ເຟສບຸ໊ກ-ທະວິດເຕີ ສັ່ງລົບໂພສວິດີ “ທຣໍ້າ” ຫຼັງລະເບີດກົດການເຜີຍແຜ່ຂໍ້ມູນທີ່ຜິດກ່ຽວກັບໂຄວິດ-19

ເວັບໄຊ sanook ລາຍງານວ່າ ເມື່ອວັນພຸດທີຜ່ານມາວ່າ ເຟສບຸ໊ກສັ່ງລົບໂພສວິດີໂອຄລິບປະທານາທິບໍດີ ໂດນັລ ທຣໍ້າ ເນື່ອງຈາກລະເມີດນະໂຍບາຍຫ້າມການເຜີຍແຜ່ຂໍ້ມູນທີ່ຜິດກ່ຽວກັບການລະບາດຂອງໄວຣັດໂຄໂຣນາ 2019, ໃນຂະນະທີ່ທະວິດເຕີ ສັ່ງລະງັບໃຊ້ງານບັນຊີຂອງທີມງານຫາສຽງຂອງຜູ້ນຳ ສ.ອາເມລິກາ ຊົ່ວຄາວດ້ວຍເຫດຜົນດຽວກັນ.

ເຟສບຸ໊ກ ໄດ້ລະບຸວ່າ ວິດີໂອດັ່ງກ່າວມີຂໍ້ມູນທີ່ເປັນຄວາມເທັດກ່ຽວກັບກຸ່ມຄົນທີ່ມີພູມຄຸ້ມກັນໂຄວິດ-19 ເຊິ່ງການກະທຳດັ່ງກ່າວລະເມີດນະໂຍບາຍຂອງບໍລິສັດທີ່ບໍ່ອະນຸຍາດໃຫ້ມີການສົ່ງຕໍ່ຂໍ້ມູນກ່ຽວກັບການລະບາດທີ່ເປັນອັນຕະລາຍຕໍ່ສາທາລະນະ ແລະ ຫຼັງຈາກນັ້ນອີກບໍ່ດົນ ທະວິດເຕີກໍ່ສັ່ງລະງັບບັນຊີໃຊ້ງານຂອງທີມງານຫາສຽງຂອງປະທານາທິບໍດີ ທຣໍ້າ ຊົ່ວຄາວ ຈົນກວ່າຈະລົບໂພສທີ່ມີລິ້ງດັ່ງກ່າວອອກໄປ.

ທາງທະວິດເຕີໄດ້ອະທິບາຍວ່າ ການລະງັບບັນຊີນີ້ເກີດຂຶ້ນເພາະການລະເມີດກົດວ່າດ້ວຍການຄວບຄຸມຂໍ້ມູນບິດເບືອນກ່ຽວກັບໂຄວິດ-19.

ທັງນີ້, ການສຶກສາຫຼາຍສະບັບໄດ້ໃຫ້ຂໍ້ມູນໂດຍບໍ່ມີຂໍ້ພິສູດວ່າ ເດັກນ້ອຍ ຈະມີໂອກາດຕິດເຊື້ອໂຄວິດ-19 ໜ້ອຍກວ່າຜູ້ໃຫຍ່ ແລະ ເຖິງຈະມີອາການປ່ວຍ ແຕ່ຈະບໍ່ປ່ວຍໜັກຫຼາຍ​, ຢ່າງໃດກໍ່ຕາມ ຂໍ້ມູນດັ່ງກ່າວບໍ່ໄດ້ສື່ຄວາມໝາຍຄືກັບຄຳເວົ້າທີ່ວ່າ “ເກືອບຈະມີພູມຄຸ້ມກັນສຳລັບໄວຣັດນີ້” ເລີຍ.

 

ຮຽບຮຽງຂ່າວ:​ ພຸດສະດີ