ເປັນຫຍັງສົງການປີນີ້ບໍ່ຄວນສາດນໍ້າໃສ່ກັນ (ສາດນໍ້າເທົ່າກັບສາດເຊື້ອໄວຣັດ)

ປີໃໝ່ລາວ ເທສະການແຫ່ງການຫຼິ້ນນໍ້າເພື່ອດັບຄວາມຮ້ອນທີ່ທຸກຄົນລໍຄອຍ ມາຮອດແລ້ວ ແຕ່ຍ້ອນວ່າປີນີ້ມີການລະບາດຂອງເຊື້ອໄວຣັດໂຄວິດ-19 ຫຼາຍຄົນອາດຮູ້ສຶກລັງເລໃຈໃນການຫຼິ້ນນໍ້າ ເນື່ອງຈາກກັງວົນຢ້ານເຊື້ອໄວຣັດປົນເປື້ອນໃນນໍ້າທີ່ສາດມາໃສ່ຕົນເອງ ຈຶ່ງເຮັດໃຫ້ມີການຄາດເດົາວ່າ ບຸນສົງການປີນີ້ຄົງບໍ່ຄຶກຄື້ນຄືກັບປີທີ່ຜ່ານມາ.

ງານວິໄຈທີ່ຖືກຕີພິມໃນວາລະສານແພດ ນິວອິງແລນ (New England Journal of Medicine) ພົບວ່າ ໄວຣັດໃນລະອອງຝອຍສາມາດມີຊີວິດຢູ່ເຖິງ 3 ຊົ່ວໂມງ ຫຼັງຈາກມີຄົນຕິດເຊື້ອໄອອອກມາ ແລະ ເຊື້ອໄວຣັດໂຄວິດ-19 ສາມາດມີຊີວິດອາໄສຢູ່ໃນນໍ້າໄດ້ເຖິງ 4 ວັນ.

ໄທເປັນປະເທດໜຶ່ງທີ່ມີການຫຼິ້ນບຸນປີໃໝ່ຄືກັນກັບປະເທດລາວ ຮ່ວມກັບຫຼາຍປະເທດໃນອາຊຽນ  ປັດຈຸບັນ ຫຼາຍຈັງຫວັດຂອງໄທກໍ່ມີການປະກາດໃຫ້ປະຊາຊົນງົດຫຼິ້ນນໍ້າໃນເທດສະການສົງການ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ທີ່ຈະມາພ້ອມກັບນໍ້າທີ່ສາດໃສ່ກັນ.

 

ຮຽບຮຽງບົດ: ພຸດສະດີ