ເຜີຍຮູບສາຍລັບສາວມືດີດເຂັມພິດຂ້າອ້າຍ “ຄິມ ຈອງ ອຶນ” ເສຍຊີວິດຄາທີ່ສະໜາມບິນມາເລເຊຍ

ອີງຕາມຂ່າວສຳນັກຂ່າວສົດ ເວັບໄຊຂ່າວສື່ດັງຂອງໄທ ລາຍງານເມື່ອວັນທີ 15 ກຸມພາ 2017 ວ່າ. ເວັບໄຊຂ່າວເດິສະຕາຣຂອງມາເລເຊຍ ເຜີຍພາບຈາກກ້ອງວົງຈອນປິດຂອງທາງສະໜາມບິນນານາຊາດ ກົວລາລຳເປີ ເຫັນຍິງສາວຄົນໜຶ່ງ ທີ່ເຊື່ອວ່າເປັນໜຶ່ງໃນສາຍລັບທີ່ກໍ່ເຫດສັງຫານທ່ານ ຈອງນຳ ອ້າຍຕ່າງມານດາຂອງທ່ານ ຄິມ ຈອງອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ.

ຮູບພາບຈາກກ້ອງວົງຈອນປິດເຜີຍຮູບຍິງສາວໄວກາງຄົນ ໃສ່ເສື້ອທີ່ພິມດ້ວຍອັກສອນ LOL (laughing out loud) ກະໂປ່ງສີຟ້າ ມືຂວາຖືກະເປົານ້ອຍ 1 ໜ່ວຍ

ລາຍງານລະບຸວ່າ ມີການຄາດເດົາວ່າ ທ່ານ ຈອງນຳ ເດີນທາງມາຈາກ ມາເກົ໊າເຂົ້າປະເທດ ມາເລເຊຍ ເມື່ອວັນທີ 6 ກຸມພາ ແລະ ກຳລັງຈະເດີນທາງກັບປະເທດ ແຕ່ຖືກລອບສັງຫານ ເມື່ອວັນທີ 13 ກຸມພາ 2017 ທີ່ຜ່ານມາ.