ເປີດສູນຈຳໜ່າຍລົດ “ພາຫະນະ” ໃນ ສປປ ລາວ

ເມື່ອວັນທີ 31 ພຶດສະພາຜ່ານມາ ທີ່ບ້ານໂພນທັນ ນະຄອນຫຼວງວຽງຈັນໄດ້ຈັດພິທີເປີດໂຕສູນຈຳໜ່າຍລົດຍີ່ຫໍ້ຫຼູຫຼາໃນຊື່ “ພາຫະນະ” ແຫ່ງທຳອິດໃນ ສປປ ລາວ  ໂດຍໃຫ້ກຽດເຂົ້າຮ່ວມຂອງລັດຖະມົນຕີ ແລະ ຮອງລັດຖະມົນຕີ  ທ່ານ ນາງ ກົງຕາວັນ ແກ້ວດວງສິນ ປະທານບໍລິສັດພາຫະນະ (ຝ່າຍລາວ) ທ່ານ ອະທິຊາດ ຊຸມນານົນ ປະທານບໍລິສັດພາຫະນະ (ຝ່າຍໄທ)  ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ບໍລິສັດພາຫະນະ ຖືເປັນບໍລິສັດແຫ່ງດຽວທີ່ຈະນຳເຂົ້າລົດຍີ່ຫໍ້ຫຼູຫຼາຈາກຕ່າງປະເທດມາຈຳໜ່າຍຢູ່ໃນ ສປປ ລາວ ພ້ອມນີ້ ກໍມີບໍລິການດ້ານການສ້ອມແປງສຳລັບລົດທຸກຍີ່ຫໍ້ດ້ວຍເຄື່ອງມືທັນສະໄໝ ລວມທັງມີອາໄຫຼ່ທີ່ໄດ້ມາດຕະຖານສາກົນ ແລະ ນາຍຊ່າງທີ່ ຊຳນານງານມາຄອຍໃຫ້ຄຳປຶກສາ ແລະ ໃຫ້ບໍລິການບັນດາທ່ານ.

ພ້ອມນີ້ ບໍລິສັດພາຫະນະກໍມີຄວາມເຊື່ອໝັ້ນວ່າ ຈາກປະສົບການທີ່ໃຫ້ບໍລິການ ແລະ ມາດຕະຖານການເບິ່ງແຍງລູກຄ້າດ້ວຍຄວາມເອົາໃຈໃສ່ທຸກລາຍລະອຽດຈະສາມາດ ເຮັດໃຫ້ບໍລິສັດສ້າງຄວາມເຊື່ອໝັ້ນ ແລະ ຄວາມເພິ່ງພໍໃຈໃຫ້ແກ່ບັນດາລູກຄ້າໄດ້ເປັນຢ່າງດີ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ