ເມືອງຄີຟຂອງຢູເຄຣນຖືກໂຈມ​ຕີ​ທາງ​ອາກາດດຮັດໃຫ້ມີ​ຜູ້​ເສຍ​ຊີວິດ 1 ຄົນ​ບາດ​ເຈັບ 6 ຄົນ

0
735

ລູກສອນໄຟຫຼາຍລູກຖະລົ່ມອາຄານທີ່ພັກອາໄສຢ່າງໜ້ອຍ 2 ແຫ່ງ, ລວມເຖິງໂຮງຮຽນອະນຸບານແຫ່ງໜຶ່ງ ຈົນເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບອີກຫຼາຍຄົນ.

ໃນວັນທີ 27 ມິຖຸນາ 2022 ອີງຕາມລາຍງານຈາກ ABC News Australia ໄດ້ລາຍງານວ່າ: ຣັດເຊຍໄດ້ປະຕິບັດການໂຈມຕີທາງອາກາດທີ່ກຸງຄີຟຂອງຢູເຄຣນເປັນຄັ້ງທຳອິດໃນຮອບຫຼາຍອາທິດ, ໂດຍມີເປົ້າໝາຍຄືອາຄານທີ່ພັກອາໄສ ແລະ ໂຮງຮຽນອານຸບານ ຈົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ຂະນະທີ່ອີກຫຼາຍຄົນຍັງຕິດຢູ່ໃນສາກຕຶກອາຄານທີ່ພັງລົງມາ.

ໃນນັ້ນມີເດັກນ້ອຍອາຍຸ 7 ປີ ແລະ ແມ່ຂອງລາວທີ່ຢູ່ໃນອາການບາດເຈັບທີ່ຮຸນແຮງ.

ມີລາຍງານເຫດການລະເບີດ 4 ເທື່ອໃນກຸງຄີຟໃນຊ່ວງເຊົ້າຂອງເວລາທ້ອງຖິ່ນໃນວັນອາທິດທີ່ຜ່ານມານີ້.

ການໂຈມຕີທາງອາກາດໃນເທື່ອນີ້ ເກີດຂຶ້ນຈາກລູກສອນໄຟທີ່ຍິງຈາກເຮືອບິນຖິ້ມລິເບີດຂອງຣັດເຊຍ ເຊິ່ງຢູ່ຫ່າງອອກໄປຫຼາຍກວ່າ 1.000 ກິໂລແມັດ ໃນເມືອງແອສຕຣາຄັນ ທາງຕອນໃຕ້ຂອງຣັດເຊຍ.

ຕັ້ງແຕ່ຢູເຄຣນ ແລະ ຣັດເຊຍໄດ້ມີການຂັດແຍ່ງກັນ ປັດຈຸບັນໃນຢູເຄຣນຍັງມີການຖືກໂຈມຕີໃນຫຼາຍເຂດຂອງປະເທດ, ຫຼາຍໆປະເທດຫວັງວ່າການຂັດແຍ່ງການໃນຄັ້ງນີ້ ຈະສິ້ນສຸດໃນໄວໆນີ້.