ເຖິງເວລາແລ້ວ! ການນໍາໃຊ້ແຮງງານເດັກຄວນຢຸດຕິລົງ

0
1641

ອົງການສະຫະປະຊາຊາດ ໄດ້ປະກາດເອົາ ປີ 2021 ເປັນປີສາກົນແຫ່ງການລຶບລ້າງ ການນຳໃຊ້ແຮງງານເດັກ. ທ່ານ ຊິໂຮໂກະ ອະຊາດ້າ-ມິຢາກາວ້າ, ຜູ້ຊ່ວຍຜູ້ອຳນວຍການ ແລະ ຫົວໜ້າອົງການແຮງງານສາກົນ ປະຈຳພາກພື້ນອາຊີ ແລະ ປາຊີຟິກ ໄດ້ກ່າວໄວ້ວ່າ: ຍ້ອນ​ຫຍັງເວລານີ້ ຕ້ອງ​ເປັນ​ເວ​ລາ ແຫ່ງການປ່ຽນແປງ.

ເດັກນ້ອຍ 62 ລ້ານຄົນ ຢູ່ໃນຂົງເຂດພາກ​ພື້ນອາຊີ ປາຊີຟິກ ແມ່ນເປັນແຮງງານເດັກ. ປະໂຫຍກນີ້ ເປັນປະໂຫຍກທີ່ຂຽນງ່າຍ ແຕ່ຍາກທີ່ຈະເຂົ້າໃຈ. ທ່ານກຳລັງເວົ້າເຖິງ ເດັກນ້ອຍ 62 ລ້ານຄົນ. ຂໍໃຫ້ທ່ານໃຊ້ເວລາຄິດໜ້ອຍໜຶ່ງເບິ່ງວ່າ ຕົວເລກນີ້ມັນຫຼາຍຊໍ່າໃດ – ເວົ້າໂດຍຫຍໍ້ ຕົວເລກນີ້ແມ່ນຈຳນວນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 14 ປີ ຂອງສາມປະເທດ ຟິລິປິ້ນ, ສສ ຫວຽດນາມ ແລະ ປະເທດຍີ່ປຸ່ນ ໂຮມເຂົ້າກັນ. ໃນນັ້ນ, ເດັກນ້ອຍ 28 ລ້ານຄົນ ແມ່ນເຮັດວຽກທີ່ມີຄວາມສ່ຽງອັນຕະລາຍ, ເຮັດວຽກສ່ຽງໄພຕໍ່ຊີວິດ ແລະ ສຸຂະພາບ ທຸກໆວັນ, ເຂົາເຈົ້າເຮັດວຽກຢູ່ໃນອຸດສາຫະກຳບໍ່ແຮ່, ວຽກກະສິກຳ ແລະ ຮັບເໝົາກໍ່ສ້າງ.

ຢູ່ເບື້ອງຫຼັງໂຕເລກທີ່ກ່າວມານີ້ ເຂົາເຈົ້າກໍ່ເປັນພຽງແຕ່ເດັກນ້ອຍທຳມະດາ, ຜູ້ທີ່ມີຄວາມຫວັງ, ຄວາມໄຝ່ຝັນຢາກ​ມີ​ອະນາຄົດ.

ທ້າວ ມິ້ນມິ້ນ ເປັນ​ເດັກ ຜູ້ທີ່ໄປເລາະເກັບຫີນຫຍົກ ຢູ່ບໍ່ນໍ້າຂີ້ຕົມ ແຕ່ລາວມີຄວາມຝັນທີ່ຈະຊື້ເຮືອນເປັນຂອງຕົນເອງ; ຊ່າຮິດ ເປັນ​ເດັກ ຜູ້ເລາະເກັບກະຕຸກຢາງ ຈາກກອງຂີ້ເຫື້ຍອ ແຕ່ມີຄວາມປາຖະໜາຢາກ​ມີການສຶກສາ; ແລະ ບີຕີ້ ເປັນ​ເດັກ​ນ້ອຍ ຜູ້ທີ່ນັ່ງຫຍິບເຄື່ອງ ເພື່ອຫາລາຍໄດ້ ແຕ່ມີຄວາມຝັນຢາກເປັນທ່ານໝໍ.

ເມື່ອໃດກໍ່ຕາມທີ່ມີການນຳໃຊ້ແຮງງານເດັກ ມັນຈະສົ່ງຜົນກະທົບອັນໃຫ່ຍຫຼວງໃຫ້ແກ່ກ່ານສຶກສາຮໍ່າຮຽນຂອງ​ເດັກ, ຕໍ່​ກັບ​ການ​ສ້າງທັກສະຕ່າງໆຂອງ​ເດັກ ລວມໄປເຖິງຄວາມສາມາດຂອງ​ເດັກໃນ​ອະ​ນາ​ຄົດ ທີ່ຈະຂ້າມຜ່ານວົງຈອນຄວາມທຸກຍາກ, ຮຽນໜັງສືບໍ່ຈົບ ແລະ ບໍ່ມີວຽກເຮັດງານທຳທີ່ດີ.

ການທີ່ຍັງສືບ​ຕໍ່​ນຳໃຊ້ແຮງງານເດັກ ໃນໂລກປະຈຸບັນນີ້ ເປັນສິ່ງທີ່ຍອມຮັບບໍ່ໄດ້. ດັ່ງທີ່ທ່ານ ກາຍ ໄຣເດີ, ຜູ້ອຳນວຍການໃຫຍ່​ ຂອງອົງການແຮງງານສາກົນ ໄດ້ກ່າວໄວ້ໃນບໍ່ດົນມານີ້ວ່າ: “ ບໍ່ມີບ່ອນຫວ່າງ ໃຫ້ແກ່ການນຳໃຊ້ແຮງງານເດັກ ໃນ​ສັງ​ຄົມ. ການໃຊ້ແຮງງານເດັກ ແມ່ນການລັກຂະໂມຍເອົາອານາຄົດຂອງເຂົາເຈົ້າ ແລະ ເຮັດໃຫ້ຄອບຄົວຂອງເຂົາເຈົ້າຈົມຢູ່ໃນຄວາມທຸກຍາກ ”.

ຂ່າວດີແມ່ນ ພາຍໃນໄລຍະເວລາ 20 ປີ ທີ່ຜ່ານມາ, ໃນທົ່ວໂລກເດັກນ້ອຍເກືອບ 100 ລ້ານຄົນ ແມ່ນໄດ້ຖືກຊ່ວຍອອກຈາກການເປັນແຮງງານເດັກ, ເຮັດໃຫ້ຕົວເລກປະຈຸບັນໃນທົ່ວໂລກ ຫຼຸດລົງມາຢູ່ທີ່ 152 ລ້ານຄົນ.

ເຖິງແມ່ນວ່າຕົວເລກຈະຫຼຸດລົງກໍ່​ຕາມ, ແນວໂນ້ມທີ່ຈະເຮັດໃຫ້ສະພາບການກັບໄປເປັນແບບເກົ່າໄດ້ຄ່ອຍໆປະກົດຕົວຂຶ້ນຢ່າງຊັດເຈນ ແລະ ດ້ວຍສະພາບການລະບາດ ຂອງພະຍາດ ໂຄວິດ-19 ນີ້, ເຮັດໃຫ້ໂຮງຮຽນຕ່າງໆໄດ້ປິດການຮຽນການສອນ, ຄວາມທ້າທາຍຂອງການຮຽນທາງໄກ ແລະ ສະພາບຄວາມຫຍຸ້ງຍາກທາງເສດຖະກິດ, ເດັກນ້ອຍຫຼາຍຄົນອາດຈະຖືກກະຕຸ້ນ ແລະ ມີຄວາມຈຳເປັນຕ້ອງໄດ້ອອກຈາກ​ໂຮງ​ຮຽນ ແລະ ໄປເຮັດວຽກ ເພື່ອຊ່ວຍຫາລາຍໄດ້ມາຈຸນເຈືອຄອບຄົວ.

ອົງການສະຫະປະຊາຊາດ ໄດ້ປະກາດເອົາ ປີ 2021 ເປັນປີສາກົນແຫ່ງ ເພື່ອລຶບລ້າງການນຳໃຊ້ແຮງງານເດັກ. ເຊິ່ງຈະໄດ້ປະກາດຕົວເລກໃໝ່ ຂອງແຮງງານເດັກໃນທົ່ວໂລກ ໃນວັນທີ 10 ມິຖຸນາ ໃນ​ໂອ​ກາດວັນສາກົນຕ້ານການໃຊ້ແຮງງງານເດັກ. ພວກຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ເຫັນແນວໂນ້ມການຫຼຸດລົງຢ່າງຕໍ່ເນື່ອງ, ໃນສະພາບການລະບາດຂອງພະຍາດໂຄວິດ-19 ຈະຍັງສືບຕໍ່.

ຈຸດປະສົງຫຼັກຂອງປີນີ້ແມ່ນ ເພື່ອສົ່ງເສີມນະໂຍບາຍຮັບມື ແລະ ລິເລີ່ມດຳເນີນການໃຫ້ບັນລຸເປົ້າໝາຍ 8.7 ການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ. ນັ້ນກໍ່ຄື “ການຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ຮີບ​ດ່ວນ ແລະ ມີ​ປະ​ສິດ​ທິ​ຜົນຈິງຈັງ ເພື່ອລຶບ​ລ້າງການນຳ​ໃຊ້ແຮງງານແບບ​ບັງ​ຄັບ, ສິ້ນສຸດການນຳ​ໃຊ້​ແຮງ​ງານແບບຂ້າທາດສະໃໝໃໝ່ ແລະ ການຄ້າມະນຸດ, ການ​ສະ​ກັດ​ກັ້ນ ແລະ ການ​ລຶບ​ລ້າງທຸກຮູບແບບໂຫດຮ້າຍ ຂອງການນຳໃຊ້ແຮງງານເດັກ, ລວມໄປເຖິງການ​ຈັດ​ຫາ ແລະ ນຳໃຊ້ເດັກນ້ອຍເຂົ້າໃນກອງກຳລັງປະ​ກອບ​ອາ​ວຸດ ພາຍໃນປີ 2025 ແລະ ການ​ສິ້ນສຸດການນຳໃຊ້ແຮງງານເດັກໃນທຸກຮູບແບບ.

ໃນການເປີດຕົວ ຂອງປີສາກົນທົ່ວໂລກ ໃນເດືອນ ມັງກອນ 2021 ທີ່​ຜ່ານ​ມາ, ບັນດາເຄືອ​ຂ່າຍອົງການສະຫະປະຊາຊາດ, ລັດຖະບານຈາກບັນດາປະເທດຕ່າງໆໃນທົ່ວທະວີບ, ຫົວໜ່ວຍທຸລະກິດ ແລະ ອົງ​ກອນສັງຄົມພົນລະເຮືອນ ໄດ້ໃຫ້ຄຳໝັ້ນສັນຍາ ຈະເພີ່ມຄວາມພະຍາຍາມໃນພາຍໃນປີ 2021 ນີ້ ແລະ ສົ່ງສັນຍານທີ່ຈະແຈ້ງວ່າ ການລຶບ​ລ້າງ​ການ​ນຳໃຊ້ແຮງງານເດັກ ແມ່ນສາມາດເປັນໄປໄດ້.

ພາຍໃຕ້ຄຳຂັວນທີ່ວ່າ “ ລົງມື ນຳ​ໃຊ້​ມາດ​ຕ​ະ​ການ​ເພື່ອຢຸດຕິການນຳໃຊ້ແຮງງານເດັກ“ ບັນດາລັດຖະບານ ແລະ ຄູ່ຮ່ວມງານຕ່າງໆ ພ້ອມໃຈກັນຕັ້ງໜ້າມຸ້ງໝັ້ນປະຕິບັດຄຳໝັ້ນສັນຍາ ເພື່ອເປັນແນວທາງໃຫ້ກ້າວໄປສູ່ປີ 2025.

ຈາກປະສົບການໃນປີຜ່ານມາ ພວກເຮົາຮູ້ແລ້ວວ່າ ເພື່ອຈະໃຫ້ປະສົບຜົນສຳເລັດ, ສາເຫດຕົ້ນຕໍຂອງການນຳໃຊ້ແຮງງານເດັກຕ້ອງໄດ້ຖືກແກ້ໄຂ, ຕ້ອງ​ມີ​ຄວາມ​ມຸ້ງ​ໝັ້ນ​ໃນ​ການຕັດສິນໃຈ ແລະ ມີ​ງົບ​ປະ​ມານໃນ​ການ​ປະ​ຕິ​ບັດ. ຈຳເປັນຕ້ອງມີການດຳເນີນການທີ່ສອດຄ່ອງກັນຫຼາຍຂຶ້ນ, ຮັບປະກັນຄວາມພ້ອມໃນ​ການ​ສະ​ໜອງການສຶກສາທີ່ມີຄຸນນະພາບ, ສະ​ໜອງ​ການປົກ​ປ້ອງທາງສັງຄົມຕໍ່ທຸກຄົນ ແລະ ສົ່ງ​ເສີມການມີວຽກເຮັດງານທຳທີ່​ມີ​ຄຸນ​ຄ່າ​ໃຫ້​ກັບຜູ້ປົກຄອງ.

ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ມາ​ຍັງບັນດາລັດຖະບານ, ຫົວໜ່ວຍທຸລະກິດ, ອົງ​ການ​ຈັດ​ຕັ້ງສັງຄົມພົນລະເຮືອນ ແລະ ຜູ້ປົກຄອງ ໃຫ້ສົ່ງເສີມການປູກຈິດສຳນຶກ ໃຫ້ເຫັນເຖິງຄວາມສຳຄັນຂອງການລຶບລ້າງການນຳໃຊ້ແຮງງານເດັກ ແລະ ແບ່ງປັນແນວທາງປະຕິບັດ ແລະ ຖອດຖອນປະສົບການ – ຢູ່ພາຍໃນປະເທດ, ຢູ່ພາກພື້ນ ແລະ ຢູ່ລະດັບສາກົນ. ໃນ​ຕະ​ຫຼອດ​ປີ​ນີ້ ຈະ​ມີບັນດາເຫດການສຳຄັນຕ່າງໆເພື່ອ​ໂຄ​ສະ​ນາ​ວຽກ​ງານ​ນີ້ ແລະ ເພື່ອ​ຊ່ວຍໃຫ້ແຕ່ລະລັດຖະບານ, ບັນດາຄູ່ຮ່ວມງານ ແລະ ອົງ​ການ​ຈັດ​ຕັ້ງສັງຄົມພົນລະເຮືອນ ໄດ້ມີສ່ວນຮ່ວມ.

ວຽກດັ່ງກ່າວນີ້ແມ່ນໄດ້ຮັບການສະໜັບສະໜຸນຈາກ ພັນທະມິດຂອງ​ເປົ້າ​ໝາຍ​ພັດ​ທະ​ນາ​ຍືນ​ຍົງ ເປົ້າ​ໝາຍ 8.7, ສັນຍາຮ່ວມມືກັນທົ່ວໂລກເພື່ອສິ້ນສຸດການນຳໃຊ້ແຮງງານເດັກ, ການນຳໃຊ້ແຮງງານແບບ​ບັງ​ຄັບ, ການຄ້າມະນຸດ ແລະ ການ​ນຳ​ໃຊ້​ແຮງ​ງານ​ແບບຂ້າທາດສະໃໝໃໝ່. ພັນທະມິດ ແມ່ນເຮັດວຽກຢ່າງຕັ້ງໜ້າກັບ 22 “ປະເທດຄູ່ຮ່ວມທາງ “, ລວມມີປະເທດ: ເນປານ, ສີລັງກາ, ສສ ຫວຽດນາມ ແລະ ຟິຈິ ໃນພາກພື້ນ ອາຊີ-ປາຊີຟິກ, ແລະ ອີກກວ່າ 200 ຄູ່ຮ່ວມງານຈາກບັນດາອົງການຈັດຕັ້ງຕ່າງໆ ເພື່ອເລັ່ງການປະຕິບັດ, ແບ່ງປັນຄວາມຮູ້ ແລະ ຈັດຕັ້ງປະຕິບັດ ວິທີແກ້ໄຂຢ່າງມີຫົວຄິດປະດິດສ້າງ ໂດຍນຳໃຊ້ນະວັດຕະກຳໃໝ່. ມີ​ຄວາມ​ຈຳເປັນຫຼາຍທີ່ຈະຕ້ອງພັດທະນານະວັດຕະກຳເຫຼົ່ານີ້ ກັບບັນດາໂຮງຮຽນ, ຄອບຄົວ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງຕ່າງໆ ໃນຂະນະດຽວກັນ ກໍ່ຕ້ອງຮັບຟັງສຽງຂອງເດັກນ້ອຍໄປພ້ອມໆກັນ.

ປີສາກົນນີ້, ໄດ້ເປີດໂອກາດອັນດີພິເສດ ໄດ້ດຶງເອົາບັນດາຄູ່ຮ່ວມງານມາຮ່ວມ​ມື​ກັນ ແລະ ຮຽນຮູ້ຈາກກັນ ແລະ ກັນ ແລະ ນຳເອົານະວັດຕະກຳຕ່າງໆ ທີ່ໄດ້ພິສຸດແລ້ວນັ້ນມາສູ່ການປະຕິບັດຕົວຈິງ ເພື່ອປົກປ້ອງສິດທິຂອງເດັກ.

ແນ່ນອນ​ວ່າ ບໍ່ມີສູດສຳເລັດໃນການແກ້ໄຂບັນຫາໃດໜຶ່ງ; ການຮັບມືຕໍ່ບັນຫາແມ່ນຕ້ອງໄດ້ປັບປ່ຽນໄປຕາມແຕ່ລະ ສະຖານະການ ແລະ ແວດລ້ອມທີ່ຍັງມີການນຳໃຊ້ແຮງງານເດັກຢູ່. ທຸກໆການຈັດ​ຕັ້ງ​ປະ​ບັດ – ບໍ່ວ່າດ້ວຍລັດຖະບານ ຫຼື ບຸກຄົນໃດໜຶ່ງ – ຊ່ວຍເຫຼືອເປັນພືື້ນຖານສຳ​ຄັນໃຫ້ທັງໂລກ ທີ່ເດັກນ້ອຍສາມາດໃຊ້ຊີວິດໄດ້ຢ່າງມີຄວາມສຸກໃນໄວເດັກຂອງເຂົາ.

ຂ້າພະເຈົ້າ ຂໍເຊີນຊວນ ບັນ​ດາທ່ານ ມາຮ່ວມກັນລົງມືປະຕິບັດໃນມື້ນີ້. ເຮັດໃຫ້ການນຳໃຊ້ແຮງງານເດັກໃຫ້ໝົດສິ້ນໄປພາຍໃນປີ 2025 ທີ່ຈະມາເຖິງນີ້.