ເທັກນິກ​ການ​ແຕ່ງ​ໜ້າ​ຂອງ​ສາວ​ຜິວ​ດຳກ້ຽງ

3

ໃຜບອກວ່າ​ສາວ​ຜິວ​ຂາວ​ເທົ່າ​ນັ້ນ​ເຖິງ​ຈະ​ງາມ​ໄດ້ ສາວ​ຜິວດຳກ້ຽງ​ກໍ​ງາມ​ໄດ້​ຄືກັນ​ ຜິວ​ສີ​ນ້ຳ​ຜຶ້ງ​ກໍ​ເປັນ​ສີ​ຜິວ​ທີ່​ບໍ່​ເຂັ້ມ​ຈົນ​ດຳ​ກ່ຳ ແຕ່​ອອກ​ນ້ຳ​ຕານ​ ຖ້າ​ເປັນ​ຄົນ​ຜິວ​ນຽນ​ ຈະ​ນຽນ​ງາມ​​ເລີຍແຫລະ​ ສາວ​ໃດ​ມີ​ຜິວສີ​ດຳກ້ຽງ​ແບບ​ນີ້​ໃຫ້​ໝັ່ນໃຈ​ໃນ​ຕົວ​ເອງ​ເຂົ້າ​ໄວ້ ເຮົາ​ສາມາດ​ແຕ່ງ​ງາມ​ໄດ້​ບໍ່​ພ່າຍແພ້​ສາວ​ຂາວ​ (ແຖມ​ຍັງ​ງາມ​ຄົມ​ກວ່າ​ຫລາຍ​ເທົ່າ​ອິກ)
1. ຮູ້​ສີ​ຜິວ​ຂອງ​ຕົວ​ເອງ ເພາະ​ມັນ​ຈະ​ເປັນ​ກຸນ​ແຈ​ສຳຄັນ​ໃຫ້​ເຈົ້າ​ສາມາດ​ເລືອກ​ໃຊ້​ລະ​ດັບ​ສີ​ຂອງ​ຮອງ​ພື້ນ , ຄອນ​ຊີນ​ເລີລ໌ ​ໄດ້​ເໝາະກັບຜິວ

2. ປົກ​ປິດ​ຈຸດ​ບົກຜ່ອງ ຈຸດ​ບົກຜ່ອງ​ເທິງ​ຜິວ​ໜ້າ​ທັງ​ຫລາຍ ບໍ່​ວ່າ​ຈະ​ເປັນ​ສິວ ຮອຍ​ແປ້ວ​ຈາກ​ສິວ ເມັນ ຟ້າ ຈຸດ​ດ່າງ​ດຳ​ອື່ນໆ ຕ້ອງ​ຈັດການ​​ໃຫ້​ຫາຍຫລື​ຈາງ​ລົງ​ໄປ​ດ້ວຍ​ຄອນ​ຊີນ​ເລີ​ເສຍ​ກ່ອນ ລົງ​ຮອງ​ພື້ນ ຖ້າບຶດໜື່ງແລ້ວ​ປັດ​ແປ້ງ​ລົງ​ໄປ​ເບົາໆ

3. ອາຍ​ແຊ​ໂດສີ​ນ້ຳ​ຕານ,ແດງ, ບົວ ທັງ 3 ສີ​ນີ້ ເປັນ​ອາຍ​ແຊ​ໂດວ໌​ທີ່​ເບິ່ງ​ດີ​ຫລາຍ​ທີ່ສຸດ ເມື່ອ​ຢູ່​ເທິງ​ດວງ​ຕາ​ຂອງ​ສາວ​ຜິວ​ດຳກ້ຽງຄົນ​ອື່ນ​ແຕ່ງ​ແນວໃດກໍ​ບໍ່ງາມເລີ້ດເທົ່າສາວຜິວດຳກ້ຽງ

      4. ອາຍ​ໄລນ໌​ເນີ​ສີ​ເຂັ້ມ ອາຍ​ໄລນ໌​ເນີລ໌​ດີ​ດຳ ສີ​ນ້ຳ​ຕານ ຫລື ​ວ່າ​ມີຟ້າ​ເຂ້ມ ເບິ່ງ​ເຂົ້າ​ກັນ​ດີ​ຫລາຍ​ກັບ​ຜິວ​ດຳກ້ຽງ ມັນ​ຈະ​ເຮັດໃຫ້ຄວາມ​ງາມ​ຂອງ​ທ່ານ​ໃຫ້​ໂດດ​ເດັ່ນ​ອອກ​ມາ​ຊັດເຈນ

      5. ສີປັດແກ້ມເພີ່ມ​ສີສັນ​ໃຫ້​ພວງ​ແກ້ມ ດ້ວຍ​ສີປັດແກ້ມ ເພື່ອໃຫ້​ພວງ​ແກ້ມ​ຂອງ​ເຮົາເປັ່ງ​ປັ່ງ​ ສົດໃສຂຶ້ນ​

      6. ປັດ​ແປ້ງ​ສາວ​ຜິວ​ດຳກ້ຽງ​ຕ້ອງ​ລະ​ວັງ​ ການ​ໃຊ້​ແປ້ງ​ໃຫ້​ຫລາຍ​​ໜ່ອຍໜື່ງ ໂດຍ​ສະເພາະ​ແປ້ງ​ທີ່​​ບອກວ່າ​ເປັນ​ແປ້ງແບບ​ໂປ່ງ​ແສງ ແຕ່​ເມື່ອ​ປັດ​ລົງ​ຜິວ​ກໍ​ມັກ​ເຮັດໃຫ້​ຜິວ​ເບິ່ງ​ຂາວ​ແບບ​ແປ້ງໆ ຖ້າຫາກ​ປັດ​ທັບ​ທົ່ວ​ທັງ​ໃບ​ໜ້າ​ກໍ​ຈະ​ເຮັດໃຫ້​ເບິ່ງ​ໜ້າ​ຟູ​ເກີນ​ໄປ ຈຶ່ງ​ຂໍ​ແນະ​ນຳ​ໃຫ້​ສາວ​ຜິວດຳກ້ຽງປັດ​ແປ້ງ​ທັບ​ບ່ອນທີ່​ໜ້າ​ມັນ​ງ່າຍ​ກໍ​ພຽງ​ພໍ​ແລ້ວ​