ເຕືອນເລື່ອງສະພາບອາກາດ !

ພາຍຸ ດີເປຣສຊັ່ນ ບໍລິເວນທະເລຈີນໃຕ້ຕອນກາງ ມີສູນກາງຢູ່ໄກປະມານ 650 ກິໂລແມັດ ທາງດ້ານຕາເວັນອອກຂອງເມືອງດານັງ ປະເທດຫວຽດນາມ ຫຼື ເສັ້ນຂະໜານທີ 14.5 ອົງສາເໜືອ ເສັ້ນແວງທີ 114 ອົງສາຕາເວັນອອກ ມີຄວາມໄວລົມສູງສຸດໃກ້ສູນກາງປະມານ 55 ກມ/ຊມ ແລະກຳລັງເຄື່ອນໂຕທາງຕາເວັນຕົກສຽງເໜືອຢ່າງຊ້າໆ ມີທ່າອ່ຽງຈະເຄື່ອນເຂົ້າປົກຄຸມຝັ່ງປະເທດຫວຽດນາມຕອນກາງ ໃນໄລຍະວັນທີ 26-28 ມິຖຸນາ 2016 ນີ້.

ລັກສະນະເຊັ່ນນີ້ຈະເຮັດໃຫ້ທົ່ວທຸກພາກຂອງລາວ ຈະມີຝົນຕົກຫຼາຍຂຶ້ນ ແລະມີຝົນຕົກໜັກໃນບາງບໍລິເວນ ດັ່ງນັ້ນ ຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນເພິ່ມຄວາມລະມັດລະວັງ ວາງແຜນໃນການທຳການຜະລິດ, ການເດິນທາງ ແລະຕິດຕາມຂ່າວຢ່າງໃກ້ຊິດ ໃນໄລຍະນີ້.

ພາຍຸ 1