ເຕືອນ! ມືເປັນບາດຫ້າມຈັບຊີ້ນໝູສົດ ສ່ຽງເປັນ “ໂຣກຫູດັບ”

0
528

ກົມອະນາໄມເຕືອນ ມືເປັນບາດຫ້າມຈັບຊີ້ນໝູສົດ ສ່ຽງເປັນ ໂຣກຫູດັບ ອັນຕະລາຍເຖິງຊີວິດ.

ກໍລະນີມີຜູ້ເສຍຊີວິດຈາກການກິນຊີ້ນໝູບໍ່ສຸກ ແລະ ສັນນິຖານວ່າ ຜູ້ເສຍຊີວິດດັ່ງກ່າວຍັງຊອຍຊີ້ນເພື່ອເຮັດຊີ້ນດາດ ໃນຂະນະທີ່ມືຍັງມີບາດ ຈົນເຮັດໃຫ້ເກີດການຕິດເຊື້ອໃນກະແສເລືອດ.

"โรคไข้หูดับ" อันตรายถึงชีวิต เตือนมือเป็นแผล งดจับเนื้อหมูสด

ທ່ານໝໍສັດຕະວະແພດປະເທດໄທ ກ່າວວ່າ ເຖິງວ່າເຊື້ອພະຍາດນີ້ສາມາດຕິດຕໍ່ຜ່ານບາດ ເຂົ້າສູ່ກະແສເລືອດໄດ້ ແຕ່ກໍລະນີນີ້ຖືວ່າພົບໄດ້ໜ້ອຍຫຼາຍ ທີ່ມີການສຳພັດເຊື້ອຈາກຊີ້ນໝູດິບ ຈົນເກີດຕິດເຊື້ອເຂົ້າໄປທາງບາດແຜ ໂດຍປົກກະຕິ “ໂຣກຫູດັບ” ຈະເກີດຈາກການກິນຊີ້ນສັດດິບ ຫຼື ແບບບໍ່ສຸກດີ.

ທັ້ງນີ້ ກົມອະນາໄມແຫ່ງປະເທດໄທ ຍັງໄດ້ໂພສວ່າ ໂຣກຫູດັບປ້ອງກັນໄດ້ ໂດຍບໍ່ກິນຊີ້ນໝູແບບເຄິ່ງດິບເຄິ່ງສຸກ ເລືອກຊື້ຊີ້ນໝູທີ່ໄດ້ມາດຕະຖານ ແລະ ຖ້າມືເປັນບາດບໍ່ຄວນທີ່ຈັບຊີ້ນໝູດິບໂດຍກົງ.

ອາການຂອງ “ໂຣກຫູດັບ”

ມີໄຂ້ ວິນຫົວ ເຈັບຫົວ ປວດຮາກ ປະສາດຫູອັກເສບຈົນຫູດັບ ກໍລະນີທີ່ຮຸນແຮງຈົນເສຍຊີວິດ.

ຂໍ້ມູນຈາກ ກົມອະນາໄມ ກະຊວງສາທາລະນະສຸກ ປະເທດໄທ