ເຟສບຸກປິດກັ້ນຄົນໃນອົດສະຕຣາລີ ເບິ່ງ ແລະ ແຊຣ໌ ຂ່າວສານ ຫຼັງຈາກເກີດຄວາມຂັດແຍ້ງກັບລັດຖະບານອົດສະຕຣາລີ

0
2749

ເຟສບຸກປິດກັ້ນບໍ່ໃຫ້ປະຊາຊົນໃນປະເທດອົດສະຕຣາລີສາມາດ ເບິ່ງ ແລະ ແຊຣ໌ຄອນເທັນຂ່າວແລ້ວ ຫຼັງເກີດຄວາມຂັດແຍ້ງກັບລັດຖະບານອົດສະຕຣາລີທີ່ຕ້ອງການໃຫ້ສື່ສັງຄົມອອນລາຍ ຈ່າຍຄ່າຂ່າວທີ່ໄດ້ມາຈາກສຳນັກຂ່າວພາຍໃນປະເທດ ທີ່ຖືກແຊຣ໌ໃນແພລັດຟອມຂອງເຟສບຸກ.

ສຳນັກງານຂ່າວ ບີບີຊີ ລາຍງານວ່າ: ເຟສບຸກປະກາດ ຈະປິດກັ້ນບໍ່ໃຫ້ຜູ້ໃຊ້ເຟສບຸກໃນອົດສະຕຣາລີເບິ່ງ ແລະ ແຊຣ໌ຄອນເທັນຂ່າວ ຫຼັງຈາກລັດຖະບານອົດສະຕຣາລີອອກກົດໝາຍໃຫ້ສັງຄົມອອນລາຍຄື ເຟສບຸກ ແລະ ກູເກີ້ນ ຕ້ອງຈ່າຍເງິນຄ່າຂ່າວສານຕ່າງໆ ກໍລະນີມີຄອນເທັນຖືກນຳມາໂພສ ແລະ ນຳໄປແຊຣ໌ຕໍ່ໃນແພລັດຟອມຂອງສື່ສັງຄົມອອນລາຍ.

ລັດຖະບານອົດສະຕຣາລີໄດ້ສະເໜີກົດໝາຍດັ່ງກ່າວເປັນຄັ້ງທຳອິດໃນເດືອນ ທັນວາ ປີ 2020 ໂດຍຄະນະກຳມະການການແຂ່ງຂັນ ແລະ ຜູ້ບໍລິໂພກຂອງອົດສະຕຣາລີ (ACCC) ກ່າວວ່າ: ພວກເຂົາໄດ້ຮ່າງກົດໝາຍນີ້ຂື້ນມາ ເພື່ອສ້າງຄວາມສະເໝີພາບໃນການແຂ່ງຂັນທາງທຸລະກິດລະຫວ່າງ ບໍລິສັດເຕັກໂນໂລຊີຍັກໃຫຍ່ ກັບຜູ້ຜະລິດສື່ຂ່າວສານ ແລະ ຈະຊຸກຍູ້ກົດໝາຍໃຫ້ມີການອະພິປາຍ ແລະ ລົງມັດຕິໃນສະພາພາຍໃນສອງສາມອາທິດຂ້າງໜ້າ.

ເຊິ່ງກ່ອນໜ້ານີ້ ເຟສບຸກໄດ້ເຕືອນໄວ້ວ່າຈະສະກັດກັ້ນເນື້ອຫາຂ່າວຂອງສື່ທີ່ຖືກແຊຣ໌ອອກໄປແທນການຈ່າຍເງິນ ເຊິ່ງໄດ້ປະກາດນະໂຍບາຍໃໝ່ຜ່ານການປິດກັ້ນ ໃນວັນພຸດທີ 17 ກຸມພາ 2021 ທີ່ຜ່ານມາ ໂດຍລະບຸວ່າ ກົດໝາຍສະບັບນີ້ ເຮັດໃຫ້ເຟສບຸກຕ້ອງພົບກັບທາງເລືອກທີ່ຫຍຸ້ງຍາກ ຄືເຮັດຕາມກົດໝາຍທີ່ບໍ່ສົນກັບຄວາມເປັນຈິງໃນການພົວພັນລະຫວ່າງສື່ສັງຄົມອອນລາຍ ແລະຜູ້ຜະລິດສື່ ຫຼື ຢຸດການອະນຸຍາດໃຫ້ເຂົ້າເຖິງເນື້ອຫາຂ່າວຕ່າງໆໃນເຟສບຸກຂອງອົດສະຕຣາລີ ແລະ  ພວກເຂົາຂໍເລືອກອັນສຸດທ້າຍ.

ພາຍໃຕ້ນະໂຍບາຍໃໝ່ ເຟສບຸກລະບຸວ່າ: ຜູ້ໃຊ້ຊາວອົດສະຕຣາລີ ຈະບໍ່ສາມາດອ່ານ ແລະ ແຊຣ໌ ຂ່າວສານເທິງສະຖານີເຟສບຸກໄດ້ ໃນເວລາດຽວກັນນັ້ນ ອົດສະຕຣາລີ ຈະຖືກຈຳກັດການແຊຣ໌ ແລະ ໂພສຄອນເທັນຕ່າງໆ ເທິງໜ້າເຟສບຸກ. ນອກຈາກນີ້, ການໂພສ ຫຼື ແຊຣ໌ລິ້ງຂ່າວຈາກສຳນັກຂ່າວອົດສະຕຣາລີໃນພື້ນທີ່ອື່ນໆ ທົ່ວໂລກກໍ່ຈະຖືກປິດກັ້ນເຊັ່ນດຽວກັນ.