ເດັກເກີດໃໝ່ ນອນທ່າໃດປອດໄພທີ່ສຸດ!

ທ່ານອນຂອງເດັກນ້ອຍເກີດໃໝ່ນັ້ນແມ່ນມີຄວາມສຳຄັນຫຼາຍ ເພາະເປັນເລື່ອງທີ່ກ່ຽວຂ້ອງກັບຄວາມປອດໄພຂອງລູກນ້ອຍ ມີຄຳແນະນຳຈາກຜູ້ຊ່ຽວຊານວ່າ ເດັກເກີດໃໝ່ຄວນນອນຫງາຍ ເພາະເປັນທ່ານອນທີ່ຈະເຮັດໃຫ້ເດັກເກີດໃໝ່ຫາຍໃຈສະດວກທີ່ສຸດ ໂດຍໃຫ້ນອນໃນທ່ານີ້ຈົນເຖິງອາຍຸຄົບ 6 ເດືອນ ຫຼື ຢ່າງໜ້ອຍຈົນເດັກແຂງແຮງ ຈິ່ງປ່ຽນທ່າໃນການນອນ.

safesleepingbaby-01

ການໃຫ້ເດັກນ້ອຍນອນຫງາຍ ຊ່ວຍປ້ອງກັນເດັກນ້ອຍຈາກອາການ Sudden Infant Death Syndrome (SIDS)  ຫລື ການຫລັບບໍ່ຕື່ນ ເຊິ່ງນຳໄປສູ່ການເສຍຊີວິດ.

safesleepingbaby-02

safesleepingbaby-04

ເທິງຕຽງຂອງເດັກນ້ອຍບໍ່ຄວນມີເຄື່ອງຫຼິ້ນ ເພາະຈະເຮັດໃຫ້ເຂົ້າປາກ ຫຼື ອັດດັງໄດ້ ແລະ ທ່ານອນທີ່ຖືກຕ້ອງຢູ່ເທິງຕຽງ ຄືການໃຫ້ເດັກນ້ອຍນອນໃນລະດັບປາຍຕຽງໃກ້ຕີນຕຽງ ແລະ ຈີບຜ້າຫົ່ມລຽບຕາມຂອບຕຽງ.

safesleepingbaby-03

ໃຊ້ການຫໍ່ຜ້າກັບຕົວເດັກເກີດໃໝ່ຈະຊ່ວຍຫຼຸດຜ່ອນອາການນອນຕົກໃຈຂອງເດັກໄດ້

ຂໍ້ມູນຈາກ: ເວັບໄຊ໌ ວູເມັນເອັມໄທ.ຄອມ