ເຕືອນພາຍຸລະດູຮ້ອນ 2-5 ກຸມພານີ້ ລະວັງຝົນຕົກລົມແຮງ

ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ, ສ່ວນພາກກາງ ແລະ ພາກໃຕ້ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນໃນຕອນກາງຄືນຫາຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ສ່ວນຕອນບ່າຍອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ຫາ ພາກກາງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດເຕືອນສະພາບອາກາດໃນລະຫວ່າງວັນທີ 2-5 ກຸມພາ 2020 ວ່າ ອາກາດຈະມີການປ່ຽນແປງໄວວາ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ດັ່ງນັ້ນ ຈຶ່ງແຈ້ງເຕືອນໃຫ້ປະຊາຊົນ ຈົ່ງມີສະຕິຕໍ່ສະພາບຝົນຟ້າອາກາດ ຢ່າຢູ່ໃກ້ຕົ້ນໄມ້ໃຫຍ່, ສິ່ງປຸກສ້າງທີ່ບໍ່ທັນສຳເລັດ ພ້ອມໃຫ້ຕິດຕາມຂ່າວສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

 

 

ຮຽບຮຽງຂ່າວ: ​ພຸດສະດີ