“ເບບີ້-ຊາຄິດ” ຮ່ວມງານກັນໃນຮູບເງົາເລື່ອງຄວາມຮັກ “ຄິດຮອດທຸກປີ Memories of New Years”

ຂ່າວບັນເທີງດາລາ ມື້ນີ້ເຮົາຈະມາອັບເດດວົງການຮູບເງົາກັນແນ່ຈັກໜ່ອຍ ເມື່ອວັນອາທິດທີ 8 ຕຸລາ 2017 ທີ່ມານີ້ໄດ້ມີພິທີເປີດກອງຖ່າຍທຳຮູບເງົາເລື່ອງ ຄວາມຮັກ “ຄິດຮອດທຸກປີ Memories of New Years” ເຊິ່ງເປັນຮູບຄວາມຮັກຂອງບັນດາປະເທດໃນເອອີຊີ. ແລະ ເປັນການຮວມດາຣາດັງຈາກ 4 ປະເທດຢ່າງ

ດາລານັກສະແດງຈາກສປປ ລາວ “ບາບີ້ ປີຍະມາດ ພູນປະເສີດ”, ນັກສະແດງຈາກໄທຢ່າງ ຊາຄິດ ແຍ້ມນາມ, ແພຣ ນັດທິດາດຳຣົງວີເສດພານິດ, ກັດຈັງ ຈີ່ຣ່າພິທັກພອນຕຣະກູນ ນອກນັ້ນຍັງມີນັກສະແດງແຖວຫນ້າຈາກ ກຳປູເຈຍຢ່າງ “ໄວຮັງ” ແລະ ພະເອກຈາກຫວຽດນາມ “ຊັນ ໂກ່ງເຊືອງ” ແລະ ນັກສະແດງສົມທົບອີກຫຼາຍຄົນ.

 

ໃນຄວາມຮັກ “ຄິດຮອດທຸກປີ Memories of New Years” ສາວເບບີ້ຂອງເຮົາກໍ່ໄດ້ຮັບບົດນາງເອກປະກົບຄູຸ່ກັບບ່າວ ຊາຄິດ ແຍ້ມນາມ ເຊິ່ງຂໍບອກວ່າເລື່ອງນີ້ນອກຈາກ ຊາຄິດຈະສະແດງເປັນພະເອກແລ້ວຍັງເຮັດໜ້າທີ່ເປັນຜູ້ສ້າງຮູບເງົາຄັ້ງທຳອິດຂອງລາວອີກດ້ວຍ ຮ່ວມດ້ວຍ ສັກຊາຍ ດີນານຟີມ, 9 ບະລລຽນ ພລັສ

ສ່ວນແຜນການຖ່າຍທຳຈະເລີ່ມມື້ໃດ ແລະ ສະຖານທີ່ຢູ່ໃສນັ້ນເຮົາຈະມາອັບເດດໃຫ້ຮູ້ໃນຄັ້ງຕໍ່ໄປ