ເປີດຊຸດຮຽນກໍ່ສ້າງນາຍສິບສຶບຂ່າວຍຸດທະວິທີ ຊຸດທີ XIII

0
790

ໃນວັນທີ 16 ກັນຍາ 2022 ຜ່ານມາ, ໂຮງຮຽນ 301 ໄດ້ເປີດຊຸດຮຽນກໍ່ສ້າງນາຍສິບສຶບຂ່າວຍຸດທະວິທີຊຸດທີ XIII ແລະ ບໍາລຸງ 6 ເດືອນຊຸດທີ I ສົກຮຽນ 2022-2023 ຂື້ນ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປ.ອ ທອງວັນ ຈັນທະວົງ ຫົວໜ້າກົມ 213, ມີ ຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ພ້ອມແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນພິທີ ສະຫາຍ ພັນໂທ ເເສງວິໄລ ອານຸໄຊ ຫົວໜ້າພະແນກອົບຮົມໂຮງຮຽນ 301 ໄດ້ໃຫ້ຮູ້ວ່າ: ໃນສົກຮຽນ 2022-2023 ນີ້ ມີນັກຮຽນກໍ່ສ້າງນາຍສິບເຫຼົ່າລົບສຶບຂ່າວຍຸດທະວິທີ ຈໍານວນ 210 ສະຫາຍ ແລະ ພະນັກງານ – ທະຫານ ບໍາລຸງການທະຫານພື້ນຖານ ລະບົບ 06 ເດືອນ ຈໍານວນ 30 ສະຫາຍ, ລວມທັງໝົດ 240 ສະຫາຍ.

ທັ້ງນີ້ກໍເພື່ອແນໃສ່ການປັບປຸງກໍ່ສ້າງກໍາລັງປະກອບອາວຸດໃຫ້ນັບມືມີຄວາມເຂັ້ມແຂງ ເວົ້າລວມ, ເວົ້າສະເພາະ ແມ່ນການກໍ່ສ້າງກໍາລັງສຶບຂ່າວໃຫ້ມີສະຕິ ແລະ ມີຄວາມຮູ້, ຄວາມສາມາດໄປຕາມຍຸກທັນສະໄໝຂື້ນເທືອລະກ້າວ ແລະ ເພື່ອສ້າງໃຫ້ເປັນນາຍທະຫານຮຸ່ນສຶບທອດໃນອານາຄົດ ເພື່ອປະກອບໃຫ້ກໍາລັງຫຼວງ, ກໍາລັງທ້ອງຖີ່ນໃນຂອບເຂດທົ່ວປະເທດ.

ສຳລັບການອົບຮົມໃນຄັ້ງນີ້ແນ່ໃສ່ໃຫ້ພະນັກງານໄດ້ຮຽນຮູ້ ແລະ ເຂົ້າໃຈກ້ຽວກັບ ວິຊາສະເພາະ ການທະຫານ, ການເມືອງ ແລະ ວິຊາສະເພາະສືບຂ່າວຍຸດທະວິທີ, ວິຊາທີ່ນໍາມາອົບຮົມໄດ້ແບ່ງອອກເປັນ 4 ພາກຄື :ພາກການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ພາກວິຊາສະເພາະ.

ແຫຼ່ງຂ່າວ-ຮູບພາບ:Lao people’s Army News