ເມືອງມະຫາໄຊ ສະຫຼຸບວຽກງານໂຄສະນາ

0
1752

ໃນຕອນເຊົ້າຂອງວັນທີ 29/4/2014 ນີ້ຢູ່ທີ່ສະໂມສອນໃຫຍ່ຂອງເມືອງມະຫາໄຊໄດ້ເປີດກອງປະຊຸມສະຫຼຸບວຽກງານໂຄສະນາ, ຈັດຕັ້ງ, ກວດກາປະຈຳປີ 2013 ແລະ ວາງ ທິດທາງແຜນການ 2014 ຂື້ນຢ່າງເປັນທາງການ.

ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມສີ ພົງອຸດົມ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆມະຫາໄຊເຂົ້າຮ່ວມມີຄະນະປະຈຳພັກເມືອງ, ຄະນະ ພັກເມືອງຫົວໜ້າຫ້ອງການ, ສຳມະຊິກພັກສົມບູນ, ສຳຮອງ ເຂົ້າຮ່ວມ 100 ກ່ວາສະຫາຍ.

ກອງປະຊຸມຄັ້ງນີ້ແມ່ນໄດ້ຮັບຟັງການຜ່ານເອກະສານບົດສະຫຼຸບປະຈຳປີ2013 ແລະ ທິດທາງແຜນການໃນປີ 2014 ຂອງວຽກງານຈັດຕັ້ງວຽກງານກວດກາ, ວຽກ ງານໂຄສະນາອົບຮົມເມືອງມະຫາໄຊ, ຜ່ານຮ່າງບົດລາຍງານການຫ້າງຫາກະກຽມກອງປະຊຸມໃຫ່ຍຂອງເມືອງ ແລະ ເອກະສານອື່ນໆອີກຈຳນວນໜື່ງຂອງການຈັດ ກອງປະຊຸມດັ່ງກ່າວຈຸດປະສົງແມ່ນເພື່ອສະຫຼຸບສັງລວມຕີລາຄາຄືນບັນດາຜົນງານ  ແລະ ໄຊຊະນະໃນໄລຍະ1 ປີ ຜ່ານມາພ້ອມທັງຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ບັນ ຫາຂໍ້ຄົງຄ້າງອື່ນໆ ເພື່ອພ້ອມກັນປະກອບຄຳຄິດເຫັນເຮັດໃຫ້ຂົງເຂດວຽກງານດັ່ງກ່າວ ມີບາດກ້າວຂະຫຍາຍຕົວ, ຖືກຕ້ອງຕາມແນວທາງ ແລະ ລະບຽບກົດໝາຍ ຂອງບ້ານ – ເມືອງ ແລະ ວາງອອກທັງນີ້ກໍ່ເພື່ອນຳພາບັນດາໜ້າທີ່ວຽກງານໃຫ້ມີຄວາມສະດວກນຳພາບ້ານ-ເມືອງ ແລະ ນຳພາປະເທດຊາດໃຫ້ ຫລຸດພົ້ນອອກຈາກ ຄວາມທຸກຍາກ ແລະ ກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວກອງປະຊຸມດັ່ງກ່າວໃຊ້ເວລາ 2 ວັນຈຶ່ງສຳເລັດ.

ທີ່ມາ http://www.khammouanenews.com/khao/nalak/2570