ເປີດນໍາໃຊ້ໂຄງການບໍາບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫຼາຍ

0
576

ພິທີເປີດນໍາໃຊ້ໂຄງການບໍາບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີ ຍ່ອຍສະຫຼາຍ ໂດຍນໍາໃຊ້ວັດຖຸມີເດຍ KIDS ຢູ່ສູນອາຫານ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 29 ມີນາ 2023 ມີທ່ານ ສົມປອງ ສິດທິວົງ ຫົວໜ້າກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ Toshio NAGASE ຜູ້ຕາງໜ້າອົງການໄຈກາ ປະຈໍາລາວ ພ້ອມດ້ວຍຄະນະບໍດີ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ Toshio NAGASE ກ່າວວ່າ: ໂຄງການປັບປຸງສິ່ງແວດລ້ອມໃນຕົວເມືອງ ນະຄອນຫຼວງວຽງຈັນ ໄດ້ຮັບການສະໜັບສະໜູນໂດຍອົງການຮ່ວມມືສາກົນຂອງຍີ່ປຸ່ນ (JACA) ໄດ້ຈັດຕັ້ງປະຕິບັດແຕ່ປີ 2014-2017 ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ແລະ ສ້າງກອບໜ້າວຽກໃນການຄຸ້ມຄອງນໍ້າເສຍໃຫ້ກັບສະຖາບັນ ພ້ອມນັ້ນ JACA ຍັງໄດ້ໃຫ້ທຶນສະໜັບສະໜູນການສໍາຫຼວດຢັ້ງຢືນວຽກງານການພັດທະນາເພື່ອຄວາມຍືນຍົງຮ່ວມກັບພາກເອກະຊົນສໍາລັບລະບົບບໍາບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫຼາຍ ໂດຍນໍາໃຊ້ວັດຖຸມີເດຍ KIDS ເຊິ່ງຢູ່ ນວ ໂຄງການໄດ້ຖືກຈັດຕັ້ງປະຕິບັດໂດຍ ບໍລິສັດເອກະຊົນຂອງຍີ່ປຸ່ນຮ່ວມມືກັບກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ.

​ຜະລິດຕະພັນ KIDS ແມ່ນການນໍາໃຊ້ລະບົບປະສົມປະສານໃນການຍ່ອຍສະຫຼາຍດ້ວຍຈຸລິນຊີ ເຊິ່ງລະບົບດັ່ງກ່າວສ້າງຈາກພລາສຕິກເຫຼືອໃຊ້ ເພື່ອບໍາບັດນໍ້າເປື້ອນ ລະບົບບໍາບັດນໍ້າເປື້ອນແບບ KIDS ຈະປັບປຸງຄຸນນະພາບນໍ້າເປື້ອນທີ່ຕໍ່າກວ່າມາດຕະຖານຄຸນນະພາບຂອງນໍ້າ ຫຼຸດຜ່ອນປະລິມານຂີ້ຕົມ ຫຼຸດຜ່ອນຄ່າໃຊ້ຈ່າຍການດໍາເນີນງານ ແລະ ບໍາລຸງຮັກສາ ພ້ອມທັງເຮັດໃຫ້ການດໍາເນີນງານ ແລະ ການບໍາລຸງຮັກສາງ່າຍຂຶ້ນ ນອກນີ້ລະບົບດັ່ງກ່າວ ຍັງສາມາດນໍາໃຊ້ໄດ້ກັບນໍ້າເປື້ອນຈາກໂຮງງານຕ່າງໆ ລວມທັງເຂດເສດຖະກິດພິເສດ ໂຮງແຮມ ຮ້ານອາຫານ ແລະ ອຸດສາຫະກໍາຕ່າງໆ.

ສໍາລັບລະບົບບໍາບັດນໍ້າເປື້ອນ KIDS ໄດ້ກໍ່ສ້າງຢູ່ເຂດສູນອາຫານ ມຊ ແຕ່ເດືອນຕຸລາ 2022 ຫາເດືອນ ມີນາ 2023 ມີຄວາມອາດສາມາດບໍາບັດນໍ້າເປື້ອນ 30 ແມັດກ້ອນຕໍ່ວັນ.

ໂອກາດນີ້ ທ່ານ ສົມປອງ ສິດທິວົງ ຕາງໜ້າກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນປະເທດຍີ່ປຸ່ນກໍ່ຄືອົງການ JICA ແລະ ບໍລິສັດ Accrete Co.,Ltd ທີ່ໄດ້ໃຫ້ການຊ່ວຍເຫຼືອການພັດທະນາລະບົບບໍາບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ຍສະຫຼາຍໂດຍນໍ້າໃຊ້ວັດສະດຸມີເດຍ KIDS ເຊິ່ງເປັນໂຄງການຕົວແບບໃນ ສປປ ລາວ.

ທີ່ມາ viantiane mai