ເປີດໂປງເກົາຫລີເຫນືອ ລັກລອບສົ່ງອຸປະກອນຜະລິດອາວຸດເຄມີໃຫ້ ຊີຣີ ຂ້າຄົນ

ສື່ດັງໃນສະຫະລັດອ້າງ (ອີຍູ) ເຜີຍເກົາຫລີເຫນືອລັກລອບສົ່ງອຸປະກອນຜະລິດອາວຸດເຄມີໃຫ້ແກ່ກອງທັບຊີຣີຫລາຍຄັ້ງ ອີກທັງຍັງພົບຜູ້ຊ່ຽວຊານດ້ານການຜະລິດຂີປະນາວຸດຫລາຍຄົນໃນໂຮງງານຜະລິດອາວຸດທີ່ຊີຣີ, ເມື່ອວັນທີ 28 ກຸມພາ 2018 ສຳນັກຂ່າວບີບີຊີ ລາຍງານຜ່ານທາງຫນັງສືພິມ ນິວຢອກທາມ ແລະວອລສະຕີດ ເຈີນັລ ໃນສະຫະລັດອາເມລິກາ ອ້າງເຖີງການເປີດເຜີຍຂອງຜູ້ຊ່ຽວຊານດ້ານການຜະລິດຂີປະນາວຸດ.

ສະຫະປະຊາຊາດ(ຢູເອັນ) ລະບຸວ່າລັດຖະບານເກົາຫລີເຫນືອ ພາຍໃຕ້ການນຳຂອງ ຄິມ ຈອງ ອຶນ, ໄດ້ດຳເນີນການລັກລອບສົ່ງອຸປະກອນຜະລິດອາວຸດເຄມີໃຫ້ແກ່ທາງການຊີຣີມາແລ້ວຫລາຍຄັ້ງ ໂດຍຕາມການລາຍງານຂອງສະຫະປະຊາຊາດທີ່ເປີດເຜີຍວ່າ ພົບຜູ້ຊ່ຽວຊານດ້ານການຜະລິດຂີປະນາວຸດຂອງເກົາຫລີເຫນືອຫລາຍຄົນທີ່ໂຮງງານຜະລິດອາວຸດໃນຊີຣີ. ຂໍ້ຫານີ້ມີຂື້ນຫລັງຈາກມີລາຍງານອອກມາວ່າ ກອງທັບຊີຣີໄດ້ໃຊ້ອາວຸດເຄມີ ແກ໊ສຄຣອລລີນໂຈມຕີໃນຊີຣີ ແລະເຂດກູຕາຕາເວັນອອກໃກ້ເມືອງດາມັສກັສ ທີ່ເປັນເມືອງຫລວງຂອງຊີຣີ ທາງດ້ານລັດຖະບານແມ່ນໄດ້ປະຕິເສດຕໍ່ຂໍ້ກ່າວຫານີ້ມາໂດຍຕະຫລອດ. ທີມຜູ້ຊ່ຽວຊານສະຫະປະຊາຊາດລະບຸວ່າ ລັດຖະບານເກົາຫລີເຫນືອໄດ້ມີການສົ່ງມອບອາວຸດທາງການທະຫານໄປຂາຍໃຫ້ປະເທດຕ່າງໆທົ່ວໂລກ ບໍ່ວ່າຈະເປັນປະເທດໃນຕາເວັນອອກ, ອາຟລິກາ ແລະອາເມລິກາລາຕິນ ເພື່ອແລກກັບເງີນ. ຂະນະດຽວກັນນີ້ທາງດ້ານລັດຖະບານຊີຣີ ແລະເກົາຫລີເຫນືອແມ່ນມີຄວາມສຳພັນທາງການທະຫານຮ່ວມກັນມາດົນແລ້ວ.

ອີກດ້ານຂອງວໍຊິງຕັນໂພສ ເຜີຍວ່າເກົາຫລີເຫນືອໄດ້ລັກລອບສົ່ງອຸປະກອນສຳລັບຜະລິດອາວຸດເຄມີໃຫ້ແກ່ຊີຣີເຖິງ 5 ຄັ້ງ, ຜ່ານທາງເຮືອຂົນສົ່ງສິນຄ້າຂອງບໍລິສັດຈີນແຫ່ງຫນື່ງຕັ້ງແຕ່ປາຍປີ 2016 ຈົນເຖີງຕົ້ນປີ 2017 ຫລັງຈາກທີ່ຜ່ານມາ ເກົາຫລີເຫນືອໄດ້ລັກລອບຂາຍອາວຸດທາງການທະຫານໃຫ້ແກ່ຊີຣີຜ່ານການຂົນສົ່ງເຮືອສິນຄ້າ ໂດຍຊີຣີໄດ້ຈ່າຍເງີນໃຫ້ແກ່ເກົາຫລີເຫນືອຜ່ານບໍລິສັດນາຍຫນ້າທີ່ເປັນຄົວແທນ.

 

 

 

ແຫລ່ງຂ່າວຕ່າງປະເທດ TRN

1 COMMENT

Comments are closed.