ເຟສບຸ໊ກຮ່ວມແບນຮົວເຫວີຍ ງົດຕິດຕັ້ງແອັບໃນມືຖືລຸ້ນໃໝ່

ບໍລິສັດເຟສບຸ໊ກຊຶ່ງເປັນບໍລິສັດໃຫຍ່ລາຍຫຼ້າສຸດຂອງອາເມຣິກາທີ່ຍຸຕິການຮ່ວມມືກັບຮົວເຫວີຍ ໂດຍຈະບໍ່ອະນຸຍາດໃຫ້ສິນຄ້າລຸ້ນໃໝ່ຂອງບໍລິສັດຮົວເຫວີຍຈາກ ສປ ຈີນ ຕິດຕັ້ງແອັບພລີເຄເຊິນທັງໝົດໃນເຄືອຂອງເຟສບຸ໊ກລ່ວງໜ້າ.

ຈາກແຫຼ່ງຂ່າວໃນເຟສບຸ໊ກທີ່ໄດ້ເປີດເຜີຍວ່າ ບໍລະສັດໄດ້ສັ່ງລະງັບຄວາມຮ່ມມືກັບບໍລິສັດຮົວເຫວີຍຕາມຄຳສັ່ງປະກາດເມື່ອກາງເດືອນພຶດສະພາຜ່ານມາ ໂດຍຈະບໍ່ອະນຸຍາດໃຫ້ອຸປະກອນລຸ້ນໃໝ່ຂອງຮົວເຫວີຍຕິດຕັ້ງແອັບພລີເຄເຊິນເຟສບຸ໊ກລ່ວງໜ້າ ລວມເຖິງແອັບພລີເຄເຊິນໃນເຄືອຂອງເຟສບຸ໊ກຄື Insatagram ແລະ WhatsApp ທັງນີ້ ສະມາດໂຟນລຸ້ນປັດຈຸບັນຂອງຮົວເຫວີຍທີ່ວາງຈຳໜ່າຍຢູ່ໃນປັດຈຸບັນນີ້ກໍຍັງສາມາດໃຊ້ງານ ແລະ ອັບເດດແອັບພລີເຄເຊິນທັງໝົດໃນເຄືອຂອງເຟສບຸ໊ກໄດ້ຕໍ່ໄປ.

ຂະນະທີ່ຮົວເຫວີຍຍັງບໍ່ມີການຕອບໂຕ້ຕໍ່ເຄື່ອນໄຫວດ່ັງກ່າວຂອງເຟສບຸ໊ກ ແຕ່ກໍລະນີດັ່ງກ່າວນີ້ຈະສົ່ງຜົນສິນຄ້າຂອງຮົວເຫວີຍໃນອະນາຄົດບໍ່ສາວມາດໃຊ້ງານ ເພລສະໂຕຣ ຊຶ່ງປຽບດັ່ງຕະຫຼາດແອັບພລີເຄເຊິນຂະໜາດໃຫຍ່ທີ່ຮອງຮັບໂດຍລະບົບປະຕິບັດການແອນດຣອຍ ແຕ່ກໍມີກະແສຂ່າວອອກມາກ່ຽວກັບຮົວເຫວີຍທີ່ຈະນຳໃຊ້ລະບົບປະຕິບັດການຂອງຕົນເອງທີ່ມີຊື່ວ່າ “ຫົງເມິ່ງ” ພາຍໃນທ້າຍປີນີ້.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP