ເປີດໂຕ OnePlus One ສະມາດໂຟນສະເປັກແຮງໆ ແຕ່ລາຄາຖືກສຸດໆ

0
1555

ຫຼັງຈາກທີ່ແອບປ່ອຍຂ່າວລືກັນມາດົນ ແຕ່ວ່າຫຼ້າສຸດນີ້ OnePlus One ສະມາດໂຟນໂຕທຳອິດຂອງ OnePlus ກໍໄດ້ເຮັດການເປີດໂຕຢ່າງເປັນທາງການແລ້ວ ໂດຍຈະເປັນສະມາດໂຟນສຳລັບກຸ່ມຜູ້ທີ່ຮັກ Nexus ນັ້ນເອງ ໂດຍມີລູກຫຼິ້ນ,ສະເປັກອັດແໜ້ນກັນໄປພ້ອມກັບເຕັກໂນໂລຢີ ແຕ່ວ່າລາຄານັ້ນຖືກຫຼາຍ ແລະຍັງມາພ້ອມກັບລະບົບປະຕິບັດການ Android ທີ່ປັບແຕ່ງໂດຍ CyanogenMod ອີກນຳ

o CPU: Snapdragon 801
o RAM: 3GB
o Storage: 16 ($299) / 64GB ($349)
o Screen: 5.5 ນິ້ວ 1080p ແບບ Gorilla Glass 3
o Camera: 13MP Sony Exmor sensor
o Front Camera: 5MP
o Battery: 3100mAh  (ປ່ຽນບໍ່ໄດ້)

ສຳລັບລາຄານັ້ນລຸ້ນ 16GB ຈະຢູ່ທີ່ $299 (ປະມານ 2.250.000 ກີບ) ໃນຂະນະທີ່ລຸ້ນ 32GB ຢູ່ທີ່ $349 (2.750.000) ຖືໄດ້ວ່າຖືກກວ່າລຸ້ນ Nexus 5 ອີກ ແຕ່ວ່າບໍ່ມີຮູ MicroSD ໃຫ້ສຽບເພື່ອເພີ່ມຄວາມບັນຈຸໃນໂຕ

ຕ້ອງຍອມຮັບວ່າໜ້າຕາການອອກແບບນີ້ຈະຄ້າຍໆກັບ OPPO ບໍ່ໜ້ອຍເລີຍ ປຸ່ມສຳຜັດດ້ານໜ້າຈໍເປັນແບບ Capacitive ເທົ່ານັ້ນ ສ່ວນແບັດເຕີຣີເຖິງວ່າຈະເຫັນໃນພາບ ແຕ່ກໍບໍ່ສາມາດແກະອອກມາໄດ້ ເນື່ອງຈາກວ່າມີການລ໋ອກຢ່າງແໜ້ນໜາ ສ່ວນຝາຫຼັງສາມາດປ່ຽນໄດ້ຕາມໃຈມັກຕາມແຕ່ຈະຫາມາໄດ້ ຢ່າງໃດກໍຕາມແບັດເຕີຣີ 3,100 mAh ນີ້ກໍຖືໄດ້ວ່າຫຼາຍພໍສົມຄວນລະ

ທີ່ມາ: Android Police