ເມົາຢາບ້າຈົນຫຼອນ ໄລ່ຍິງປະຊາຊົນບາດເຈັບ 4 ຄົນ

ໜັງສືພິມປ້ອງກັນຄວາມສະຫງົບລາຍງານໃຫ້ຮູ້ວ່າ ທ້າວ ຄູນ ຫຼື ຄໍາ ອາຍຸ 38 ປີ ຢູ່ບ້ານ ຂົວທີ 1 ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ ພັກເຊົາຢູ່ບ້ານ ນາຄວາຍກາງ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ເສບຢາເສບຕິດແຕ່ປີ 1997 ຈົນປະສານຫຼອນ ລະແວງໄພອ້ອມຕົວ ໃຊ້ປືນແກັບຍິງປະຊາຊົນທີ່ຂັບລົດຈັກຕາມເສັ້ນທາງ 450 ປີ, ບາດຈັບ 4 ຄົນ ສາຫັດ 1 ຄົນ ແລ້ວເອົາຕົວຫຼົບໜີເຂົ້າປ່າໃນເດືອນມັງກອນທີ່ຜ່ານມາ ແລະ ຖືກເຈົ້າໜ້າທີ່ຕິດຕາມກັກຕົວ ພ້ອມຂອງກາງ ປືນແກັບໄດ້ໃນຕອນເຊົ້າມື້ຕໍ່ມາ.

ຜູ້ໄດ້ຮັບບາດເຈັບຈາກການກໍ່ເຫດຂອງ ທ້າວ ຄູນ ຄັ້ງນີ້ມີ ທ້າວ ບຸນຍືນ ອາຍຸ 40 ປີ ຖືກລູກຫວ່ານບໍລິເວນທ້ອງເບື້ອງຂວາ ຈໍານວນ 10 ລູກ, ນາງ ແກ້ວ ວິໄລພອນ ອາຍຸ 40 ປີ ຖືກລູກຫວ່ານແຂນສອກ ເບື້ອງຂວາ 1 ລູກ ທັງ 2 ຄົນ ຢູ່ບ້ານ ນາຄວາຍໃຕ້, ທ້າວ ຕ້າ ອາຍຸ 53 ປີ ບ້ານ ໂນນຄໍ້ເໜືອ ຖືກລູກຫວ່ານເຂົ້າບໍລິເວນໃບໜ້າ, ຕາ, ທ້ອງ (ໄສ້ຂາດ) ແລະ ດ້ານຫຼັງຈຳນວນຫຼາຍລູກ ໄດ້ຮັບບາດເຈັບສາຫັດ ແລະ ທ້າວ ສິງທອງ ອາຍຸ 9 ປີ ລູກຂອງທ້າວ ຕ້າ ຖືກລູກຫວ່ານບໍລິເວນຫົວເຂົ່າ 2 ລູກ.

ຜ່ານການສອບສວນ ທ້າວ ຄູນ ສາລະພາບວ່າ: ໄດ້ເລີ່ມເສບຢາບ້າມາແຕ່ປີ 1997 ເປັນຕົ້ນມາ ເສບ 1-2 ເມັດ, ມາປີ 2016 ໄດ້ມາເປັນກໍາມະກອນໃຫ້ ທ້າວ ແທ່ງ ຫຼື ທັນ ອາຍຸ 47 ປີ ຢູ່ບ້ານ ທາດຫຼວງໃຕ້ ເມືອງ ໄຊເສດຖາ ໂດຍຮັບຄ່າແຮງງານມື້ລະ 95.000 ກີບ, ຜູ້ກ່ຽວຍັງມີພຶດຕີກຳເຄື່ອນໄຫວເສບຢາບ້າຄືເກົ່າ, ສ່ວນຢາບ້າທີ່ຊື້ມາເສບນັ້ນ ແມ່ນຊື້ນຳໄວລຸ້ນຢູ່ເຂດຫຼັງຕະຫຼາດສີໄຄ ເມືອງ ສີໂຄດຕະບອງ. ນອກນີ້; ໃນເວລາຜູ້ກ່ຽວດື່ມສິ່ງມຶນເມົາກໍຈະມັກມີອາການໂວຍວາຍ ແລະ ມັກລະແວງວ່າໝູ່ທີ່ເຮັດວຽກກໍາມະກອນນໍາກັນຈະມາທຳຮ້າຍຮ່າງກາຍ.

ມາເດືອນທັນວາ 2019, ທ້າວ ທັນ ໄດ້ໃຫ້ຜູ້ກ່ຽວໄປນອນຢູ່ຕູບກໍາມະກອນຢູ່ເຂດບ້ານ ນາຄວາຍກາງ ແລ້ວທຽວໄປເຮັດວຽກຢູ່ບ້ານ ໜອງປີງ ເມືອງ ຈັນທະບູລີ ໂດຍ ທ້າວ ທັນ ໄດ້ເອົາລົດຈັກເວບ 100 ສີດໍາ ນຫ 2888 ກໍາແພງ ນະຄອນໃຫ້ຂັບມາເຮັດວຽກ. ມີມື້ໜຶ່ງ, ພາຍຫຼັງເລີກວຽກປະມານ 16:30 ໂມງ ຜູ້ກ່ຽວໄດ້ໄປດື່ມເບຍຢູ່ຮ້ານແຫ່ງໜຶ່ງເຂດບ້ານ ໜອງປິງ ໝົດເບຍ 4 ແກ້ວ. ຮອດເວລາປະມານ 20:00 ໂມງ ໄດ້ຂີ່ລົດກັບຄົນດຽວ ຜູ້ກ່ຽວມີຄວາມຢ້ານຄົນມາຕີປຸ້ນເອົາລົດຈັກ, ພໍມາຮອດເສັ້ນ ທາງ 450 ປີ ເຂດບ້ານ ໄຮ່ຄໍາ ເມືອງ ໄຊເສດຖາ ເຫັນລົດຈັກ 2 ຄັນ ຂັບຕາມຫຼັງມາຈຶ່ງຂີ່ລົດໜີກັບຄືນມານອນຢູ່ບ້ານພັກແຫ່ງໜຶ່ງ ເຂດບ້ານ ໂນນຂີ້ເຫຼັກ ເມືອງ ສີໂຄດຕະບອງ.

ຕື່ນເຊົ້າມາໄດ້ຂີ່ລົດຈັກໄປບ້ານ ວັງ ເມືອງໝື່ນ ແຂວງ ວຽງຈັນ ຈຸດປະສົງແມ່ນໄປຊື້ປືນມາຍິງພວກທີ່ໄລ່ຕີປຸ້ນ ເອົາລົດຜູ້ກ່ຽວນັ້ນ, ເພາະວ່າຜ່ານມາຜູ້ກ່ຽວເຄີຍໄປເປັນກໍາມະກອນຢູ່ເຮືອບັກ ເຂດບ້ານ ວັງ ແລະ ກໍເຄີຍເຫັນປະຊາຊົນບ້ານດັ່ງກ່າວໃຊ້ແກັບ. ຮອດເວລາປະມານ 18:00 ໂມງ ເຫັນຊາຍອາຍຸປະມານ 30 ປີ ພາຍປືນດັດແປງລວງຍາວ ປະມານ 60 ຊັງຕີແມັດ ທີ່ຍິງລູກອັດລົມ, ລູກຫວ່ານຜູ້ກ່ຽວຈຶ່ງໄດ້ຖາມຊື້ ແລະ ຊາຍຄົນນັ້ນ ກໍຂາຍປືນໃຫ້ໃນລາຄາ 450.000 ກີບ ແລະ ຊື້ລູກອັດ ແລະ ລູກຫວ່ານຢູ່ຮ້ານຈີນ ເຂດບ້ານວັງ ແລ້ວຂັບລົດມານະຄອນຫຼວງວຽງຈັນ.

ຈາກນັ້ນ, ໄດ້ໄປນອນຢູ່ໃນປ່າແຄມທາງເຂດບ້ານນາຄວາຍກາງ ເພື່ອຕິດຕາມຄົນທີ່ໄລ່ປຸ້ນເອົາລົດຜູ້ກ່ຽວໃນມື້ນັ້ນ. ຮອດວັນທີ 29 ທັນວາ 2019, ຜູ້ກ່ຽວໄດ້ຊື້ເບຍ 3 ປ໋ອງ ມາກິນຢູ່ໃນປ່າຄົນດຽວ ເມື່ອເມົາຈຶ່ງຮູ້ສຶກລະແວງກະວົນກະວາຍວ່າ ຈະມີຄົນມາຈັບ-ມາຂ້າ. ຮອດເວລາ 19:30 ໂມງ ໄດ້ເອົາປືນແກັບມາຈອບຍິງຄົນທີ່ຂີ່ລົດຈັກຜ່ານເສັ້ນທາງ 450 ປີ. ຈາກນັ້ນ, ເຫັນໄຟຕາລົດຈັກແລ່ນມຸ້ງໜ້າມາແຕ່ທາງບ້ານ ດຸງ. ພໍລົດຈັກມາຮອດໃກ້ປະມານ 7 ແມັດ ກໍໄດ້ແນປືນໃສ່ແລ້ວຍິງ 1 ບາດ ຍິນສຽງຄາງດັງໂອຍ 1 ຄັ້ງ. ຈາກນັ້ນ, ຜູ້ກ່ຽວໄດ້ປະກອບລູກຫວ່ານອີກແລ້ວຍິງປືນໃສ່ລົດຈັກຄັນນຳຫຼັງມາອີກ 1 ບາດ. ຕໍ່ຈາກນັ້ນ, ຜູ້ກ່ຽວໄດ້ຂ້າມທາງໄປດັກຍິງລົດ ຈັກອີກ; ເຊິ່ງຜ່ານໄປປະມານ 10 ນາທີ ກໍມີລົດຈັກມຸ້ງໜ້າມາແຕ່ບ້ານດຸງ ແລະ ຜູ້ກ່ຽວກໍຍິງໃສ່ອີກ 1 ບາດ ແຕ່ລົດຈັກໄດ້ຂັບໜີຢ່າງໄວ ພາຍຫຼັງຍິງແລ້ວ ກໍໄດ້ຂີ່ລົດຈັກໜີເຂົ້າໄປປ່າປະມານ 1 ກິໂລແມັດ ແລ້ວຈູດລົດຈັກຄັນທີ່ໃຊ້ທ່ຽວໄປວຽກຖິ້ມ ຈຶ່ງຍ່າງກັບມານອນຢູ່ແຄມທາງເຂດຜູ້ກ່ຽວກໍ່ເຫດ. ຮອດວັນທີ 30 ທັນວາ 2019, ເວລາ 9:00 ໂມງ ຈຶ່ງຖືກ ເຈົ້າໜ້າທີ່ກັກຕົວພ້ອມຂອງກາງໄປດຳເນີນຄະດີ.

 

 

ຮຽບຮຽງຂ່າວ: ພຸດສະດີ