​ ແລະ​ ຂາດ​ຄວາມ​ເຄົາລົບ​ຕໍ່​ຜູ້​ຈັດການ​ປະ​ກວດ, ຜູ້​ຈັດການ, ສື່ ແລະ​ ແຟນໆ ທີ່​ໃຫ້​ການ​ສະໜັບສະໜູນ​ນາງ​ມາ​ຕະຫລອດ ລວມ​ໄປ​ເຖິງ​ການ​ຂາດ​ທັດ​ສະນະຄະຕິຂອງ​ການ​ເປັນ​ນາງ​ງາມ​ທີ່​ດີ ແລະ​ ທີ່​ຍິ່ງ​ໄປ​ກວ່າ​ນັ້ນທາງ​ກອງ​ປະ​ກວດ​ຍັງ​ພົບ​ວ່າ​ແມ່​ຂອງ ເມ ມຽດ ໂນ ໄດ້​ຕົວະ​ໃນ​ການ​ຂໍ​ວີ​ຊ້າ​ຜິດ​ກົດໝາຍ​ເຂົ້າ​ປະເທດ​ເກົາ​ຫລີ ແຕ່ເລື່ອງນີ້ກໍ່ບໍ່ແມ່ນ​ປະ​ເດັນ​ສຳຄັນ​ເທົ່າ​ພຶດຕິກຳ​ຂອງ ເມ ມຽດ ໂນ ແຕ່​ກໍ​ສົ່ງ​ຜົນ​ໃຫ້​​ພວກເຂົາ​ບໍ່​ສາມາດ​ເຊື່ອ​ໃຈ ຫລື ​ເຊື່ອ​ວ່າ​ນາງ​ຈະ​ສາມາດ​ປະຕິບັດ​ພາລະ​ກິດ​ໃນ​ຖານະ ມິດ​ເອ​ເຊຍ​ປ​າຊິ​ຟິກ 2014 ໄດ້​ຢ່າງ​ລຸ​ລ່ວງ​ອີກ​ຕໍ່​ໄປ ດ້ວຍ​ເຫດຜົນ​ຫລາຍ​ປະ​ການ​ເຫລົ່າ​ນີ້ ທາງ​ກອງ​ປະ​ກວດ​ຈຶ່ງ​ຕັດ​ສິນ​ໃຈ​ປະ​ກາດ​ປົນ ເມ ມຽດ ໂນ ຈາກ​ຕຳແໜ່ງ​ມິດ​ເອ​ເຊຍ​ປາ​ຊິ​ຟິກ 2014 ແລະ ​ສົ່ງ​ນາງ​ກັບ​ປະເທດ ໂດຍ ເມ ມຽດ ໂນ ຈະ​ຕ້ອງ​ຄືນ​ຕຳແໜ່ງ ມຸງ​ກຸດ ແລະ ​ລາງ​ວັນ​ທັງ​ໝົດ​ເມື່ອ​ກັບ​ເຖິງ​ມຽນມາ ຂະນະ​ທີ່​ກອງ​ປະ​ກວດ​ຈະ​ພິຈາລະນາ​ຫາ​ຜູ້​ທີ່​ເໝາະ​ສົມ​ຈະ​ດຳ​ລົງ​ຕຳ​ແໜ່ງ ມິດ​ເອ​ເຊຍ​ປ​າຊິ​ຟິກ 2014 ຄົນ​ໃໝ່​ຫລັງ​ຈາກນີ້

kapook_world-629345

kapook_world-629340

kapook_world-629338

kapook_world-629334