ເມົາຢາບ້າໃຊ້ພ້າຟັນເມຍບາດເຈັບສາຫັດ!

 

ເຈົ້າໜ້າທີ່ ປກສ ເມືອງວຽງທອງ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນວັນທີ 29 ສິງຫາຜ່ານມາ ໄດ້ຈັບຕົວທ້າວ ເຄນປ້ອມ

ອາຍຸ 37 ປີຢູ່ບ້ານນ້ຳກ້າງ ເມືອງວຽງທອງ ແຂວງບໍລິຄຳໄຊ ພາຍຫລັງກໍ່ເຫດໃຊ້ພ້າຟັນບໍລິເວນຄໍ ນາງ ເຄນສີ ອາຍຸ

30 ເຊິ່ງເປັນເມຍຂອງຜູ້ກ່ຽວຈົນໄດ້ຮັບບາດສາຫັດ ໂດຍຜູ້ກ່ຽວຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຕົນເອງໄດ້ເສບຢາ

ບ້າມາແລ້ວ ເກີດມີປາກສຽງຜິດຖຽງກັນກັບເມຍຮຸນແຮງ ຍ້ອນບໍ່ຍອມບອກໃຫ້ຕົນຮູ້ກ່ຽວກັບລາຍຮັບຈາກການ

ເຮັດທຸລະກິດຮ່ວມກັບພໍ່ເຖົ້າ (ພໍ່ເມຍ) ຈິ່ງເກີດອາລົມໂມໂຫ ແລ້ວຈັບເອົາພ້າຢູ່ເຮືອນຄົວມາຟັນເຂົ້າບໍລິເວນຄໍເມຍ

ຈົນມີບາດແຜຍາວເລີກ ແລະ ຈະປາດຄໍຕົນເອງຕາຍຕາມ, ແຕ່ເຫັນເລືອດໄຫລອອກຫລາຍຈາກຄໍເມຍຕົນຈຶ່ງສະ

ຫລົບ, ສ່ວນເມຍແມ່ນຍາດພີ່ນ້ອງນຳຕົວສົ່ງໂຮງໝໍໄດ້ທັນ ແລະ ພົ້ນຂີດອັນຕະລາຍແລ້ວ.

 

ແຫຼ່ງຂ່າວ: ລາວພັດທະນາ