ເຕືອນໄພ ແບັກທີເຣຍໃນຊ່ອງປາກ ສາເຫດຂອງພະຍາດຮ້າຍອັນຕະລາຍເຖິງຊີວິດ!

ດັ່ງທີ່ຮູ້ກັນດີວ່າ  ພະຍາດໃນຊ່ອງປາກບໍ່ວ່າຈະເປັນແຂ້ວແມງ ຫຼື ພະຍາດເຫືອກອັກເສບ ກໍລ້ວນແລ້ວແຕ່ມີສາເຫດມາຈາກກຸ່ມເຊື້ອແບັກທີເຣຍທີ່ມີຊື່ວ່າ “ແບັກທີເຣຍກໍ່ພະຍາດ” ທີ່ອາໄສຢູ່ໃນຊ່ອງປາກ ໜຶ່ງໃນນັ້ນກໍຄືເຊື້ອຈິນຈິວາຣິສ (P.Gingivalis).

ຊຶ່ງເມື່ອບໍ່ດົນມານີ້ໄດ້ມີຜົນງານວິໄຈທາງການແພດທີ່ໄດ້ລະບຸວ່າ ເຊື້ອຈິນຈິວາຣິສມີສ່ວນກ່ຽວພັນກັບການກໍ່ໃຫ້ເກີດພະຍາດຮ້າຍ ແຮງຫຼາຍຢ່າງ ໂດຍສະເພາະກໍແມ່ນພະຍາດທີ່ກ່ຽວຂ້ອງກັບເສັ້ນເລືອດອັດຕັນ ຫຼື ແຕກ ເຊັ່ນ ພະຍາດຫົວໃຈຂາດເລືອດ ອຳມະພາດ-ອຳມະພຶກ ເຫຼົ່ານີ້ເປັນຕົ້ນ.

ເຊື້ອຈິນຈິວາຣິສອາໄສຢູ່ຕາມຫວ່າງແຂ້ວ ແລະ ຈະຄ່ອຍໆຊຶມຜ່ານເຂົ້າໄປທາງເຫືອກແລ້ວແຊກຊຶມເຂົ້າສູ່ກະແສເລືອດ ຊຶ່ງຖ້າບໍ່ຮີບປິ່ນປົວ ຫຼື ປ້ອງກັນໂດຍໄວກໍອາດກໍ່ໃຫ້ເກີດພະຍາດຮ້າຍຕ່າງໆ ແລະ ຖ້າຫາກຮຸນແຮງກໍອາດເຖິງຂັ້ນເສຍຊີວິດ ສຳລັບວິທີປ້ອງກັນຂັ້ນພື້ນຖານທີ່ຈະບໍ່ໃຫ້ເຊື້ອແບັກທີເຣຍແຜ່ລາມກໍຄື ຄວນຖູແຂ້ວທຸກຄັ້ງຫຼັງຮັບປະທານອາຫານ ໝັ່ນດູແລສຸຂະພາບຊ່ອງປາກຢ່າງສະໝ່ຳສະເໝີ ແລະ ຄວນກວດສຸຂະພາບແຂ້ວຢ່າງໜ້ອຍປີລະ 2 ຄັ້ງ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: postjung.com