ເພັດຂວັນໄຊ ພາດທ່າຢ່າງໜ້າເສຍດາຍ

ເພັດຂວັນໄຊ ຈິດເມືອງນົນ ນັກມວຍຂວັນໃຈຊາວລາວ

ເພັດຂວັນໄຊ ຈິດເມືອງນົນ ນັກຊົກມວຍລາຍລາວ ຊື່ດັງຂອງລາວໄປບໍ່ເຖິງຝັນ ເມື່ອພາດທ່າໃຫ້ກັບ ຢຸດທະໄຊ ສົມສັກກໍ່ສ້າງ ນັກມວຍຈາກໄທ ທີ່ກະໜໍ່າສ່ອງໃສ່ເປັນຊຸດເຮັດໃຫ້ຄິ້ວຊ້າຍຂອງເພັດຂວັນໄຊແຕກ ແລະລົ້ມລົງກັບພື້ນ ກ່ອນຈະພະຍາມລຸກຂຶ້ນສູ້ຕໍ່ ແຕ່ຝ່າຍຜູ້ຕັດສິນກາງສະໜາມໃຫ້ຢຸດ ເນື່ອງຈາກຄິ້ວຂອງ ເພັດຂວັນໄຊ ແຕກເປັນແຜກວ້າງຈຶ່ງຢ້ານເກີດອັນຕະລາຍ ສົ່ງຜົນໃຫ້ເພັດຂວັນໄຊຢູ່ພຽງຮອບ 8 ຄົນສຸດທ້າຍ ໃນລາຍການມວຍໄທ 7 ສີ ປູນເສືອ ວັນອາທິດທີ 28 ພຶດສະພາ 2017 ນີ້.

ແຕ່ແນວໃດກໍຕາມ, ແຟນມວຍຊາວລາວຍັງບໍ່ໝົດຫວັງ ເພາະຍັງມີນັກມວຍລາວຜູ້ໜຶ່ງທີ່ໂດດເດັ່ນເຊັ່ນກັນ ນັ້ນກໍຄື ເພັດວຽງຈັນ ສໍກຸນລາວົງ ທີ່ຈະຂຶ້ນເວທີຊົກໃນວັນທີ 4 ມິຖຸນາ 2017 ທີ່ຈະມາເຖິງ ຈຶ່ງຂໍເຊີນໃຫ້ຕິດຕາມໃຫ້ກຳລັງໃຈກັນຕໍ່ໄປ.

 

1 COMMENT

Comments are closed.